ເລຂາທິການໃຫຍ່ ໃຫ້ຂະໜານນາມ ຕາແສງຕາເວັນອອກ ລອຍເມກ

ເລຂາທິການໃຫຍ່ ໃຫ້ຂະໜານນາມ ຕາແສງຕາເວັນອອກ ລອຍເມກ

ເລຂາທິການໃຫຍ່ ໃຫ້ຂະໜານນາມ ຕາແສງຕາເວັນອອກ ລອຍເມກ
ປັດຈຸບັນ, ແຂວງເຊກອງ ມີ 4 ເມືອງຄື: ລະມາມ, ທ່າແຕງ, ກະລຶມ, ດາກຈຶງ ມີ 16 ຕາແສງ ( ເມືອງລະ 4 ຕາແສງ ), ໃນນັ້ນ, ຕາແສງຕາເວັນອອກລອຍເມກ ແມ່ນໜຶ່ງ ໃນ 4 ຕາແສງ ຂອງເມືອງດາກຈຶງ, ມີສໍານັກງານປົກຄອງ ຕັ້ງຢູ່ບ້ານຊຽງຫຼວງ ເຊິ່ງເປັນສໍານັກງານ ຂອງແຂວງຕາເວັນອອກໃນເມື່ອກ່ອນ ໂດຍລວມສະພາບອາກາດຂອງເມືອງ ເປັນອາກາດເຢັນ ມີເມກລອຍ ສວຍງາມ ຕາມຮ່ອມພູຮ່ອມຜາ, ດັ່ງນັ້ນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຈຶ່ງໃຫ້ຂະໜານນາມວ່າ: “ ຕາແສງຕາເວັນອອກລອຍເມກ ”, ເຊິ່ງປ່ຽນຊື່ຈາກອົງການປົກຄອງຕາແສງຊຽງຫຼວງ ທີ່ເປັນເຂດມູນເຊື້ອປະຕິວັດ, ເປັນເຂດທີ່ໝັ້ນທີ່ເຄີຍເສຍສະຫຼະຢ່າງໃຫຍ່ຫຼວງໃນປາງສົງຄາມ ຈຶ່ງມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງທາງດ້ານປະຫວັດສາດ ຂອງຊາດລາວເຮົາ.
ເລຂາທການໃຫຍ ໃຫຂະໜານນາມ ຕາແສງຕາເວນອອກ ລອຍເມກ - image 1
 

ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີປະກາດຕາແສງຕາເວັນອອກລອຍເມກ ໄດ້ໃຫ້ຄວາມໝາຍ ຄວາມສໍາຄັນເລິກເຊິ່ງ ຂອງຕາແສງຕາເວັນອອກລອຍເມກ ໃນແງ່ຂອງພູມສາດ ການເມືອງ, ການພັດທະນາເສດຖະກິດ-ສັງຄົມ ເຊິ່ງຄໍາວ່າ: “ຕາເວັນອອກ” ແລະ ຄໍາວ່າ “ລອຍເມກ” ທັງສອງຄຳນີ້ ສ່ອງແສງໃຫ້ເຫັນເຖິງທໍາມະຊາດທີ່ສວຍງາມ, ຍາມພະອາທິດຂຶ້ນ ໃນທິດຕາເວັນອອກ ຈະເຫັນແສງຕາເວັນສ່ອງແສງສະຫວ່າງ ຕັດຜ່ານທະເລໝອກ, ປຽບເໝືອນແສງສະຫວ່າງຂອງການເລີ່ມຕົ້ນໃໝ່ ທີ່ສາດສ່ອງລົງມາໃຫ້ແກ່ປະຊາຊົນບັນດາເຜົ່າ ຊາວຕາແສງຕາເວັນອອກລອຍເມກ; ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ ເວົ້າສະເພາະ ກໍແມ່ນເນື້ອແທ້ຂອງການສ້າງຕັ້ງຕາແສງແມ່ນ “ການສືບຕໍ່ຜັນຂະຫຍາຍຜົນຂອງການລົງກໍ່ສ້າງຮາກຖານການເມືອງ ໂດຍຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 03 ສ້າງ” ແລະ ເປັນບາດກ້າວສໍາຄັນໃນການ “ສືບຕໍ່ບູລະນະການປົກຄອງໃນລະບອບປະຊາທິປະໄຕ ປະຊາຊົນ” ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ ໂດຍແນໃສ່ການຮັບປະກັນໃຫ້ປະຊາຊົນ ເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງການບໍລິການຂອງລັດ ຢ່າງທົ່ວເຖິງ, ສະດວກ, ວ່ອງໄວ ແລະ ຍຸຕິທໍາ.

