ລັດຖະບານສະເໜີວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ລັດຖະບານສະເໜີວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ
ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ຕໍ່ກອງປະຊຸມສະ​ໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນຕອນບ່າຍວັນທີ 7 ກໍລະກົດນີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ເຫັນສະພາບການກະກຽມຮ່າງວາລະແຫ່ງຊາດ, ການຮ່າງວາລະແຫ່ງຊາດ, ຂັ້ນຕອນໃນການກະກຽມຮ່າງວາລະແຫ່ງຊາດ, ການຮ່າງວາລະແຫ່ງຊາດນີ້ ໄດ້ອີງໃສ່ເນື້ອໃນຈິດໃຈຊີ້ນໍາຢູ່ບັນດາເອກະສານຂອງພັກ-ລັດ, ທິດຊີ້ນໍາຂອງບັນດາກອງປະຊຸມຂັ້ນສູນກາງ ແລະ ບັນດາຂໍ້ມູນສະຫຼຸບຕີລາຄາບົດລາຍງານກ່ຽວກັບວຽກກໍ່ສ້າງຮາກຖານການເມືອງ, ວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກ 3 ສ້າງ, ພ້ອມທັງນໍາໃຊ້ຂໍ້ມູນຈາກຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ປີ 2025 ຕາມດໍາລັດ 348 ເປັນພື້ນຖານ. ໃນການປະເມີນດັ່ງກ່າວໄດ້ດໍາເນີນການປະເມີນ 1,283,251 ຄອບຄົວ, 8,413 ບ້ານ ແລະ 148 ເມືອງ ໃນຂອບເຂດທົ່ວປະເທດ. ຜົນການປະເມີນຄັ້ງນີ້ສະຫຼຸບໃຫ້ເຫັນວ່າ: ຍັງມີຄອບ ຄົວບໍ່ພົ້ນທຸກຈໍານວນ 189,792 ຄອບຄົວ ເທົ່າກັບ 14.78%, ບ້ານບໍ່ພົ້ນທຸກ 2,173 ບ້ານ ກວມ 25.83% ແລະ ເມືອງບໍ່ພົ້ນທຸກ 66 ເມືອງ ກວມ 44.59% ຊຶ່ງມີສາເຫດຕົ້ນຕໍດັ່ງນີ້: ສາເຫດທີ່ພາໃຫ້ຄອບຄົວບໍ່ພົ້ນທຸກມີ 2 ສາເຫດຕົ້ນຕໍຄື:

1) ຄອບຄົວຂາດອາຊີບ ຫຼື ແຫຼ່ງລາຍຮັບໝັ້ນຄົງ ເນື່ອງມາຈາກຂາດຄວາມຮູ້, ຂາດຄວາມກະຕືລືລົ້ນ ໃນການພັດທະນາຕົນເອງ, ຄອງຄອຍການຊ່ວຍເຫຼືອຈາກພາກລັດ ແລະ ວິທີທຳມາຫາກິນແບບຄອງເດີມ;

2) ບໍ່ສາມາດເຂົ້າເຖິງການບໍລິການສາທາລະນະຂັ້ນພື້ນຖານ ເປັນຕົ້ນການເຂົ້າເຖິງການບໍລິການສາທາ ລະນະສຸກ, ການສຶກສາ, ນໍ້າສະອາດ; ສາເຫດທີ່ບ້ານບໍ່ພົ້ນທຸກມີ 3 ສາເຫດຕົ້ນຕໍຄື:

1) ເສັ້ນທາງຄົມມະນາຄົມບໍ່ສາມາດທຽວໄດ້ຕະຫຼອດປີ;

2) ບໍ່ມີຕາຂ່າຍໄຟຟ້າໃນລະບົບ;

3) ບໍ່ສາມາດເຂົ້າເຖິງການບໍລິການດ້ານໂທລະຄົມ ມະນາຄົມ ແລະ ການຂົນສົ່ງ. ສາເຫດທີ່ເມືອງບໍ່ພົ້ນທຸກມີ 3 ສາເຫດຕົ້ນຕໍຄື:

1) ເສັ້ນທາງຄົມມະນາຄົມບໍ່ສາມາດທຽວໄດ້ຕະຫຼອດປີ ແລະ ຍັງບໍ່ທັນເຊື່ອມຈອດກັບບ້ານພາຍໃນເມືອງ,

2) ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມບໍ່ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນ,

3) ເທສະບານເມືອງບໍ່ໄດ້ຊົມໃຊ້ນໍ້າປະປາຊຸມຊົນ ຫຼື ລະບົບນໍ້າປະປາ. ສະນັ້ນ, ການຮ່າງວາລະແຫ່ງຊາດຄັ້ງນີ້ ແມ່ນການຫັນເອົາແນວ ທາງນະໂຍບາຍ, ມະຕິ, ຄໍາສັ່ງ ກ່ຽວກັບວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນອັນລະອຽດດ້ວຍການນໍາໃຊ້ຂໍ້ມູນທີ່ມີລັກສະນະວິທະຍາສາດ, ມີການຢັ້ງຢືນຮັບຮອງຈາກອົງການປົກຄອງທ້ອງຖິ່ນ ແລະ ສູນກາງເປັນພື້ນຖານໃນການກຳນົດເປົ້າໝາຍ, ຄາດໝາຍ ແລະ ວຽກຈຸດສຸມ ເພື່ອເລັ່ງແກ້ໄຂບັນຫາຕົວຈິງຮີບດ່ວນຂອງຊົນນະບົດຢ່າງມີຈຸດສຸມ ແລະ ມີລັກສະນະບຸກທະລຸ. ໃນນີ້, ຈະສຸມໃສ່ແກ້ໄຂ 2 ບັນຫາໃຫຍ່ຄື:

1) ສ້າງອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ ແລະ ຍືນຍົງ;

2) ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຢູ່ຊົນນະບົດ.

