ລັດຖະບານ ສ ເກົາຫຼີ ສະເໜີງົບປະມານ ປີ 2027 ສູງສຸດແບບບໍ່ເຄີຍມີມາກ່ອນ

ລັດຖະບານ ສ ເກົາຫຼີ ສະເໜີງົບປະມານ ປີ 2027 ສູງສຸດແບບບໍ່ເຄີຍມີມາກ່ອນ

ລັດຖະບານ ສ ເກົາຫຼີ ສະເໜີງົບປະມານ ປີ 2027 ສູງສຸດແບບບໍ່ເຄີຍມີມາກ່ອນ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ທ່ານ ລີ ແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ເປັນປະທານກອງປະຊຸມຄະນະລັດຖະມົນຕີ ເພື່ອອະນຸມັດຮ່າງງົບປະມານປີ 2027 ຈຳນວນ 820.9 ພັນຕື້ວອນ ຊຶ່ງ ເປັນສະຖິຕິສູງສຸດແບບບໍ່ເຄີຍມີມາກ່ອນ ແລະ ເພີ່ມຂຶ້ນ 12.8% ເມື່ອທຽບກັບປີກ່ອນ.

 

ບົດລາຍງານລະບຸວ່າ: ຖ້າໄດ້ຮັບການອະນຸມັດຈາກລັດຖະສະພາ, ງົບປະມານປີ 2027 ຈະເປັນໂຕເລກງົບປະມານປະຈຳປີທີ່ເພີ່ມຂຶ້ນໄວທີ່ສຸດ ເກີນສະຖິຕິກ່ອນໜ້ານີ້ທີ່ເພີ່ມຂຶ້ນ 10.6% ໃນໄລຍະວິກິດການການເງິນໂລກປີ 2009, ເພື່ອຊຸກຍູ້ການເຕີບໂຕທາງເສດຖະກິດຜ່ານນະໂຍບາຍການເງິນທີ່ຂະຫຍາຍຕົວ.

ການຂະຫຍາຍຕົວທາງງົບປະມານທີ່ບໍ່ເຄີຍມີມາກ່ອນນີ້ແມ່ນຂັບເຄື່ອນໂດຍການເຕີບໂຕຂອງອຸດສາຫະກຳເຊມິຄອນດັກເຕີ ຊຶ່ງຄາດວ່າຈະເພີ່ມລາຍຮັບພາສີຂອງ ສ ເກົາຫຼີ 194.2 ພັນຕື້ວອນ, ເປັນ 584.4 ພັນຕື້ວອນ ໃນປີ 2027.

ໂດຍລວມແລ້ວ, ລາຍຮັບທັງໝົດຂອງລັດຖະບານ ສ ເກົາຫຼີ ຊຶ່ງລວມທັງລາຍຮັບຈາກພາສີ ແລະ ລາຍຮັບທີ່ບໍ່ແມ່ນພາສີ ຄາດວ່າຈະເພີ່ມຂຶ້ນ 30.4% ເປັນ 880.8 ພັນຕື້ວອນ ໃນປີ 2027, ໃນຂະນະທີ່ອັດຕາສ່ວນໜີ້ສິນສາທາລະນະຕໍ່ GDP ຄາດວ່າຈະຫຼຸດລົງ 3.3% ເປັນ 48.3% ໃນປີ 2027.

ງົບປະມານປີ 2027 ຂອງ ສ ເກົາຫຼີ ຈະສຸມໃສ່ການຟື້ນຟູຂະແໜງອຸດສາຫະກຳ ແລະ ເຕັກໂນໂລຊີໃນອະນາຄົດ. ໂດຍງົບປະມານການຄົ້ນຄວ້າ ແລະ ພັດທະນາ (R&D) ຖືກກຳນົດໄວ້ທີ່ 39.5 ພັນຕື້ວອນ, ເພີ່ມຂຶ້ນ 11.2% ເມື່ອທຽບກັບປີ 2026.

ການເພີ່ມຂຶ້ນສອງໂຕເລກນີ້ມີຈຸດປະສົງເພື່ອຮັກສາອະທິປະໄຕດ້ານເຕັກໂນໂລຊີ ແລະ ຊຸກຍູ້ການເຕີບໂຕໃນອະນາຄົດໂດຍຜ່ານການລົງທຶນຢ່າງຕັ້ງໜ້າໃນ 10 ເຕັກໂນໂລຊີຍຸດທະສາດໃນອະນາຄົດ, ລວມທັງປັນຍາປະດິດ (AI), ຫຸ່ນຍົນທີ່ກ້າວໜ້າ ແລະ ເຊມິຄອນດັກເຕີ, ພ້ອມທັງເລັ່ງການເຊື່ອມໂຍງ AI ເຂົ້າໃນອຸດສາຫະກຳທີ່ສຳຄັນທັງໝົດ.

ງົບປະມານດ້ານອຸດສາຫະກຳ, ວິສາຫະກິດຂະໜາດນ້ອຍ - ຂະໜາດກາງ (SMEs) ແລະ ພະລັງງານເພີ່ມຂຶ້ນ 29.7% ເປັນ 41.2 ພັນຕື້ວອນ. ງົບປະມານດ້ານສິ່ງແວດລ້ອມເພີ່ມຂຶ້ນ 5.2% ເປັນ 14.6 ພັນຕື້ວອນ. ງົບປະມານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເພີ່ມຂຶ້ນ 20.4% ເປັນ 11.6 ພັນຕື້ວອນ.

