ຫຼາຍ​ປັດ​ໄຈ ທີ່​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ເພີ່ມ​ຂຶ້ນ

ຫຼາຍ​ປັດ​ໄຈ ທີ່​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ເພີ່ມ​ຂຶ້ນ

ຫຼາຍ​ປັດ​ໄຈ ທີ່​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ເພີ່ມ​ຂຶ້ນ
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາຜ່ານມານີ້ ທີ່ ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ).
ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ການເພີ່ມຂຶ້ນຂອງລາຄາສິນຄ້າໂດຍລວມ ເພີ່ມຂຶ້ນເລັກໜ້ອຍ. ໃນນັ້ນ, ສິນຄ້າຄວບຄຸມຕາມບັນຊີ (ກ) ມີບາງລາຍການເພີ່ມຂຶ້ນເຊັ່ນ: ເຂົ້າເປືອກ, ເຂົ້າສານຈ້າວ, ຊີ້ນໝູ, ໄກ່ພັນປອກ ເເລະ ປານິນ ຖ້າທຽບໃສ່ ເດືອນຜ່ານມາ ເພີ່ມຂຶ້ນ 0.1-2.4% ແລະ ຖ້າທຽບໃສ່ເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 2.8%-13.4%. ສາເຫດທີ່ລາຄາສິນຄ້າເພີ່ມຂຶ້ນ ຍ້ອນຫຼາຍປັດໄຈ ຂຶ້ນກັບແຕ່ລະປະເພດສິນຄ້າ, ແຕ່ໂດຍພື້ນຖານພົວພັນກັບຕົ້ນທຶນການຜະລິດ, ການຈໍລະຈອນສິນຄ້າ, ຄວາມສ່ຽງໃນຕະຫຼາດ, ກຳໄລຂອງຜູ້ປະກອບການ ເເລະ ການປ່ຽນບາງນະໂຍບາຍ ຫຼື ລະບຽບການທີ່ກ່ຽວຂ້ອງຖືກຖ່າຍທອດຜ່ານລາຄາສິນຄ້າ ໄປຍັງຜູ້ຊື້ ຫຼື ຜູ້ຊົມໃຊ້ສຸດທ້າຍ.
 ທ່ານ ລັດຖະມົນຕີກະຊວງ ອຄ ໄດ້ຍົກຕົວຢ່າງການເພີ່ມຂຶ້ນຂອງລາຄາຊີ້ນໝູ ຢູ່ນະຄອນຫຼວງວຽງຈັນ ໃນເດືອນເມສາ 2025 ທີ່ຜ່ານມາ ອົງການຄຸ້ມຄອງລາຄາຂັ້ນນະຄອນຫຼວງ ໄດ້ເຫັນດີໃຫ້ປັບຂຶ້ນລາຄາຊີ້ນໝູ ເພາະຕົ້ນທຶນ ການຜະລິດໝູເພີ່ມຂຶ້ນ, ຕາມການສຶກສາ, ວິເຄາະ ແລະ ເກັບກຳຂໍ້ມູນ ຂອງພະແນກກະສິກຳ ເເລະ ປ່າໄມ້ ນະຄອນຫຼວງວຽງຈັນ ພົບວ່າໃນໄລຍະນີ້ຄື: ລາຄາໝູນ້ອຍ ເພີ່ມຂຶ້ນ 6.85%, ແຮງງານ ເພີ່ມຂຶ້ນ 51.29%, ວັກຊິນ ເພີ່ມຂຶ້ນ 48%, ຄ່າໄຟຟ້າ ເພີ່ມຂຶ້ນ 48.78%, ມາດຕະການປ້ອງກັນພະຍາດລະບາດ ເພີ່ມຂຶ້ນ 150% ເພື່ອບໍ່ໃຫ້ການສະໜອງຊີ້ນໝູຂາດຕະຫຼາດ ແລະ ຜູ້ປະກອບການ ຫຼື ຜູ້ຜະລິດຢຸດເຊົາການຜະລິດ ຈຶ່ງຈໍາເປັນຕ້ອງຂຶ້ນລາຄາຊີ້ນໝູ ໃນນະຄອນຫຼວງວຽງຈັນ.
