ຂ່າວລະບຸວ່າ: ໃນການພົບປະເຈລະຈາ, ການນຳ 2 ທ່ານ ຢືນຢັນເຖິງຄວາມສຳຄັນຂອງການຮັກສາການຕິດຕໍ່ພົວພັນໃນທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ, ພ້ອມທັງເນັ້ນໜັກເຖິງການຊຸກຍູ້ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ດ້ວຍມາດຕະການທີ່ເໝາະສົມກັບສະພາບການ ແລະ ເງື່ອນໄຂຂອງແຕ່ລະປະເທດ.
ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືຈາກສັນຍາການຄ້າເສລີ ຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ-ເອີຣົບ (EAEU) ຊຶ່ງ ເບລາຣຸດ ເຂົ້າເປັນສະມາຊິກ. ທ່ານ ໂຕເລີມ ໄດ້ສະເໜີໃຫ້ ເບລາຣຸດ ສົມທົບກັນຄົ້ນຄວ້າບັນດາມາດຕະການອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານທະເລ, ຝຸ່ນກະເສດອອກສູ່ຕະຫຼາດຊຶ່ງກັນ ແລະ ກັນ, ເຮັດໃຫ້ການນຳເຂົ້າ-ສົ່ງອອກລະຫວ່າງສອງປະເທດເພີ່ມຂຶ້ນ.
2 ຝ່າຍ ເຫັນດີເປັນເອກະພາບບັນດາມາດຕະການສຳຄັນເພື່ອເປີດກວ້າງການຮ່ວມມືໃນຂົງເຂດທີ່ມີທ່າແຮງຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ການສຶກສາ ແລະ ບຳລຸງສ້າງ, ພິເສດແມ່ນໃນຂົງເຂດວິທະຍາສາດພື້ນຖານ, ວັດທະນະທຳ, ສິລະປະ ແລະ ກິລາ, ການຄົ້ນຄວ້າວິທະຍາສາດ; ຢືນຢັນວ່າ 2 ຝ່າຍໄດ້ລົງນາມໃນສັນຍາຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນສາມັນມີຜົນສັກສິດແຕ່ວັນທີ 30 ມັງກອນ 2025 ແລະ ການຈັດຕັ້ງບັນດາໂຄງການຮ່ວມມືດ້ານວັດທະນະທຳຈະສ້າງເງື່ອນໄຂສະດວກເພື່ອເພີ່ມທະວີການຮ່ວມມື ແລະ ແລກປ່ຽນໃນໄລຍະຈະມາເຖິງ.
ພາຍຫຼັງການເຈລະຈາ, ການນຳສອງທ່ານໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ແລະ ເປັນສັກຂີພິຍານພິທີມອບ-ຮັບບັນດາເອກະສານຮ່ວມມືໃນຂົງເຂດປ້ອງກັນປະເທດ, ວິທະຍາສາດ ແລະ ເຕັກໂນໂລຊີ, ຍຸຕິທຳ, ສາທາລະນະສຸກ, ວັດທະນະທຳ, ວິທະຍຸກະຈາຍສຽງ ແລະ ການພົວພັນແລກປ່ຽນປະຊາຊົນ
ຄໍາເຫັນ