ລາວ ໂທລະຄົມ ເປີດໃຫ້ບໍລິການ 5G

ລາວ ໂທລະຄົມ ເປີດໃຫ້ບໍລິການ 5G
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເປີດໃຫ້ບໍລິການ 5G ພ້ອມດ້ວຍ 5G Data Package ພິເສດ ເພື່ອໃຫ້ບໍລິການລູກຄ້າຂອງ ລາວໂທລະຄົມ ຂຶ້ນໃນຕອນເຊົ້າທີ 10 ມັງກອນນີ້ທີ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດເປີດພິທີຄັ້ງນີ້  ມີ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ, ທ່ານ ບໍ່ວຽງຄໍາ ວົງດາລາລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ຕສ) ແລະ ທ່ານ ສຸພົນ ຈັນທະວີໄຊຜູ້ອໍານວຍໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຊຶ່ງພາຍໃນງານທີ່ບູດຂອງ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນພ້ອມດ້ວຍແຂກທີ່ເຂົ້າຮ່ວມເປີດງານສັບປະດາດີຈີຕອນລາວປະຈຳປີ 2024ໃນຄັ້ງນີ້,ໃນງານດັ່ງກ່າວໄດ້ມີກິດຈະກໍາຫຼາກຫຼາຍໃນການສາທິດການນໍາໃຊ້ເຕັກໂນໂລຊີ 5G ບໍ່ວ່າຈະເປັນ Virtual Reality (VR) ທ່ອງທ່ຽວໂລກສະເໝືອນຈິງ, ເຕັກໂນໂລຊີສໍາຫຼວດພື້ນທີ່ໂດຍນໍາໃຊ້ Drone, iFarm Solution, Cyber Security, Cloud Computing, HR Platform, M-MoneyX, ການທົດລອງນໍາໃຊ້ອິນເຕີເນັດຄວາມໄວສູງ 5G ແລະ ອີກຫຼາຍບໍລິການທີ່ໄດ້ມີການວາງສະແດງພາຍໃນງານ.
ປະຈຸບັນ ລາວ ໂທລະຄົມ ໄດ້ເປີດນໍາໃຊ້ລະບົບ 5G ໃນນະຄອນຫຼວງວຽງຈັນ ຈໍານວນ 28 ຈຸດ ໂດຍກວມເອົາຂົງເຂດຕົວເມືອງ, ສະຖານທີ່ສໍາຄັນ, ແຫຼ່ງທ່ອງທ່ຽວຕ່າງໆ ແລະ ມີແຜນຂະຫຍາຍໄປໃນທົ່ວປະເທດຊຶ່ງທີ່ພວກເຮົາຮູ້ດີວ່າ ເຕັກໂນໂລຊີ 5G ແມ່ນເຕັກໂນໂລຊີທີ່ທັນສະໄໝ ນໍາຄວາມກ້າວໜ້າມາສູ່ສັງຄົມ ແລະ ໃນຂົງເຂດອາຊີ ແມ່ນໄດ້ນໍາໃຊ້ເຕັກໂນໂລຊີ 5G ໃນຫຼາຍຂົງເຂດວຽກງານເຊັ່ນ: ທາງດ້ານທຸລະກິດ online, E-commerce, ນໍາໃຊ້ປັນຍາປະດິດ AI, IoT, Robotic ເຂົ້າໃນຫຼາຍຂົງເຂດອຸດສາຫະກໍາ, ກະສິກໍາ, ວຽກງານສາທານະສຸກ ຊຶ່ງລ້ວນແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມ ແລະ ຜູ້ຊົມໃຊ້ໄດ້ມີວິຖີຊີວິດທີ່ນັບມື້ນັບສະດວກສະບາຍຂຶ້ນ, ວ່ອງໄວ, ມີຄວາມປອດໄພສູງ ແລະ ເພື່ອໃຫ້ສອດຄ່ອງໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ກໍຄືວຽກງານຂອງ ກະຊວງ ຕສ ໃນການຫັນເປັນດີຈີຕອນ ຂອງ ສປປ ລາວ ໂດຍປະກອບມີ 3 ເສົາຄໍ້າຄື: ລັດຖະບານດີຈີຕອນ, ສັງຄົມດີຈີຕອນແລະ ເສດຖະກິດດີຈີຕອນ, ລາວ ໂທລະຄົມ ກໍໄດ້ສຸມໃສ່ໃນການນໍາເອົາເຕັກໂນໂລຊີໃໝ່ໆ ເຂົ້າມາພັດທະນາສິນຄ້າ ແລະ ບໍລິການ ເພື່ອຮອງຮັບກັບຄວາມຕ້ອງການຂອງລູກຄ້າ ແລະ ສັງຄົມ  ພ້ອມທັງຮັບປະກັນຄຸນນະພາບການໃຫ້ບໍລິການ ແລະ ກຽມຄວາມພ້ອມການໃຫ້ບໍລິການດ້ານໂທລະຄົມມະນາຄົມ ເພື່ອສະໜັບສະໜູນວຽກງານແຜນຍຸດທະສາດການພັດທະນາປະເທດຊາດ ແລະ ເພື່ອປະກອບສ່ວນເຂົ້າໃນວຽກງານການເປັນເຈົ້າພາບຈັດກອງປະຊຸມ ສໍາຄັນຕ່າງໆຂອງລັດຖະບານ ໃນປິ 2024 ເຊັ່ນ: ກອງປະຊຸມ ASEAN Summit, ASEAN Tourist Forum ແລະ ງານອື່ນໆໃນຕໍ່ໜ້າ.
ຂ່າວ:ລາວໂທລະຄົມ,ພາບ:ພັດລໍວັນໄຊ+ແສງຈັນ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ໃນວັນທີ 12 ພະຈິກ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ພົບປະໂອ້ລົມຫຼານນ້ອຍເຍົາວະຊົນທັນວາທົ່ວປະເທດ ໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI, ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ
ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ໃນຕອນບ່າຍຂອງວັນທີ 12 ພະຈິກ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ ສະຫາຍ ຫຼີ ຊູ ເລີຍ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໃນ​ວັນ​ທີ 11 ພະຈິກ​ນີ້ ທີ່ຫ້ອງ​ວ່າການ​ສູນ​ກາງ​ພັກ, ໃນ​ໂອກາດ​ທີ່​ຄະນະ​ດັ່ງກ່າວ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ ລາວ - ຈີນ ຄັ້ງ​ທີ XIII ໃນ​ລະຫວ່າງ​ວັນ​ທີ 10-11 ພະຈິກ​ນີ້.
5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