ລັດວິສາຫະກິດລົດເມ ນວ ແລະ ກ໋ອກໆສີສົ້ມ ຈະເປີດໃຫ້ໂດຍສານບໍ່ເສຍຄ່າໄລຍະບຸນພະທາດຫຼວງ

ລັດວິສາຫະກິດລົດເມ ນວ ແລະ ກ໋ອກໆສີສົ້ມ ຈະເປີດໃຫ້ໂດຍສານບໍ່ເສຍຄ່າໄລຍະບຸນພະທາດຫຼວງ
ໃນໄລຍະບຸນນະມັດສະການ ພະທາດຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນວັນທີ 23-27 ພະຈິກ ນີ້, ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລາວສະມາດໂມບິລິຕິ ຈຳກັດ (ລົດກ໋ອກໆສີສົ້ມ) ຈະເອົາລົດມາຮັບ-ສົ່ງບໍລິການມວນຊົນໃນໄລຍະບຸນນະມັດສະການພະທາດຫຼວງໂດຍບໍ່ເສຍຄ່າໂດຍສານ ຊຶ່ງຈະເລີ່ມໃຫ້ບໍລິການໃນເວລາ 17:00-22:30 ໂມງ. ໃນນັ້ນ, ລັດວິສາຫະກິດລົດເມນະຄອນຫຼວງ ຈະນຳໃຊ້ລົດເມ 45 ບ່ອນນັ່ງຈຳນວນ 9 ຄັນ, ລົດ 25 ບ່ອນນັ່ງ 16 ຄັນ ແລະ ບໍລິສັດລາວສະມາດໂມບິລິຕິຈໍາກັດ ຈະນໍາໃຊ້ລົດກ໋ອກໆສີສົ້ມ ຈຳນວນ 50 ຄັນ (ປະເພດ 4-6 ບ່ອນນັ່ງ).
ທ່ານ ສົມສະນິດ ລວດທອງຄຳ ຮອງຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ຖະແຫຼງຂ່າວກ່ຽວກັບການບໍລິການລົດສາທາລະນະໂດຍບໍ່ເສຍຄ່າ ໃນບຸນນະມັດສະການພະທາດຫຼວງ ໃນວັນທີ 20 ພະຈິກ 2023 ຜ່ານມາວ່າ: ເພື່ອເປັນການຫຼຸດຜ່ອນການຈະລາຈອນແອອັດໃນໄລຍະບຸນທາດຫຼວງວຽງຈັນ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ຮ່ວມກັບ ລັດວິສາຫະກິດລົດເມ ນວ ແລະ ບໍລິສັດລາວສະມາດໂມບິລິຕິຈຳກັດ ຮ່ວມກັນໃຫ້ບໍລິການລົດສາທາລະນະ ແກ່ມວນຊົນ ໂດຍບໍ່ເສຍຄ່າ,ໂດຍໄດ້ກຳນົດຈຸດບ່ອນໄວ້ລົດ ສຳລັບຜູ້ທີ່ໃຊ້ລົດສ່ວນຕົວເດີນທາງມາບຸນນະມັດສະການພະທາດຫຼວງ ຢູ່ 3 ຈຸດ ຄື: 1.ຜູ້ທີ່ຂັບລົດມາທາງຖະໜົນສຸພານຸວົງ, ຖະໜົນສີທອງ, ຖະໜົນຫ້ວຍຫົງ, ຖະໜົນທ່າເດືອ, ຖະໜົນແຄມຂອງ ສາມາດຈອດລົດຢູ່ລານຈອດລົດຕະຫຼາດເຊົ້າ ຊຶ່ງສາມມາດ ຮອງຮັບບ່ອນຈອດລົດໄດ້ 400 ກວ່າຄັນ; 2.ຜູ້ທີ່ມາທາງຖະໜົນໄກສອນ ພົມວິຫານ, ຖະໜົນວັງຊາຍ ສາມາດຈອດລົດໄດ້ຢູ່ເດີ່ນຈອດລົດຕະຫຼາດທາດຫຼວງເກົ່າ, ຮອງຮັບບ່ອນຈອດລົດໄດ້ 300 ກວ່າຄັນ; 3.ຜູ້ທີ່ເດີນທາງມາທາງຖະໜົນນາຄວາຍ, ດົງຄໍາຊ້າງ, ຖະໜົນກຳແພງເມືອງ ສາມາດຈອດລົດຢູ່ເດີ່ນຕະຫຼາດບຶງທາດຫຼວງ, ຮອງຮັບບ່ອນຈອດລົດໄດ້ 200ກວ່າຄັນ, ໃນ 3 ຈຸດດັ່ງກ່າວ, ຈະມີບໍລິການລົດສາທາລະນະໂດຍບໍ່ເສຍຄ່າ ນຳພາທ່ານມາສົ່ງໃນງານບຸນພະທາດຫຼວງ.
ພ້ອມນັ້ນ, ທາງລັດວິສາຫະກິດລົດເມ ນວ ຍັງໃຫ້ບໍລິການລົດເມບໍ່ເສຍຄ່າ 9 ສາຍທາງ ຄື: ສາຍທາງທ່າເດື່ອ-ຂົວມິດຕະພາບ-ຊຽງຄວນ, ສາຍທາງທ່າງ່ອນ-ທາດຫຼວງ, ສາຍທາງດົງໂດກ-ທາດຫຼວງ, ສາຍທາງໂພນຕ້ອງ-ທາດຫຼວງ, ສາຍທາງ-ດົງຄຳຊ້າງ-ທາດຫຼວງ-ໄອເຕັກ, ສາຍທາງໜອງໄຮ-ໄອເຕັກ-ທາດຫຼວງ, ສາຍທາງດອນປ່າໃໝ່-ໄອເຕັກ-ທາດຫຼວງ, ສາຍທາງບ້ານຫ້ອມ-ທາດຫຼວງ ແລະ ສາຍທາງ ສີໄຄ-ທາດຫຼວງ ໂດຍຈະມາສົ່ງຜູ້ໂດຍສານຢູ່ຈຸດຄ່ຽນຖ່າຍທີ່ກຳນົດໄວ້ ເພື່ອນຳມວນຊົນເຂົ້າມາງານບຸນ.
ເພື່ອເປັນການຫຼຸດຜ່ອນການສັນຈອນທີ່ແອອັດ, ຜູ້ທີ່ມີຈຸດປະສົງເຂົ້າມາທ່ຽວງານບຸນກໍສາມາດໃຊ້ບໍລິການລົດສາທາລະນະໂດຍບໍ່ເສຍຄ່າໄດ້ ຫຼື ຖ້າຕ້ອງການຂັບລົດສ່ວນຕົວມາເອງກໍສາມາດນຳລົດໄປຈອດໄວ້ໃນ 3 ຈຸດທີ່ກຳນົດໃຫ້ ແລ້ວໃຊ້ບໍລິການລົດຂົນສົ່ງສາທາລະນະບໍ່ເສຍຄ່າເຂົ້າມາທ່ຽວຊົມງານບຸນໄດ້.
ຂ່າວ-ພາບ: ໜັງສືພິມວຽງຈັນໃໝ່

ຄໍາເຫັນ

ຂ່າວເສດຖະກິດ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້
ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ
ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ
ເພີ່ມເຕີມ