ລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື

ລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 25-26 ມີນາ 2024, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. 
ພິທີຕ້ອນຮັບ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 25 ມີນາ 2024, ທີ່ ສໍານັກງານນາຍົກລັດຖະມົນຕີ, ໂດຍການຕ້ອນຮັບຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ. 
ຈາກນັ້ນກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ, ໃນໂອກາດດັ່ງກ່າວນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ແລະ ຄະນະ ໃນຄັ້ງນີ້ ຊຶ່ງມີຄວາມໝາຍສໍາຄັນຕໍ່ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ ແລະ ກໍາປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານອ້າຍເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ, ທັງຍັງເປັນການຢ້ຽມຢາມ ແລະ ພົບປະຢ່າງເປັນທາງການຄັ້ງທຳອິດ ພາຍຫຼັງທີ່ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໄດ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກກໍາປູເຈຍ, ເຖິງວ່າຜ່ານມາໄດ້ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນມາແລ້ວຫຼາຍຄັ້ງແລ້ວກໍຕາມ. ພ້ອມນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ຢືນຢັນຄືນອີກເທື່ອໜຶ່ງ ເຖິງຄວາມມຸ່ງໝັ້ນ ແລະ ເຈດຈໍານົງ ອັນສະເໝີຕົ້ນສະເໝີປາຍ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ຈະໄດ້ຮ່ວມເຮັດວຽກກັບ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ເພື່ອຮ່ວມກັນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ມີຄວາມກ້າວໜ້າ ແລະ ມີປະສິດທິຜົນສູງສຸດ, ພ້ອມທັງໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍດ້ານ ທີ່ປະຊາຊົນກໍາປູເຈຍຍາດມາໄດ້ ພາຍໃຕ້ການນຳພາອັນປີຊາສາມາດ ຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໃນໄລຍະຜ່ານມາ. ພິເສດ, ພະນະທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍກໍາປູເຈຍ ກໍຄືພັກປະຊາຊົນກໍາປູເຈຍ ທີ່ສາມາດຍາດເອົາໄຊຊະນະ ໃນການເລືອກຕັ້ງສະມາຊິກສະພາສູງສະໄໝທີ 5 ໃນວັນທີ 25 ກຸມພາ 2024 ທີ່ຜ່ານມາ ຢ່າງຖ້ວມລົ້ນເຖິງ 55 ບ່ອນນັ່ງ ໃນຈໍານວນ 58 ບ່ອນນັ່ງຢູ່ສະພາສູງ.
ໃນໂອກາດດຽວກັນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆຕະຫຼອດມາ.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ, ໂດຍໄດ້ເປັນເອກະພາບກັນຕີລາຄາສູງ ແລະ ມີຄວາມເພິ່ງພໍໃຈທີ່ເຫັນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນລາວ ແລະ ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ; ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າ ຂອງສອງປະເທດ ທີ່ຍົກລະດັບການພົວພັນອັນດີດັ່ງກ່າວ ໃຫ້ຂຶ້ນສູ່ລະດັບສູງອີກເທື່ອໃໝ່ ແລະ ການລົງນາມໃນແຜນປະຕິບັດງານຮ່ວມ (Action Plan) ໄດ້ເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືກັນ ຂອງທຸກຂະແໜງການ, ທັງຍັງເປັນການສ້າງເງື່ອນໄຂທີ່ເປັນພື້ນຖານ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ເປັນຮູບປະທໍາຫຼາຍຂຶ້ນ, ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເປັນຕົ້ນ: ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານວຽກງານຊາຍແດນ, ດ້ານເສດຖະກິດ, ດ້ານການຄ້າ ແລະ ການລົງທຶນ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານພະລັງງານໄຟຟ້າ, ດ້ານການເງິນ, ດ້ານວັດທະນະທໍາ-ສັງຄັມ-ການທ່ອງທ່ຽວ ແລະ ອື່ນໆ. ໃນຂະນະດຽວກັນ, ການພົວພັນຮ່ວມມືໃນພາກພື້ນ ແລະ ອະນຸພາກພື້ນ ກໍໄດ້ສືບຕໍ່ຮັດແໜ້ນ ແລະ ຍັງໃຫ້ການສະໜັບສະໜູນ ຊຶ່ງກັນ ແລະ ກັນ, ໂດຍສະເພາະ ຂອບການຮ່ວມມື CLV, CLMV, ແອັກແມັກ (ACMECS)  ແລະ ຂອບການຮ່ວມມືອາຊຽນ.
ພ້ອມນີ້, ສອງຝ່າຍ ຍັງໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ແລະ ບັນດາເອກະສານຮ່ວມມືສອງຝ່າຍທີ່ມີຮ່ວມກັນໃນທຸກລະດັບ ໃຫ້ມີປະສິດທິພາບ ແລະ ປະສິດທີຜົນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນສອງຊາດ ຢ່າງແທ້ຈິງ, ພ້ອມທັງສືບຕໍ່ຮັດແໜ້ນການພົວພັນຮ່ວມມືໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນຕອນທ້າຍ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ກໍໄດ້ເຊື້ອເຊີນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ, ພ້ອມທັງໄດ້ສະແດງຄວາມຢືນຢັນຄືນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ແກ່ ສປປ ລາວ ໂດຍສະເພາະ ໃນໂອາກດທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024  ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍສູງ.
 ພະນະທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຍິນດີຕອບຮັບ ແລະ ຈະຈັດຫາເວລາອັນເໝາະສົມໄປຢ້ຽມຢາມ ກໍາປູເຈຍ ຕາມການເຊື້ອເຊີນ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໃນຄັ້ງນີ້ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 3 ສະບັບ ຄື: 1) ສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ; 2) ບົດບັນທຶກການແລກປ່ຽນສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ແລະ 3) ສັນຍາ ວ່າດ້ວຍ ການຮ່ວມມືທາງດ້ານພະລັງງານ ໄລຍະ II ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊະອານາຈັກ ກຳປູເຈຍ. ພ້ອມກັນນີ້, ສອງຝ່າຍກໍໄດ້ເປັນສັກຂີພິຍານການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ຈໍານວນ 2 ສະບັບ ລະຫວ່າງ ກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກັບ 2 ບໍລິສັດ ຕາງໜ້າລັດຖະບານ ສປປ ລາວ ຄື: 1) ກັບ ບໍລິສັດ ລັດວິສາຫະກິດໄຟຟ້າລາວ: ບົດບັນທຶກຄວາມເຂົ້າໃຈໂຄງການພະລັງງານສະອາດ ແບບປະສົມປະສານຈາກເຂື່ອນໄຟຟ້າ, ໂຄງການຄວາມຮ້ອນໃຕ້ດິນ ແລະ ໂຄງການພະລັງງານທົດແທນ ແລະ ການສຶກສາຄວາມເປັນໄປໄດ້ ຂອງໂຄງການເຊກອງຕອນລຸ່ມ I ແລະ ໂຄງການເຊກອງຕອນລຸ່ມ II ເພື່ອສົ່ງອອກໄປຍັງກໍາປູເຈຍ ໂດຍຜ່ານຈຸດເຊື່ອມຕໍ່ທີ່ມີຢູ່ ແລະ ຈຸດໃໝ່; ແລະ 2) ກັບ ກຸ່ມບໍລິສັດພົງຊັບທະວີ ຈຳກັດ: ບົດບັນທຶກຄວາມເຂົ້າໃຈ  ໂຄງການເຂື່ອນໄຟຟ້າເຊຂະໝານ 2 ແລະ ໂຄງການພະລັງງານລົມ.
ໃນໂອກາດດຽວກັນນີ້, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຍັງໄດ້ມອບ “ຮູບແບບຫຼັກໝາຍຊາຍແດນ” ໃຫ້ແກ່ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນຂອງຂວັນທີ່ລະນຶກ. 
ຫຼັງຈາກນັ້ນ, ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ໄດ້ຮ່ວມກັນຖະແຫຼງຂ່າວຕໍ່ບັນດາສື່ມວນຊົນຂອງທັງສອງຝ່າຍ ເພື່ອແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການພົບປະສອງຝ່າຍ ແລະ ການລົງນາມເອກະສານ ໃນຄັ້ງນີ້.
ນອກຈາກນັ້ນ, ໃນວັນດຽວກັນນີ້ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປວາງພວງມາລາ ຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄຫມສົງຄາມ.                                   ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