ເລຂາທການໃຫຍ ໃຫຂະໜານນາມ ຕາແສງຕາເວນອອກ ລອຍເມກ - image 2
 

ຕາແສງຕາເວັນອອກເມກລອຍ ແມ່ນເປັນຕາແສງທີ່ມີລັກສະນະພິເສດ, ເຖິງແມ່ນວ່າ ເນື້ອທີ່ສ່ວນໃຫຍ່ ຈະເປັນເຂດພູດອຍ-ພູສູງ ກວມເອົາ 95% ແລະ ພູພຽງ ກວມເອົາພຽງແຕ່ 5%. ປະຊາຊົນຫຼາຍກວ່າ 88% ເຮັດການຜະລິດກະສິກໍາເປັນອາຊີບ; ແຕ່ຄວາມພິເສດຂອງຕາແສງ ແມ່ນມີທ່າແຮງຫຼາຍດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ເຊັ່ນ: ມີຊັບພະຍາກອນ ທີ່ດິນອຸດົມສົມບູນ, ມີແຫຼ່ງທ່ອງທ່ຽວທໍາມະຊາດ ທີ່ງົດງາມ, ມີມູນເຊື້ອ ແລະ ມີວັດທະນະທໍາຂອງທ້ອງຖິ່ນ ທີ່ເປັນເອກະລັກ, ມີທີ່ຕັ້ງຢູ່ຈຸດໃຈກາງ ທີ່ມີເສັ້ນທາງ 16B ເປັນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຈາກທ່າເຮືອຣາຊະອານາຈັກໄທ-ທ່າເຮືອນະຄອນດານັງ ສສ ຫວຽດນາມ ໂດຍຜ່ານດ່ານສາກົນດາກຕະອອກ, ມີທ່າແຮງດ້ານອຸດສະຫະກຳພະລັງງານ, ແຮ່ທາດ ເປັນຕົ້ນ: ພະລັງງານໄຟຟ້າແຮງລົມ, ຂຸດຄົ້ນແຮ່ບົກຊິດ ແລະ ອື່ນໆອີກຢ່າງຫຼວງຫຼາຍ.

ເລຂາທການໃຫຍ ໃຫຂະໜານນາມ ຕາແສງຕາເວນອອກ ລອຍເມກ - image 3
 

ເພື່ອເປັນທິດ ແລະ ສ້າງເງື່ອນໄຂຕ່າງໆ ໃຫ້ແກ່ການພັດທະນາ ຕາແສງ ໃຫ້ມີການພັດທະນາ ສາມາດກາຍເປັນເຂດປົກຄອງທີ່ຕອບສະໜອງໄດ້ທາງດ້ານການຄ້າ, ການບໍລິການ ແລະ ກາຍເປັນຕົວເມືອງໃໝ່ໃນອະນາຄົດ; ທ່ານ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະກໍາມະການປົກຄອງແຂວງ, ເມືອງ ແລະ ອົງການປົກຄອງຕາແສງ, ຂະແໜງການອ້ອມຂ້າງແຂວງ ແລະ ເມືອງ ຈົ່ງພ້ອມກັນສຸມໃສ່ເຜີຍແຜ່, ເຊື່ອມຊຶມບັນດານິຕິກຳ ທີ່ຕິດພັນກັບວຽກງານຢູ່ຂັ້ນຕາແສງ ໂດຍໄວ, ຮີບຮ້ອນແບ່ງຄວາມຮັບຜິດຊອບ ລະຫວ່າງເມືອງ ແລະ ຕາແສງ ເພື່ອໃຫ້ການປະຕິບັດວຽກງານ ໃນການບໍລິການ ຮັບໃຊ້ປະຊາຊົນ ສະດວກ ວ່ອງໄວຂຶ້ນ, ຕ້ອງສ້າງຕາແສງ ໃຫ້ເປັນຫົວໜ່ວຍຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຢູ່ຂັ້ນບ້ານ ໃຫ້ໄດ້ຢ່າງແທ້ຈິງ, ຕ້ອງຫັນເອົາພະນັກງານນໍາພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຍູ້ຂະບວນການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ພ້ອມນີ້ ປະຊາຊົນ ກໍຈົ່ງສະໜັບສະໜູນ ຮ່ວມແຮງຮ່ວມໃຈ ໃນການພັດທະນາຕາແສງຕາເວັນອອກລອຍເມກ ດ້ວຍການສ້າງອາຊີບ, ເຮັດການຜະລິດກະສິກໍາ, ການຜະລິດເປັນສິນຄ້າ, ປູກຝັງ, ລ້ຽງສັດ ໃຫ້ເປັນທຸລະກິດ ເພື່ອປັບປຸງຄຸນນະພາບຊີວິດຂອງຕົນເອງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ທີ່ສໍາຄັນອີກ ອົງການຈັດຕັ້ງຊາວໜຸມ, ແມ່ຍິງ ກໍຕ້ອງເປັນເຈົ້າການສ້າງຂະບວນການຢ່າງແຂງແຮງຕາມພາລະບົດບາດຂອງຕົນ ໄປພ້ອມກັບການປະຕິບັດ 3 ສ ຄື: ສະຫງົບ, ສະອາດ ແລະ ສີຂຽວ.

ຂ່າວ : ພຸດທະສອນ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