ຜົນສຳເລັດການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງສະຫາຍ ທອງລຸນ ສີສຸລິດ

ລາວ-ຫວຽດນາມເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີພິເສດ ຂຶ້ນສູ່ລະດັບໃໝ່

ລາວ-ຫວຽດນາມເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີພິເສດ ຂຶ້ນສູ່ລະດັບໃໝ່
ໃນວັນທີ 16 ກັນຍານນີ້, ທ່ານ ທອງສະຫວັນ ພົມວິຫານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່

ປະທານປະເທດວ່າ:ການຢ້ຽມຢາມລັດຖະກິດສສ ຫວຽດນາມ ຂອງສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 10 -13ກັນຍາ 2024.ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍກັບສະຫາຍເລຂາທິການໃຫຍ່ ປະທານປະເທດ ໂຕເລິມ; ພົບປະກັບສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ; ສະຫາຍ ເຈິນແທັງເໝີ້ນ ປະທານສະພາແຫ່ງຊາດ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ;ພົບປະກັບອະດີດການນຳຂັ້ນສູງ ຂອງ ສສ ຫວຽດນາມ ແລະ ພົບປະກັບອະດີດທະຫານອາສາສະໝັກ, ຊ່ຽວຊານ, ນັກສຶກສາຫວຽດນາມ ຢູ່ ສປປລາວ, ຕົວແທນຄົນໄວໝຸ່ມຫວຽດນາມ ແລະ ນັກສຶກສາລາວທີ່ກຳລັງສຶກສາ ຢູ່ ສສ ຫວຽດນາມແລະ ຍັງໄດ້ຢ້ຽມຢາມບາງພື້ນຖານເສດຖະກິດ ແລະ ວັດທະນະທຳ, ປະຫວັດສາດ ຢູ່ນະຄອນໂຮ່ຈິິມິນ ເປັນການຢືນຢັນເຖິງການສືບຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ລະດັບໃໝ່.
ທ່ານກ່າວຕື່ມວ່າ:ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເພາະຢູ່ໃນບັນຍາກາດທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາວ ລາວ-ຫວຽດນາມ ກຳລັງດຳເນີນມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກ ໃນໄລຍະທ້າຍສະໄໝ ທີ່ມີຜົນສຳເລັດຫຼາຍດ້ານ ແລະ ມີບັນຍາກາດທີ່ເບີກບານມ່ວນຊື່ນ. ພ້ອມກັນນັ້ນ, ກໍຢູ່ໃນບັນຍາກາດທີ່ ພັກ, ລັດ ຫວຽດນາມ ໄດ້ມີການນຳໃໝ່, ທັງເປັນການຢືນຢັນເຖິງວ່າ: ລາວ ແລະ ຫວຽດນາມ ບໍ່ພຽງແຕ່ແມ່ນສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ແຕ່ແມ່ນສອງປະເທດສະຫາຍອ້າຍນ້ອງທີ່ມີຕົ້ນກຳເນີດມາຈາກພັກກອມມູນິດອິນດູຈີນ, ຢຶດໝັ້ນເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ; ສືບຕໍ່ໃຫ້ບຸລິມະສິດການປະຕິບັດນະໂຍບາຍການຕ່າງປະເທດຂອງຕົນ; ຄຽງບ່າຄຽງໄຫຼ່ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນໃນພາລະກິດປ່ຽນແປງໃໝ່, ສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ ແລະ ອະນາຄົດ,ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕ້ອງມີໜ້າທີ່ຮ່ວມກັນ ໃນການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີພິເສດ ລະຫວ່າງລາວ ແລະ ຫວຽດນາມໃຫ້ນັບມື້ນັບເພີ່ມທະວີຂຶ້ນສູ່ລະດັບໃໝ່, ກ້າວເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງ, ມີປະສິດທິຜົນໃນທຸກຂົງເຂດ, ບົນພື້ນຖານເສີມຂະຫຍາຍນໍ້າໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮ່ວມມືກັນດ້ວຍຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສົມທົບກົມກຽວກັບລັກສະນະພິເສດຂອງການພົວພັນລະຫວ່າງ ລາວ-ຫວຽດນາມຕາມລະບຽບການສາກົນ, ໃຫ້ບຸລິມະສິດ, ສະໜັບສະໜູນ, ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ກັນ ແລະ ກັນ, ຮ່ວມກັນພັດທະນາເພື່ອຄວາມຈະເລີນຮຸ່ງເຮືອງຂອງທັງສອງປະເທດ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ,ສະຖຽນລະພາບ,ການຮ່ວມມືເພື່ອການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.
