ລັດຖະບານເຂັ້ມງວດໃນການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້

ລັດຖະບານເຂັ້ມງວດໃນການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້
ລັດຖະບານໄດ້ເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ມີຢູ່ໃນປັດຈຸບັນ, ໃນຂະດຽວກັນໄດ້ຍູ້ແຮງຂະບວນການຟື້ນຟູປ່າ ແລະ ສົ່ງເສີມການປູກໄມ້ໃຫ້ບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້.
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ລິນຄຳ ດວງສະຫວັນ ຊີ້ແຈງວ່າ: ຜ່ານມາ, ລັດຖະບານໄດ້ສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ ເປັນທີ່ດິນປະເພດອື່ນເພື່ອນໍາໃຊ້ເຂົ້າໃນການພັດທະນາໂຄງການຕ່າງໆ ຕໍ່ບັນຫາດັ່ງກ່າວ, ເພື່ອຮັບປະກັນຄາດໝາຍສູ້ຊົນດັ່ງກ່າວ, ລັດຖະບານ ກໍຄື ຂະແໜງກະສິກຳ ແລະ ສິ່ງແວດລ້ອມໄດ້ກຳນົດທິດທາງ, ແຜນການ, ວິທີການ ແລະ ມາດຕະການ ໂດຍໄດ້ເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ມີຢູ່ໃນປັດຈຸບັນ ແລະ ສົ່ງເສີມການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ, ສູ້ຊົນ ສໍາຫຼວດ, ຈັດສັນ ແລະ ກຳນົດ ເຂດທີ່ດິນປ່າໄມ້ທຳມະຊາດທີ່ຍັງບໍ່ທັນບັນລຸຄາດໝາຍ ໄປຄຽງຄູ່ກັບການຍູ້ແຮງຂະບວນການຟື້ນຟູປ່າ ແລະ ສົ່ງເສີມການປູກໄມ້, ໃນນັ້ນຂະແໜງການໄດ້ມີແຜນການສູ້ຊົນໃຫ້ບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້ ມີບັນດາໜ້າວຽກ ຄື: ຟື້ນຟູປ່າ ໂດຍທຳມະຊາດໃຫ້ໄດ້ 520,000 ເຮັກຕາ; ສົ່ງເສີມປູກໄມ້ອຸດສາຫະກຳໃຫ້ໄດ້ 200,000 ເຮັກຕາ ແລະ ບວກກັບເນື້ອທີ່ດິນປ່າໄມ້ທີ່ກຳລັງສໍາຫຼວດ ແລະ ຈັດສັນຈຳນວນ 14.7 ລ້ານເຮັກຕາ ເພື່ອໃຫ້ໄດ້ 15.4 ລ້ານເຮັກຕາ ຫຼື ເທົ່າກັບ 65% ຂອງເນື້ອທີ່ທົ່ວປະເທດໃນປີ 2030 ແລະ ມາດຕະການເລັ່ງດ່ວນປີ 2026 ໄດ້ເລັ່ງເກັບລາຍຮັບງົບປະມານຟື້ນຟູປ່າ ແລະ ປູກປ່າທົດແທນ ຈາກໂຄງການພັດທະນາທີ່ມີມະຕິສະພາແຫ່ງຊາດ ຮັບຮອງໃນການຫັນປ່ຽນປ່າ ໂດຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ງົບປະມານແຫຼ່ງອື່ນໆ, ຄຸ້ມຄອງ ແລະ ຈັດສັນງົບປະມານໃນການຟື້ນຟູປ່າ ແລະ ປູກປ່າທົດແທນທີ່ໄດ້ອະນຸມັດໃນຈໍານວນ 11 ຕື້ກີບ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ໃນການຈັດ ຕັ້ງປະຕິບັດຕົວຈິງ ຂະແໜງການໄດ້ກຳນົດກົນໄກ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກົມປ່າໄມ້) ເປັນຈຸດໃຈກາງປະສານງານ, ສ້າງບົດສະເໜີໂຄງການ ແລະ ເຈລະຈາ ກັບ ບໍລິສັດ ຜູ້ພັດທະນາໂຄງການຕາມສັນຍາສຳປະທານ ໃນການວາງແຜນການນໍາໃຊ້ງົບປະມານ ເຂົ້າໃນໜ້າວຽກຕົວຈິງຕາມຂັ້ນຕອນ ແລະ ລະບຽບການທີ່ກ່ຽວຂ້ອງ, ພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ຈັດຕັ້ງປະຕິບັດການຟື້ນຟູປ່າ ແລະ ປູກປ່າທົດແທນຕົວຈິງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ ຮ່ວມກັບປະຊາຊົນທີ່ເຂດໂຄງການຟື້ນຟູ ແລະ ປູກປ່າຕັ້ງຢູ່, ມອບໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ເປັນຜູ້ຮັບຜິດຊອບບົວລະບັດຮັກສາປ່າປູກ (ພາຍຫຼັງສຳເລັດການປູກ) ລວມທັງສ້າງລະບຽບການຄຸ້ມຄອງ, ປົກປັກຮັກສາຮ່ວມກັບປະຊາຊົນ, ແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເປັນແຕ່ລະໂຄງການ; ສຳລັບບັນດາໜ້າວຽກຈຸດສຸມທີ່ກຳນົດໃນວາລະແຫ່ງຊາດແມ່ນໄດ້ກຳນົດ 5 ວຽກງານຈຸດສຸມ ຄື: 1. ສ້າງອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ, 2. ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຢູ່ຊົນນະບົດ, 3. ສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ແລະ ຊາວຊົນນະບົດ, 4. ຂົນຂວາຍລະດົມທຶນເຂົ້າໃນການພັດທະນາຊົນນະບົດ ແລະ 5. ປັບປຸງນິຕິກຳ ແລະ ກົນໄກການເຮັດວຽກໃຫ້ມີປະສິດທິຜົນ. ບັນດາໜ້າວຽກດັ່ງກ່າວເຫັນວ່າມີການເຊື່ອມໂຍງ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຕ້ອງໄດ້ຈັດຕັ້ງປະຕິບັດຄຽງຄູ່ກັນ. ໃນການປະຕິບັດຕົວຈິງຕ້ອງໄດ້ອີງໃສ່ສະພາບຈຸດພິເສດ ແລະ ຄວາມຕ້ອງການຮີບດ່ວນຂອງແຕ່ລະທ້ອງຖິ່ນ ເປັນຕົ້ນ ເຂດຊົນນະບົດຫ່າງໄກສອກຫຼີກຕ້ອງໄດ້ສຸມໃສ່ວຽກງານພັດທະນາພື້ນຖານໂຄງລ່າງ ໄປພ້ອມກັບການພັດທະນາອາຊີບ; ເຂດຊົນນະບົດຢູ່ທົ່ງພຽງ ຫຼື ເຂດທີ່ມີການພັດທະນາພື້ນຖານໂຄງລ່າງຈໍານວນໜຶ່ງ ຕ້ອງໄດ້ພັດທະນາອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ ແລະ ອື່ນໆ ຕາມແຕ່ລະກໍລະນີ, ເພື່ອຮັບປະກັນໃຫ້ການຜັນຂະຫຍາຍວາລະແຫ່ງຊາດດັ່ງກ່າວ ດໍາເນີນໄປຢ່າງມີວິທະຍາສາດ, ມີຈຸດສຸມ, ພາວະວິໄສ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ. (ຂ່າວ-ພາບ: ສຳນານ)
.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