ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະເທດຄູ່ຮ່ວມມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ຣັດເຊຍ) ໄດ້ຕົກລົງຮັກສາລະດັບປະລິມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງດັ່ງກ່າວໝາຍຄວາມວ່າ 7 ປະເທດ ຈະຮັກສາຍອດປະລິມານນ້ຳມັນຢູ່ລະດັບສູງສຸດ ຂຶ້ນເປັນ 31.01 ລ້ານຖັງ/ວັນ.
ເຖິງຢ່າງໃດກໍຕາມ, ປະລິມານນີ້ຍັງບໍ່ທັນຄິດໄລ່ເຖິງແຜນການຊົດເຊີຍໃຫ້ແກ່ປະລິມານການຂຸດຄົ້ນທີ່ເກີນລະ ດັບ, ໝາຍຄວາມວ່າ ປະລິມານນໍ້າມັນຊຶ່ງບັນດາສະມາຊິກ OPEC+ ຕ້ອງຫຼຸດການຂຸດຄົ້ນລົງເມື່ອທຽບໃສ່ລະດັບທີ່ໄດ້ອະນຸຍາດ ຍ້ອນໄດ້ຂຸດຄົ້ນເກີນລະດັບກ່ອນແລ້ວ.
ຄາດວ່າ ກຸ່ມບັນດາປະເທດເຫຼົ່ານີ້ ຈະຈັດກອງປະຊຸມປະຈຳເດືອນຄັ້ງຕໍ່ໄປໃນວັນທີ 1 ພະຈິກ ເພື່ອຕີລາຄາສະພາບການຕະຫຼາດ.
ຄໍາເຫັນ