ລະວັງພະຍາດຕ່າງໆທີ່ມາກັບນໍ້າຖ້ວມ

ລະວັງພະຍາດຕ່າງໆທີ່ມາກັບນໍ້າຖ້ວມ

ລະວັງພະຍາດຕ່າງໆທີ່ມາກັບນໍ້າຖ້ວມ
ໃນໄລຍະນີ້ເປັນໄລຍະລະດູຝົນບາງມື້ກໍແດດ, ບາງມື້ຝົນຕົກໜັກເກີດນໍ້າຖ້ວມ, ນໍ້າຊຸ, ເກີດມີນໍ້າອັ່ງ-ນໍ້າຂັງຕາມຖະໜົນຫົນທາງ, ເຮືອນຊານບ້ານຊ່ອງອື່ນໆ ຢູ່ຫຼາຍແຂວງຂອງ ສປປ ລາວ ໂດຍສະ ເພາະແຂວງຫຼວງນໍ້າທາ, ຈໍາປາສັກ, ສະຫວັນນະເຂດ ແລະ ແຂວງອື່ນໆ. ສະນັ້ນ, ບັນຫານໍ້າຖ້ວມ ກໍມັກຈະເກີດມີພະຍາດຕ່າງໆທີ່ມາກັບນໍ້າເປື້ອນ.
ລະວງພະຍາດຕາງໆທມາກບນາຖວມ - image 1
 

 

 

ໃນລະດູຝົນ ພະຍາດທີ່ມາກັບນໍ້າຖ້ວມເປັນອັນຕະລາຍຕໍ່ສຸຂະພາບຮ່າງກາຍຄົນເຮົາເຊັ່ນ: ພະ ຍາດຖອກທ້ອງ, ຕາແດງ, ພະຍາດຕຸ່ມເປື່ອຍຕີນຫໍ, ພະຍາດໄຂ້ຍ່ຽວໜູ, ພະຍາດທີ່ຖືກສັດກັດຕອດ, ພະ ຍາດໄຂ້ຍຸງລາຍ. ນອກນັ້ນ, ບັນຫານໍ້າຖ້ວມຍັງມັກເກີດມີອຸບັດເຫດ ບາດເຈັບຈາກສິ່ງເສດເຫຼືອທີ່ມາກັບ ນໍ້າ ກໍສາມາດເກີດອັນຕະລາຍຕໍ່ຄົນເຮົາໄດ້ເຊັ່ນກັນ. ດັ່ງນັ້ນ, ຂໍໃຫ້ທຸກຄົນມີສະຕິປ້ອງກັນພະຍາດ ແລະ ບັນຫາດັ່ງກ່າວໂດຍສະເພາະຖ້າທ່ານໄດ້ສໍາຜັດນໍ້າເປື້ອນຄວນລ້າງຕີນມືໃຫ້ສະອາດໃສ່ສະບູທຸກໆຄັ້ງ. ພ້ອມນັ້ນ, ທີ່ຢູ່ອາໄສ ເຮືອນຊານ ບ້ານຊ່ອງຕ້ອງທໍາຄວາມສະອາດ ພາຍຫຼັງນໍ້າບົກແຫ້ງ, ຢູ່ສະອາດແລ້ວ ຕ້ອງກິນສະອາດ, ດື່ມນໍ້າສະອາດ. ສິ່ງສໍາຄັນສິ່ງເສດເຫຼືອຈາກອາຫານທີ່ກິນແລ້ວບໍ່ຄວນຖິ້ມຊະຊາຍ. ໃນນັ້ນ, ບໍ່ຄວນຂັບຖ່າຍຊະຊາຍເດັດຂາດ.

