ລິບປິນ ຍັງເປັນປະເທດທີ່ປະສົບໄພທຳມະຊາດຫຼາຍທີ່ສຸດໃນໂລກ

ລິບປິນ ຍັງເປັນປະເທດທີ່ປະສົບໄພທຳມະຊາດຫຼາຍທີ່ສຸດໃນໂລກ
ຂ່າວສານຫວຽດນາມລາຍງານວ່າ: ອີງຕາມດັດຊະນີຄວາມສ່ຽງໂລກປີ 2023, ຟີລິບປິນ ເປັນປະເທດທີ່ປະສົບໄພທຳມະຊາດຫຼາຍທີ່ສຸດໃນໂລກ, ຖັດມາແມ່ນ ອິນໂດເນເຊຍ ແລະ ອິນເດຍ.
ຂ່າວລະບຸວ່າ: ບົດລາຍງານສະແດງໃຫ້ເຫັນວ່າ, ຟີລິບປິນ ຕິດໃນບັນຊີລາຍຊື່ອັນດັບ 10 ປະເທດ ທີ່ມີຄວາມສ່ຽງໄພທຳມະຊາດຫຼາຍທີ່ສຸດ, ດ້ວຍ 46,86/100 ຄະແນນ, ຖັດມາແມ່ນ ອິນໂດເນເຊຍ (43,5) ແລະ ອິນເດຍ (41,52). ຟີລິບປິນ ຕັ້ງຢູ່ໃນວົງແຫວນໄຟ ແລະ ພາຍຸປາຊີຟິກ, ຟີລິບປິນ ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມສ່ຽງສູງທີ່ສຸດຂອງໄພພິບັດທໍາມະຊາດໃນທົ່ວໂລກ ແລະ ເປັນປະເທດທີ່ມີພູເຂົາໄຟຫຼາຍທີ່ສຸດໃນໂລກ. ໂດຍສະເລ່ຍແລ້ວ, ຟີລິບປິນ ຕ້ອງປະເຊີນກັບພາຍຸ 20 ຄັ້ງໃນແຕ່ລະປີ ຊຶ່ງຫຼາຍຄັ້ງແມ່ນພາຍຸທີ່ມີກຳລັງແຮງ ແລະ ຮ້າຍແຮງ ຕໍ່ຊີວິດຊັບສິນຂອງປະຊາຊົນ.
ອີງຕາມດັດຊະນີຄວາມສ່ຽງໂລກປີ 2022, ຟີລິບປິນຍັງຢູ່ອັນດັບໜຶ່ງໃນບັນດາປະເທດທີ່ປະສົບໄພທຳມະຊາດຫຼາຍທີ່ສຸດໃນໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຂ່າວຕ່າງປະເທດລາຍ; ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ກ່າວຫວ່າງມໍ່ໆມານີ້ວ່າ: ລັດຖະບານຣັດເຊຍ ຈະຈັດສັນງົບປະມານເກືອບ 180 ຕື້ຣຸບ ໃນໄລຍະ 3 ປີຂ້າງໜ້າ ເພື່ອປັບປຸງດ່ານຊາຍແດນທົ່ວປະເທດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອພັດທະນາໂລຈິສຕິກຂ້າມແດນ.
ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ກໍລະກົດ ຜ່ານມານີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ການ​ເມືອງ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການສະຫະປະຊາຊາດ ​ປະ​ຈຳ​​ປີ 2025 ຈັດ​ຂຶ້ນຢູ່ນະ​ຄອນນິວຢອກ ສະຫະລັດ ອາເມຣິກາ, ທ່ານ ​​ອັນ​ໂຕນີ​ໂອ ກູ​ເຕີເຣັສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການສະຫະປະຊາຊາດ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ ໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຈົ່ງ​ຮ່ວມ​ກັນແບກ​ຫາບ​​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ​, ​ທ່ຽງ​ທຳ ແລະ​ ຍືນ​ຍົງ, ​ທັງຮັບ​ປະ​ກັນ​ໃນ​ການ​ສ້າງ​ຜົນ​ປະ​ໂຫຍດ​ແກ່​ທຸກ​ຄົນ​.
ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນໍ້າຖ້ວມທີ່ເກີດຈາກຝົນຕົກໜັກຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີຊື່ວ່າ: ຮາບາກັດ ໄດ້ເຮັດໃຫ້ນະຄອນຫຼວງມະນີລາ ຂອງຟີລິບປິນ ຢູ່ໃນສະພາບຢຸດສະງັກ, ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກບ້ານເຮືອນ ແລະ ເຮັດໃຫ້ມີຜູ້ສູນຫາຍຢ່າງໜ້ອຍ 2 ຄົນ.
ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ກ່າວໃນກອງປະຊຸມພັກສາມັກຄີອິນໂດເນເຊຍ ໃນວັນທີ 20 ກໍລະກົດ ຜ່ານມາ ວ່າ: ການຜະລິດເຂົ້າຂອງອິນໂດເນເຊຍ ເພີ່ມຂຶ້ນ 48%, ເຮັດໃຫ້ປະລິມານເຂົ້າສຳຮອງຂອງລັດຖະບານເພີ່ມຂຶ້ນເຖິງ 4.2 ລ້ານໂຕນ, ໃນຂະນະດຽວກັນຜົນຜະລິດສາລີເພີ່ມຂຶ້ນ 30%.
ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຂ່າວສານຊີອາໄອລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນັບມາຮອດທ້າຍເດືອນມິຖຸນາຜ່ານມາ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 (ປີ 2021-2025), ນັບລວມແລ້ວ ຈີນໄດ້ດຶງດູດທຶນຕ່າງປະເທດຫຼາຍກວ່າ 700 ຕື້ໂດລາ
ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).
ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ລາຍງານຫຼ້າສຸດຈາກສູນຄົ້ນຄວ້າເສດຖະກິດ ແລະ ທຸລະກິດຂອງອັງກິດ (CEBR) ຄາດຄະເນວ່າ, ມູນຄ່າການຊື້ສິນຄ້າມືສອງທາງອອນລາຍໃນອັງກິດຈະບັນລຸເຖິງ 4.8 ຕື້ໂດລາໃນປີນີ້, ເພີ່ມຂຶ້ນຈາກ 4.3 ຕື້ໂດລາ ໃນປີ 2024, ທ່າມກາງທ່າອ່ຽງການຮັດສາຍແອວຂອງຜູ້ບໍລິໂພກ ແລະ ຄວາມນິຍົມສິນຄ້າມືສອງທີ່ມີຄຸນນະພາບດີ.
ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ບໍລິສັດ ສະໜາມບິນ ແລະ ບໍລິການການບິນ (ສີລັງກາ) ຈຳກັດ ໄດ້ຫ້າມຫຼິ້ນວ່າວໃກ້ກັບສະໜາມບິນສາກົນຫຼາຍແຫ່ງໃນສີລັງກາ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພຂອງເຮືອບິນ ແລະ ຜູ້ໂດຍສານ.
ອິນໂດເນເຊຍ ອອກແບບອາຄານຕ້ານການສັ່ນສະເທືອນຈາກແຜ່ນດິນໄຫວ

ອິນໂດເນເຊຍ ອອກແບບອາຄານຕ້ານການສັ່ນສະເທືອນຈາກແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ທ່ານ ດະວິໂກຣິຕາ ກາຣນາວາຕີ ຜູ້ອໍານວຍການອົງການອຸຕຸນິຍົມວິທະຍາ, ສະພາບອາກາດ ແລະ ທໍລະນີສາດ ອິນໂດເນເຊຍ ກ່າວ ວ່າ, ອົງການໄດ້ເປີດເຜີຍການອອກແບບອາຄານທີ່ທົນທານຕໍ່ແຜ່ນດິນໄຫວຮູບແບບໃໝ່ ທີ່ສາມາດເປັນແບບຢ່າງໃນການຫຼຸດຜ່ອນຄວາມສ່ຽງທີ່ຈະເກີດແຜ່ນດິນໄຫວຂະໜາດໃຫຍ່ໃນອະນາຄົດ.
ເພີ່ມເຕີມ