ງົບປະມານປ້ອງກັນປະເທດເພີ່ມຂຶ້ນ 8.2% ເປັນ 73.3 ພັນຕື້ວອນ. ງົບປະມານດ້ານສາທາລະນະສຸກ, ສະຫວັດດີການ ແລະ ການຈ້າງງານເພີ່ມຂຶ້ນ 9.3% ເປັນ 289 ພັນຕື້ວອນ. ສ່ວນງົບປະມານດ້ານການສຶກສາເພີ່ມຂຶ້ນ 10.8% ເປັນ 110.7 ພັນຕື້ວອນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ອົງການຈ້າງງານ ແລະ ທັກສະ ຂອງອົສຕຣາລີໄດ້ອອກບົດລາຍງານປະຈຳປີ 2026, ໂດຍເປີດເຜີຍວ່າຊາວອົສຕຣາລີໃຊ້ເຄື່ອງມືປັນຍາປະດິດ (AI) ໃນຊີວິດປະຈຳວັນເຖິງ 13.6 ລ້ານຄົນ. ໂດຍສະເພາະ, ກຸ່ມປະຊາກອນໃນໄວເຮັດວຽກ, ທີ່ມີອາຍຸ 25-34 ປີ ແລະ 35-49 ປີ, ໃຊ້ AI ທຸກໆມື້ເຖິງ 74% ແລະ 72% ຕາມລຳດັບ.
ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ບໍລິສັດ Aolani, ຜູ້ໃຫ້ບໍລິການ Neocloud ຫຼື ລະບົບໂຄງສ້າງພື້ນຖານຄລາວ ໃນສິງກະໂປ, ໄດ້ລົງນາມໃນໜັງສືສະແດງເຈດຈຳນົງເພື່ອສ້າງສະມັດຖະພາບດ້ານສູນຂໍ້ມູນປັນຍາປະດິດ (AI) ຂະໜາດ 500 ເມກາວັດໃນປະເທດມາເລເຊຍ, ໂດຍການດໍາເນີນງານຈະເລີ່ມຕົ້ນໃນເຄິ່ງທີ່ສອງຂອງປີ 2027.
ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ສະຖາບັນຄົ້ນຄວ້າທາງການແພດ QIMR Berghoffer ໃນອົສຕຣາລີ ໄດ້ລາຍງານກ່ຽວກັບການສຶກສາລະດັບສາກົນທີ່ພົບວ່າ, ການບໍລິໂພກອາຫານທີ່ຜ່ານການແປຮູບຂັ້ນສູງ (ultra-processed foods)ໂດຍລວມບໍ່ມີຄວາມກ່ຽວຂ້ອງກັບການເປັນມະເຮັງລຳໄສ້ໃຫຍ່. ເຖິງຢ່າງໃດກໍຕາມ, ເມື່ອກວດສອບອາຫານແຍກແຕ່ລະປະເພດພົບວ່າ: ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງຂອງການເປັນມະເຮັງລຳໄສ້ໃຫຍ່ທີ່ສູງຂຶ້ນ, ໃນຂະນະທີ່ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງທີ່ຫຼຸດລົງ.
ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ສືບຕໍ່ປະຕິບັດການເຮັດຝົນທຽມ ໂດຍການໃຊ້ເກືອ ແລະ ນ້ຳກ້ອນແຫ້ງ ບັນເທົາວິກິດການໝອກຄວັນທີ່ເກີດຈາກໄຟໄໝ້ປ່າໃນ 4 ແຂວງຄື: ຊູມາຕຣາໃຕ້, ກາລິມັນຕັນກາງ, ກາລິມັນຕັນໃຕ້ ແລະ ກາລິມັນຕັນຕາເວັນຕົກ ຊຶ່ງຫຼ້າສຸດຝົນໄດ້ເລີ່ມຕົກໃນຫຼາຍພື້ນທີ່ແລ້ວ.
ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເວ​ລາ 11 ໂມງ 39 ນາ​ທີ​ ຂອງວັນ​ທີ 21 ຕຸ​ລາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ທ້າຍຢວນ​ຂອງ​ຈີນ,
ຫວຽດນາມ - ດານມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ - ດານມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ຕຸ​ລາ​ ຜ່ານມາ, ໃນການພົບປະ​ເຈລະ​ຈາ​ຢູ່​ນະ​ຄອນ​ຫຼວງໂກເປັນຮາກ ປະເທດດານມາກ, ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ​ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານນາງ ເມດເຕ ຟຣີເດຣິກເຊນ ນາ​ຍົກ​ລັດ​ຖະ​ມົນ​ຕີດານມາກ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ດານ​ມາກ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​.
ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

“ການຈັດຕັ້ງປະຕິບັດໂຄງການ ‘ການປະມວນຜົນຂໍ້ມູນຕາເວັນອອກ-ຕາເວັນຕົກ’, ສ້າງເຄືອຂ່າຍກຳລັງການປະມວນຜົນເຊື່ອມໂຍງທົ່ວປະເທດເປັນແຜນນະໂຍບາຍສຳຄັນໜຶ່ງຂອງສູນກາງພັກຄອມມູນິດຈີນ.”
ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ຕຸລາ ຜ່ານມາ, ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດ (ສປຊ) ຄັ້ງທີ 17 ຫຼື COP17 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຢເຣວານ ປະເທດອາກເມນີ. ກອງປະຊຸມຄັ້ງນີ້ຈະດໍາເນີນການກວດກາຕໍ່ຄວາມຄືບໜ້າລວມໝູ່ແຫ່ງການຈັດຕັ້ງປະຕິບັດ “ຂອບຊີວະນານາພັນທົ່ວໂລກຄຸນໝິງ-ມອນຕຣີໂອ” ເປັນເທື່ອທໍາອິດ ເພື່ອຊຸກຍູ້ໃຫ້ບັນລຸເປົ້າໝາຍທີ່ກໍານົດໄວ້ໃນຂອບດັ່ງກ່າວຮອດປີ 2030.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ເພີ່ມເຕີມ