ທ່ານກ່າວຕື່ມວ່າ:ການພົວພັນທາງດ້ານການເມືອງຂອງສອງປະເທດຖືເປັນພື້ນຖານຫຼັກໃນການກຳນົດແນວທາງການພົວພັນຮ່ວມມືລວມລະຫວ່າງສອງປະເທດ, ສອງຝ່າຍໄດ້ເອົາໃຈໃສ່ການຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດ, ແນວທາງ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ; ຮັກສາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງລັດ ໃນຫຼາຍຮູບຫຼາຍແບບ ທັງໝົດນີ້ເປັນແກ່ນສານໃນການກຳນົດທິດໃຫ້ແກ່ການພົວພັນຮ່ວມມືຂອງສອງປະເທດ. ສຳລັບການຮ່ວມມືດ້ານເສດຖະກິດ ສອງຝ່າຍເຫັນດີພະຍາຍາມຊຸກຍູ້ ແລະ ສ້າງບາດກ້າວບຸກທະລຸໃນການຍົກສູງລະດັບການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາວິທະຍາສາດ ແລະ ເຕັກໂນໂລຊີໃຫ້ສົມຄູ່ກັບການພົວພັນທາງດ້ານການເມືອງບົນພື້ນຖານການເສີມຂະຫຍາຍຄວາມສາມາດ ແລະ ທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ; ເພື່ອບັນລຸເປົ້າໝາຍດັ່ງກ່າວ,ສອງຝ່າຍຍັງຈະຕ້ອງໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ສັນຍາຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ, ສືບຕໍ່ເຈລະຈາ, ປັບປຸງຫຼືເຊັນບັນດາສັນຍາໃໝ່, ຂໍ້ຕົກລົງເພື່ອໃຫ້ແທດເໝາະກັບສະພາບຕົວຈິງ, ສ້າງລະບົບກົດໝາຍທີ່ສະດວກສະບາຍ ໃຫ້ແກ່ການຮ່ວມມືຂອງສອງປະເທດ, ສອງຝ່າຍຕ້ອງມີບັນດາມາດຕະການຢ່າງລະອຽດ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຊ່ວຍເຫຼືອລະຫວ່າງສອງ ພື້ນຖານເສດຖະກິດ ລາວ-ຫວຽດນາມ ແລະ ລະຫວ່າງ ສາມພື້ນຖານເສດຖະກິດລາວ-ຫວຽດນາມ-ກໍາປູເຈຍ ໂດຍສະເພາະແມ່ນການເຊື່ອມຈອດທາງດ້ານກົດໝາຍ,ການເງິນ,ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານໄຟຟ້າ, ໂທລະຄົມ, ການທ່ອງທ່ຽວ,ຊຸກຍູ້ການລະດົມໃຫ້ບັນດາຄູ່ຮ່ວມມືສາກົນທີ່ເໝາະສົມ ໃຫ້ເຂົ້າມາຮ່ວມມື ແລະ ສະໜັບສະໜູນບັນດາໂຄງການເຊື່ອມຕໍ່ຍຸດທະສາດລະຫວ່າງສອງປະເທດ,ຕ້ອງໄດ້ສຸມໃສ່ການຍົກສູງຄຸນນະພາບ, ປະສິດທິຜົນໃນການຮ່ວມມືລົງທຶນ, ເອົາໃຈໃສ່ຜັນຂະຫຍາຍບັນດາໂຄງການສໍາຄັນເພື່ອຮັບປະກັນຄວາມຄືບໜ້າແລະຄຸນນະພາບ;ເພີ່ມທະວີການແລກປ່ຽນປະສົບການໃນການຄຸ້ມຄອງເສດຖະກິດມະຫາພາກລະຫວ່າງສອງປະເທດ; ມີບັນດານະໂຍບາຍບຸລິມະສິດເພື່ອຊຸກຍູ້ບັນດາວິສາຫະກິດຂອງທັງສອງປະເທດ ໃຫ້ມາລົງທຶນໃນບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງແລະເຂັ້ມແຂງທີ່ສຸດ, ໂດຍສະເພາະແມ່ນຂະແໜງພະລັງງານ (ພະລັງງານສະອາດ, ພະລັງງານທົດແທນ), ການຫັນເປັນດີຈີຕອນ, ເຕັກໂນໂລຊີ, ກະສິກຳ, ບໍ່ແຮ່, ການທ່ອງທ່ຽວ ແລະ ຊຸກຍູ້ການປະຕິບັດຮູບແບບເຂດເສດຖະກິດດ່ານຊາຍແດນຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ,ຕ້ອງໄດ້ພະຍາຍາມຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂ ເພື່ອຮັກສາການເພີ່ມຂຶ້ນຂອງມູນຄ່າການຄ້າສອງສົ້ນສະເລ່ຍ10-15%/ປີ; ຍູ້ແຮງບັນດາກິດຈະກຳສົ່ງເສີມທາງດ້ານການຄ້າ, ການສ້າງເຄື່ອງໝາຍການຄ້າ, ຊ່ອງທາງການຈໍາໜ່າຍສິນຄ້າຫວຽດນາມ ແລະ ລາວ ຢູ່ແຕ່ລະປະເທດ ເພື່ອເຮັດໃຫ້ມີການສົ່ງອອກທີ່ຍືນຍົງໃຫ້ແກ່ບັນດາຜະລິດຕະພັນ ແລະ ສິນຄ້າ; ຊຸກຍູ້ການນຳໃຊ້ເງິນຕາທ້ອງຖິ່ນລະຫວ່າງສອງປະເທດໃນການເຄື່ອນໄຫວທຸລະກຳດ້ານການຄ້າ ແລະ ການລົງທຶນ. ຫວຽດນາມ ສ້າງທຸກເງື່ອນໄຂອຳນວຍສະດວກໃຫ້ລາວໃນການ ສົ່ງອອກ ແລະ ນຳເຂົ້າ ສິນຄ້າໂດຍຜ່ານທ່າເຮືອກຳປັ່ນທາງທະເລຂອງຫວຽດນາມ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງເປັນປະທານ ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານຈາກບັນດາກະຊວງ, ອຳ ນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ແຂກຖືກເຊີນເຂົ້າຮ່ວມ.
ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຫັນດີອະນຸມັດໃຫ້ພະ ນັກງານໄປຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2026 ລະຫວ່າງວັນທີ 18/10-12/12/ 2026 ຈຳນວນ 20 ທ່ານ ຍິງ 6 ທ່ານ. ພິທີເປີດຊຸດຝຶກອົບຮົມຢ່າງເປັນທາງການຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ, ທີ່ສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ ໃຫ້ກຽດເປັນປະທານກ່າວເປີດໂດຍທ່ານ ຟ້າມ ມີງເຊີນ ຫົວໜ້າສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ, ມີທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໃນນາມຫົວໜ້າຄະນະ, ທ່ານ ວັນເພັງ ໄຟຍະມາດ ເລຂາເອກສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄູ-ອາ ຈານ ແລະ ສໍາມະນາກອນເຂົ້າຮ່ວມ.
CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 17 ຕຸລາ ຜ່ານມານີ້, ສູນອາຊີ-ອາຟຣິກາ ແລະ ສະຖານີຢຸນນານຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນຈັດກິດຈະກໍາ “ສາຍຮູບເງົາກາງແຈ້ງ” ສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ - ລາວ - ມຽນມາ - ໄທ ຢູ່ທ່າເຮືອວຽກງານຕໍາຫຼວດຈິງຮ່າ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ແຂວງຢຸນນານ ຈີນ. ເຈົ້າໜ້າທີ່ປະຕິບັດກົດໝາຍ 200 ກວ່າທ່ານທີ່ເຂົ້າຮ່ວມການລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນໍ້າລ້ານຊ້າງ ແລະ ຊົມຮູບເງົາ 8K ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ທີ່ຖ່າຍທໍາໂດຍ CMG. ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ ຮູບເງົາເລື່ອງນີ້ນໍາ ສະເໜີໄດ້ສ້າງຄວາມຮູ້ສຶກຮ່ວມກັນຢ່າງເລິກເຊິ່ງໃນຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.
ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 109,000 ໂດລາ ເພື່ອປະຕິບັດ “ໂຄງ ການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້​ໂຄງ​ການຊ່ວຍເຫຼືອ​ຂັ້ນ​ຮາກ​ຖານ(GGP); ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສະຖາປະນາວັນເອກະພາບຂອງປະຊາຊົນຣັດເຊຍ ແລະ ເບລາຣຸສ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ປະຈຳນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ສປປ ລາວ, ທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ທ່ານ ຄິຣິວ ຄາມີເຊຟ ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສາທາລະນະລັດເບລາຣຸສ ປະຈຳ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ເພີ່ມເຕີມ