ຖ້າ 2 ບັນຫາດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳຈະສາມາດສ້າງຄອບຄົວພົ້ນທຸກໄດ້ຫຼາຍກວ່າ 100,000 ຄອບຄົວ ເຮັດໃຫ້ອັດຕາສ່ວນຄອບຄົວທຸກຍາກຫຼຸດຈາກ 14.78% ຍັງເຫຼືອໜຶ່ງຕົວເລກ (ຫຼື ປະມານ 8%); ສ້າງບ້ານພົ້ນທຸກໃຫ້ໄດ້ຫຼາຍກວ່າ 1,000 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 25 ເມືອງ.

ການສະຫຼຸບວາລະແຫ່ງຊາດ ລັດຖະບານຈະໄດ້ມອບໃຫ້ຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນໃຈກາງປະເມີນຜົນການຈັດຕັ້ງປະບັດຕາມມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາທີ່ໄດ້ປັບປຸງໃໝ່ (ທຽບໃສ່ມາດຕະຖານຕາມດຳລັດ 348/ລບ ແມ່ນມີຕົວຊີ້ວັດໜ້ອຍກວ່າ). ການກະກຽມຮ່າງວາລະແຫ່ງຊາດສະບັບນີ້ມີເວລາຈຳກັດ, ລັດຖະບານໄດ້ມອບໃຫ້ຄະນະຮັບຜິດຊອບຂັ້ນສູນກາງ ດໍາເນີນການຮ່າງວາລະແຫ່ງຊາດດັ່ງກ່າວ ເລີ່ມແຕ່ເດືອນພຶດສະພາ 2026 ເປັນຕົ້ນມາ ແລະ ໄດ້ຈັດກອງປະຊຸມຜ່ານເນື້ອໃນ 3 ຄັ້ງ. ຈາກນັ້ນ, ໄດ້ນໍາໄປຜ່ານກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1, ກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ, ກອງປະຊຸມຮ່ວມຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ 1, ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃນອາທິດຜ່ານມາຊຶ່ງບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາຄິດຄໍາເຫັນຈໍານວນ 10 ທ່ານ ກວມເອົາ 9 ບັນຫາ ເປັນຕົ້ນຊື່ເອີ້ນ, ໄລຍະເວລາຈັດຕັ້ງປະຕິບັດ, ສາເຫດ, ວຽກຈຸດສຸມ, ກົນໄກການຈັດຕັ້ງປະຕິບັດ, ການກຳນົດນະໂຍບາຍ, ການມີສ່ວນຮ່ວມຂອງປະຊາຊົນ, ການຈັດສັນທີ່ດິນ 3 ປະເພດປ່າ ແລະ ງົບປະມານ ເຫັນວ່າເປັນຄໍາເຫັນທີ່ສໍາຄັນ ແລະ ມີເຫດມີຜົນ ຖືກກັບຕົວຈິງ ຄະນະພວກເຮົາຈະໄດ້ນໍາໄປຄົ້ນຄວ້າ ແລະ ປັບປຸງຕາມຄໍາເຫັນຂອງກອງປະຊຸມ ລວມທັງຄໍາເຫັນຂອງບັນດາສະມາຊິກສະພາແຫ່ງຊາດໃນມື້ນີ້.

ສໍາລັບດ້ານໂຄງຮ່າງຂອງວາລະແຫ່ງຊາດສະບັບນີ້ ປະກອບມີ 4 ພາກໃຫຍ່ຄື: ພາກທີ I: ຄວາມຈໍາເປັນຮີບດ່ວນຂອງວາລະແຫ່ງຊາດ; ພາກທີ II: ທັດສະນະຊີ້ນຳ, ຫຼັກການ, ຈຸດປະສົງ ແລະ ລະດັບຄາດໝາຍ; ພາກທີ III: ທິດທາງ, ວຽກຈຸດສຸມ ແລະ ວິທີການຈັດຕັ້ງປະຕິບັດ; ພາກທີ IV: ກົນໄກໃນການຈັດຕັ້ງປະຕິບັດ ແລະ ການແບ່ງຄວາມຮັບຜິດຊອບ. ພ້ອມນັ້ນ, ເນື້ອໃນສະເໜີໃຫ້ສະພາພິຈາລະນາຮັບຮອງ: ສະເໜີພິຈາລະນາຮັບຮອງເອົາບົດລາຍງານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ສະເໜີພິຈາ ລະນາຮັບຮອງເອົາຄາດໝາຍຕົ້ນຕໍຂອງວາລະແຫ່ງຊາດ; ສະເໜີພິຈາລະນາຮັບຮອງເອົາວຽກຈຸດສຸມຂອງວາລະແຫ່ງຊາດ; ສະເໜີພິຈາລະນາຮັບຮອງເອົາກົນໄກການຈັດຕັ້ງປະຕິບັດວາລະແຫ່ງຊາດ.

(ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