ສຳລັບມາດຕະການ ແກ້ໄຂໃນຕໍ່ໜ້າ: ການແກ້ໄຂບັນຫາລາຄາສິນຄ້າຍັງຈະສືບຕໍ່ເປັນບັນຫາທ້າທາຍຍ້ອນຫຼາຍປັດໄຈ. ເຖິງແນວໃດກໍຕາມ, ຂະແໜງອຸດສາຫະກຳ ແລະ ການຄ້າ ກໍຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກຈຸດສຸມທີ່ໄດ້ລາຍງານ ແລະ ເຮັດຜ່ານມາ ພ້ອມທັງສົມທົບກັບພາກສ່ວນກ່ຽວຂ້ອງລົງເລິກຄົ້ນຄວ້າ ແລະ ຮ່ວມກັນແກ້ໄຂແຕ່ລະຂອດຂອງຕ່ອງໂສ້ການຜະລິດ ແລະ ການສະໜອງ ໂດຍສະເພາະສິນຄ້າທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນ 3 ຂອດ: ຂອດຕົ້ນນໍ້າ (ການເພີ່ມຜົນຜະລິດ, ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ) ແມ່ນຈະສົ່ງເສີມການຜະລິດ ແລະ ສະໜອງວັດຖຸດິບ, ແນວພັນ, ແຮງງານ, ແຫຼ່ງທຶນ (ກອງທຶນຜະລິດສິນຄ້າລາວ); ຄ່າໄຟຟ້າ, ການນໍາໃຊ້ເຄື່ອງມື, ເຕັກນິກການຜະລິດ, ການຂົນສົ່ງ ແລະ ອື່ນໆ; ຂອດກາງນໍ້າ (ການປຸງແຕ່ງ ແລະ ສ້າງມູນຄ່າເພີ່ມ) ແມ່ນຈະມີການຄົ້ນຄວ້າວາງແຜນ ແລະ ສົ່ງເສີມການຮວບຮວມ ຜົນຜະລິດ ເພື່ອສະໜອງໃຫ້ການປຸງແຕ່ງ, ການສ້າງຄວາມເຂັ້ມແຂງໃຫ້ ຈນກ ແລະ ຜູ້ປະກອບການ ຜ່ານການຝຶກອົບຮົມໃນບົດບາດ ທີ່ຜູ້ຜະລິດຕ້ອງການເຊັ່ນ: ການນໍາໃຊ້ເຕັກໂນໂລຊີການຜະລິດ, ການຄວບຄຸມຄຸນນະພາບການປຸງແຕ່ງ; ສະໜອງເເຫຼ່ງທຶນ (ກອງທຶນ ຈນກ ແລະ ທະນາຄານທຸລະກິດ) ເພື່ອສົ່ງເສີມການຜະລິດ ແລະ ອື່ນໆ; ຂອດປາຍນໍ້າ (ການພັດທະນາຕະຫຼາດ) ແມ່ນຈະສົ່ງເສີມການຂາຍ-ການເຂົ້າເຖິງຕະຫຼາດ ດ້ວຍນະໂຍບາຍຕ່າງໆເຊັ່ນ: ນະໂຍບາຍສົ່ງເສີມສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນ ຊຶ່ງລັດຖະບານຫາກໍ່ຮັບຮອງຍົກລະດັບຂໍ້ຕົກລົງເປັນດໍາລັດ ໃນເດືອນຜ່ານມາ, ເຈລະຈາເອົາສິນຄ້າທີ່ມີຄຸນນະພາບ ໄປວາງຂາຍຢູ່ຮ້ານຄ້າທັນສະໄໝ ຫຼື ຮ້ານສະດວກຊື້ ຊຶ່ງຜ່ານມາ ກະຊວງ ອຄ ກໍໄດ້ເຈລະຈາກັບບັນດາຮ້ານດັ່ງກ່າວ, ໄດ້ຮັບການຮ່ວມມືທີ່ດີ ແລະ ສືບຕໍ່ເສີມຂະຫຍາຍ), ຈັດຕະຫຼາດນັດສິນຄ້າລາຄາຖືກຢູ່ ສູນກາງ ແລະ ທ້ອງຖິ່ນ; ສ້າງຄວາມຮັບຮູ້ ແລະ ສົ່ງເສີມການຂາຍສິນຄ້າຜ່ານທາງເອເລັກໂຕຼນິກ ເພື່ອຫຼຸດຂອດພໍ່ຄ້າຄົນກາງ.
 (ຂ່າວ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