ລະວງພະຍາດຕາງໆທມາກບນາຖວມ - image 2
 

ແນວໃດກໍຕາມ ຖ້າຄົນໃນຄອບຄົວ ຫຼື ທ່ານຮູ້ສຶກບໍ່ສະບາຍ ຄວນໄປພົບແພດໝໍໃກ້ບ້ານທ່ານໂດຍດ່ວນເຊັ່ນ: ໂຮງໝໍເມືອງ, ແຂວງ, ສູນກາງ, ສຸກສາລາເພື່ອກວດເບິ່ງອາການ, ກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໃຫຍ່ຄົບຄະນະບໍລິຫານງານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຊຸດທີ VIII

ກອງປະຊຸມໃຫຍ່ຄົບຄະນະບໍລິຫານງານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຊຸດທີ VIII

ກອງປະຊຸມໃຫຍ່ຄົບຄະນະບໍລິຫານງານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ປະຈໍາປີ (2023 - 2026) ໄດ້ຈັດຂຶ້ນໃນວັນທີ 3 ກັນຍານີ້ ທີ່ໂຮງແຮມແລນໝາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທ່ານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຊຶ່ງບັນດາທ່ານອະດີດປະທານ, ຄະນະທີ່ປຶກສາ ຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ຮອງປະທານ, ຄະນະບໍລິຫານງານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ແລະ ປະທານສະຫະພັນກິລາແຫ່ງຊາດເຂົ້າຮ່ວມ.
ທ່ານ ດາວວົງ ພອນແກ້ວ ຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສພຊ

ທ່ານ ດາວວົງ ພອນແກ້ວ ຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສພຊ

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026, ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງສາລະວັນ, ທ່ານ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວວຽກງານຢູ່ແຂວງສາລະວັນ ໃນຄັ້ງນີ້ ກໍເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ປະຈຳປີ 2026 ເພື່ອເກັບກຳຂໍ້ມູນລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ທີ່ຈະມາເຖິງນີ້.
ມອບ-ຮັບບັດພະນັກງານ-ລັດຖະກອນໃຫ້ຄັງເງິນແຫ່ງລັດປະຈໍາແຂວງຄໍາມ່ວນ

ມອບ-ຮັບບັດພະນັກງານ-ລັດຖະກອນໃຫ້ຄັງເງິນແຫ່ງລັດປະຈໍາແຂວງຄໍາມ່ວນ

ໃນວັນທີ 3 ກັນຍາ 2026, ທີ່ພະແນກການເງິນແຂວງຄໍາມ່ວນ, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນໃຫ້ຄັງເງິນແຫ່ງລັດປະຈໍາແຂວງ, ໂດຍມີທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງ, ທ່ານ ນິກອນ ພົມວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຕາງໜ້າຄັງເງິນແຫ່ງລັດ, ຄະນະຈັດຕັ້ງສູນກາງພັກ, ຄະນະຄັງເງິນແຫ່ງລັດປະຈໍາແຂວງ ແລະເຂົ້າຮ່ວມ.
ຜ່ານຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງທັບປະຊາຊົນລາວ

ຜ່ານຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງທັບປະຊາຊົນລາວ

ກະຊວງປ້ອງກັນປະເທດ ຈັດກອງປະຊຸມຜ່ານຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງປ້ອງກັນປະເທດ (ສະບັບປັບປຸງ) ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຈາກ 4 ກົມໃຫຍ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮວ່ມ.
ກອງ​ປະ​ຊຸມສ້າງຕັ້ງສະມາຄົມຖົ່ວລຽນລາວ

