![]() |
ທ່ານ ດາວວົງ ພອນແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງໄດ້ມີທິດຊີ້ນໍາ ໃຫ້ຄະນະທີ່ລົງມາເຄື່ອນໄຫວຕິດຕາມກວດກາ ລົງເລິກຂົງເຂດວຽກງານສຶກສາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ ໂດຍສະເພາະການພັດທະນາສີມືແຮງງານ ແລະ ການຈັດຫາວຽກເຮັດງານທໍາ, ການກະກຽມຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ 6-3-3, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.
![]() |
ໃນວັນດຽວກັນທີ່ ສະພາປະຊາຊົນແຂວງສາລະວັນ ທ່ານ ນາງ ວິລະວອນ ພັນທະວົງ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ທ່ານ ຈັນສະໝອນ ພົມມະແສງ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ນາງ ວາດສະໜາ ໂພໄຊຍະວົງ ຮອງປະທານສະພາປະຊາຊົນແຂວງ ໂດຍໄດ້ສະເໜີໃຫ້ ທ່ານນາງວິລະວອນພັນທະວົງພ້ອມຄະນະເຮັດວຽກຮ່ວມກັບບັນດາພະແນກການ ທີ່ກ່ຽວຂ້ອງກັບຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ໂດຍສະເພາະວຽກງານການສຶກສາ, ວຽກແຮງງານ ແລະ ສະຫວັດດີການສັງຄົມ, ພື້ນຖານໂຄງລ່າງຕໍ່ກັບວຽກງານການທ່ອງທ່ຽວ, ວຽກງານຊົນເຜົ່າ ແລະ ສາສະໜາ ແລະ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກັບຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນແຂວງສາລະວັນຕື່ມອີກ.
ພາບ-ຂ່າວ ສະພາປະຊາຊົນແຂວງ


ຄໍາເຫັນ