ຈັດຂຶ້ນໂດຍ: ສະມາຄົມການທູດຂອງຈີນ, ພາຍໃຕ້ການສະໜັບສະໜູນຂອງກະຊວງການຕ່າງປະເທດແຫ່ງ ສປຈີນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຫວາງອີ້ ຄະນະກຳມະການສູນກາງພັກຄອມມຸນິດ, ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ອູ້ໄຫຫຼົງ ປະທານສະມາຄົມການທູດ ສປຈີນ ພ້ວມດ້ວຍແຂກຕາງໜ້າຈາກອົງກອນສາກົນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້ມີຈຸດປະສົງເພື່ອເປັນເວທີໃຫ້ຜູ້ແທນຈາກຕ່າງປະເທດ ແລະ ອົງກອນສາກົນ ໄດ້ແລກປ່ຽນຄວາມຄິດເຫັນເຊິ່ງກັນແລະກັນຢ່າງເສລີພາບ ເພື່ອສົ່ງເສີມການຮ່ວມມື ແລະ ຄວາມເຂົ້າໃຈລະຫວ່າງປະເທດ. ນອກຈາກນັ້ນຍັງເປັນການຊຸກຍູ້ສົ່ງເສີມຫຼັກການບໍລິຫານໂລກ ແບບຮ່ວມມື ແລະ ການສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມະນຸດຊາດ ໃຫ້ປະກົດຜົນເປັນຈິງ.
ໃນພິທີກອງປະຊຸມດັ່ງກ່າວ ທ່ານ ຫວາງອີ້ ໄດ້ກ່າວຄຳປາໄສຕໍ່ກອງປະຊຸມວ່າ; ໃນເດືອນທີ່ຜ່ານມາ ປະທານ ສີ ຈິ້ນຜິ້ງ ໄດ້ປະກາດເປັນທາງການ ກ່ຽວກັບຂໍ້ລິເລີ່ມບໍລິຫານໂລກ(GGI)ເພື່ອເປັນຄຳຕອບຂອງສປຈີນ ຕໍ່ຄຳຖາມໃນສະພາບຂອງໂລກປັດຈຸບັນ ໂດຍຄຳສະເໜີດັ່ງກ່າວປະກອບໄປດ້ວຍ 5 ບັນຫາໃຫຍ່ຄື, ບັນຫາທີໜຶ່ງ, ຄວາມເທົ່າທຽມຂອງບັນດາປະເທດຊາດ ຕ້ອງຮັບປະກັນການມີສ່ວນຮ່ວມໃນວຽກງານໃນໂລກ ຂອງທຸກປະເທດ. ບັນຫາທີສອງ, ບັນຫາກົດໝາຍລະຫວ່າງປະເທດ, ຕ້ອງສ້າງລະບົບການບໍລິຫານໂລກທີ່ມີຄວາມຍຸຕິທຳ ແລະ ມີລະບຽບແຜນ. ບັນຫາອັນທີສາມ, ຕ້ອງສ້າງການຮ່ວມມືຫຼາຍຝ່າຍ ສ້າງຄວາມຮ່ວມມືຢ່າງເຂັ້ມແຂງ ແລະ ການຮ່ວມມືລະຫວ່າງປະເທດໃຫ້ມີຄວາມຮັດແໜ້ນ. ບັນຫາທີສີ່, ຕ້ອງເອົາໃຈໃສ່ຕໍ່ປະຊາຊົນ ເພື່ອຜົນຮັບທີ່ມີຜົນປະໂຫຍດແບບສາທາລະນະ ແລະ ຮ່ວມມືທຸກຝ່າຍໃນການບໍລິຫານໂລກ. ບັນຫາທີຫ້າ, ຜົນໄດ້ຮັບ ເພື່ອສ້າງຂະບວນການບໍລິຫານໂລກທີ່ມີປະໂຫຍດ ແລະ ມີປະສິດຕິພາບທີສຸດ.
ຫຼັງຈາກນັ້ນໃນກອງປະຊຸມດັ່ງກ່າວກໍ່ໄດ້ມີການສົນທະນາແລະແລກປ່ຽນຄຳເຫັນໂດຍແຂກຈາກອົງກອນສາກົນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຢ່າງມີຄວາມເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ ແລະ ບັນຫາຂອງການພັດທະນາແລະນຳໃຊ້ເອໄອຕໍ່ການຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດອີກດ້ວຍ.
ຂ່າວ:ໄມຕຣີ
ຄໍາເຫັນ