ກອງ​ປະ​ຊຸມສ້າງຕັ້ງສະມາຄົມຖົ່ວລຽນລາວ

ກອງປະຊຸມສ້າງຕັ້ງ "ສະມາຄົມຖົ່ວລຽນລາວ" (ສຖລ) ຫຼື Lao Durian Association (LDA) ໄດ້ຈັດຂຶ້ນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 951/ຄຈສພ, ລົງວັນທີ 23 ກໍ​ລະ​ກົດ 2026 ແລະ ເຄື່ອນໄຫວພາຍໃຕ້ດໍາລັດ 536/ລບ ວ່າດ້ວຍສະມາຄົມ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງປະເສີດ ມັດທຸຈັນ ປະທານ​ຄະ​ນະ​ຂົນ​ຂວາຍ​ສ້າງ​ຕັ້ງສະມາຄົມຖົ່ວລຽນ​ລາວ, ທ່ານ ສັງຄົມ ຈັນສຸກ ​ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ, ຕາງ​ໜ້າ​ກົມ​ພັດ​ທະ​ນາ​ການ​ບໍ​ລິ​ຫານ​ລັດ ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ທ່ານ ສຸກຖາວອນ ວົງໄຊ ​ຕາງ​ໜ້າ​​ກົມ​ການ​ຄ້າ​ພາຍ​ໃນ ແລະ ຕາງໜ້າກົມປູກຝັງ ພ້ອມດ້ວຍຜູ້ຊົງຄຸນວຸດທິ, ບໍ​ລິ​ສັດຜູ້ປະກອບການຖົ່ວລຽນ​ຈາກ ສ​ປ ຈີນ ແລະ ສະ​ມາ​ຊິກ​ຊາວ​ສວນ​ຖົ່ວ​ລຽນ​ລາວ ລວມທັງໝົດ 52 ທ່ານ ຍິງ 10 ທ່ານ ເຂົ້າຮ່ວມ.
ກົມສື່ສານ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກົມສື່ສານ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ໃນວັນທີ 2 ກັນຍາ ຜ່ານມາ, ເປັນປະທານໂດຍສະຫາຍ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະກົມ, ຫ້ອງການ, ພະແນກ, ຄ້າຍ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ກອງພົນທີ 3 ປາຖະກະຖາ 2 ວັນປະຫວັດສາດ

ກອງພົນທີ 3 ປາຖະກະຖາ 2 ວັນປະຫວັດສາດ

ກອງພົນທີ 3 ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945-2 ກັນຍາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການ ເມືອງ ກອງພົນທີ 3, ມີຄະນະຫ້ອງ ແລະ ພະນັກງານ - ນັກຮົບອ້ອມຂ້າງກົມກອງເຂົ້າຮ່ວມ.
ກະຊວງ ຍທຂ ແລະ ອົງການປົກຄອງ ນວ ເພີ່ມທະວີການຮ່ວມມື 2 ຝ່າຍ

ກະຊວງ ຍທຂ ແລະ ອົງການປົກຄອງ ນວ ເພີ່ມທະວີການຮ່ວມມື 2 ຝ່າຍ

ກອງປະຊຸມພົບປະ ແລະ ເຮັດວຽກຮ່ວມກັນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 2 ກັນຍາຜ່ານມາ ທີ່ຫ້ອງວ່າການປົກຄອງ ນວ ໂດຍການເປັນປະທານຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານພັກ ນວ ປະທານສະພາປະຊາຊົນ ນວ ແລະ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ເລຂາພັກແຂວງ ສາລະວັນຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສ​ພ​ຊ

ເລຂາພັກແຂວງ ສາລະວັນຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສ​ພ​ຊ

ທ່ານ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງສາ​ລະ​ວັນ, ໃນວັນທີ 1 ກັນຍາຜ່ານ​ມາ, ທີ່ ຫ້ອງວ່າການແຂວງ, ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວວຽກງານຢູ່ແຂວງສາລະວັນ ໃນຄັ້ງນີ້, ແມ່ນເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ປະຈຳປີ 2026 ເພື່ອເກັບກຳຂໍ້ມູນລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ທີ່ຈະມາເຖີງນີ້.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາ

ໃນວັນທີ 1 ກັນຍາ ຜ່ານມາ, ກອງພົນທີ 2 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການ, ອະນຸກໍາມະການແຂ່ງຂັນ, ແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ເພີ່ມເຕີມ