ລມຕ  ປະຈຳ ຫສນຍ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

ລມຕ  ປະຈຳ ຫສນຍ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ
ໃນໂອກາດທີ່ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງອຸດົມໄຊ ໃນວັນທີ 18 ທັນວານີ້ ຊຶ່ງທ່ານກໍໄດ້ເຂົ້າພົບປະ ແລະ ເຮັດວຽກຮ່ວມກັບການນຳແຂວງອຸດົມໄຊ, ນຳໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີທ່ານຮອງເຈົ້າແຂວງ,  ພ້ອມດ້ວຍຄະນະພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ, ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ. 
ຈຸດປະສົງຂອງການເຂົ້າພົບປະການນຳແຂວງອຸດົມໄຊຄັ້ງນີ້ກໍເພື່ອຮັບຟັງການລາຍງານຄວາມຄືບໜ້າໃນການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ, ການເງິນ ແລະ ບັນຫາເຄັ່ງຮ້ອນອື່ນໆຂອງແຂວງອຸດົມໄຊ, ໂອກາດດັ່ງກ່າວ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ກໍໄດ້ແຈ້ງສະພາບລວມຂອງແຂວງ ແລະ ການຈັດຕັ້ງປະຕິບັດ ວາລະເຄັ່ງຮ້ອນຂອງລັດຖະບານ ຂອງແຂວງອຸດົມໄຊໃຫ້ຄະນະທີມງານໄດ້ຮັບຊາບ ການພັດທະນາເສດຖະກິດ-ສັງຄົມ ແລະການຈັດຕັ້ງປະຕິບັດວາລະເຄັ່ງຮ້ອນຂອງລັດຖະບານຢູ່ແຂວງອຸດົມໄຊ ໂດຍສັງເຂບ ເປັນຕົ້ນແມ່ນຈຸດພິເສດທີ່ຕັ້ງ ແລະ ທ່າແຮງຂອງແຂວງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນຂະແໜງການຕ່າງໆ ໂດຍລວມເສດຖະກິດຂອງແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ GDP ຂະຫຍາຍຕົວໃນລະດັບ 3,98%, ລວມມູນຄ່າປັດຈຸບັນ 7 ຕື້ກວ່າກີບ, ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 13/ນຍ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ,ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດຊຶ່ງແຂວງອຸດົມໄຊແມ່ນໄດ້ສຸມໃສ່ແກ້ໄຂວຽກງານແຕ່ລະດ້ານເຊັ່ນ: ການຄຸ້ມຄອງລາຄາສິນຄ້າ, ການຄຸ້ມຄອງລາຄາເງິນຕາຕ່າງປະເທດ, ການຈັດຕັ້ງປະຕິບັດ ຂໍ້ຕົກລົງ ເລກທີ 93/ນຍ ແລະ ຂໍ້ຕົກລົງ ສະບັບເລກທີ 765/ທຫລ ວ່າດ້ວຍການຈັດຕັ້ງປະຕິບັດສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ. ຊຶ່ງແຂວງອຸດົມໄຊ ໄດ້ສ້າງແຜນດຳເນີນງານ ແລະ ຈັດກອງປະຊຸມຄະນະຮັບຜິດຊອບ,ໄດ້ລົງໂຄສະນາເຜີຍແຜ່ບັນດານະໂຍບາຍດັ່ງກ່າວໃຫ້ບັນດາທະນາຄານທຸລະກິດໄດ້ຮັບຊາບ, ໄດ້ໂຄສະນາເຜີຍແຜ່, ປຸກລະດົມຜູ້ປະກອບການທຸລະກິດໃຫ້ເຂົ້າເຖິງແຫຼ່ງທຶນດັ່ງກ່າວ. ໂອກາດດັ່ງກ່າວ ທ່ານ ສອນໄຊ ສິດພະໄຊ ກໍໄດ້ໂອ້ລົມຕໍ່ການນຳແຂວງອຸດົມໄຊ, ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງການນຳແຂວງອຸດົມໄຊ ທີ່ໄດ້ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນໃນດ້ານຕ່າງໆຈົນເຮັດໃຫ້ເປັນຮູບປະທຳ, ພ້ອມທັງເນັ້ນໃຫ້ສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສຳເລັດຕາມແຜນເພື່ອເຮັດໃຫ້ບັນຫາທີ່ເຄັ່ງຮ້ອນໃນປະເທດຂອງເຮົາຜ່ອນຄາຍລົງເທື່ອລະກ້າວ. (ຂ່າວ: ແສງອາທິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ກອງປະຊຸມສະຫຼູບວຽກງານໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນານີ້ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນີກ ວີຊາຊີບແບບປະສົມແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ.
ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນສູງສຸດປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ສານປະຊາຊົນ ສູງສຸດ (ສປສສ) ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ມີກໍາມະການຄະນະບໍລິຫານງານພັກ, ຫົວໜ້າ ກົມ-ຮອງກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ພົບປະແຈ້ງຕອບ ປະຊາຊົນຮັບຮູ້ວຽກງານ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ພົບປະແຈ້ງຕອບ ປະຊາຊົນຮັບຮູ້ວຽກງານ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ໃນວັນທີ 10 ມິຖຸນາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມ ພົບປະກັບປະຊາຊົນ ເພື່ອແຈ້ງຕອບ ກ່ຽວກັບກົດໝາຍ ທີ່ພົວພັນກັບວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ການໃຫ້ອະໄພຍະໂທດ, ພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ມີບັນດາທ່ານຮອງຫົວໜ້າ ກົມ, ຄະນະພະແນກ, ພະນັກງານວິຊາການ ທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ເປັນເຈົ້າຂອງຄໍາຮ້ອງ ແລະ ຜູ້ຕາງໜ້າເຈົ້າຂອງຄໍາຮ້ອງເຂົ້າຮ່ວມ.
ເປີດຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ ຫສພ

ເປີດຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ ຫສພ

ໃນຕອນເຊົ້າວັນທີ 11 ມິຖຸນາ ນີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ເປິດພິທີຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ (ຫສພ) ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ໂດຍມີຜູ້ເຂົ້າ ຮ່ວມທັງໝົດ 40 ທ່ານ ຈາກບັນດາກົມພາຍໃນ ຫ້ອງວ່າການສູນກາງພັກ.
ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ໂດຍ: ວັນໄຊ ຕະວິນຍານ ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ມີບົດບາດສໍາຄັນເປັນພິເສດຕໍ່ທຸກພື້ນຖານເສດຖະກິດ,ເປັນຕົ້ນແມ່ນບັນດາປະເທດທີ່ມີການຫັນປ່ຽນຮູບແບບເສດຖະກິດ ແລະ ມີການພົວພັນຮ່ວມມືດ້ານການຄ້າໃນລະດັບສາກົນ. ຢູ່ບົນພື້ນຖານການຮັກສາພື້ນຖານເສດຖະກິດມະຫາພາກໝັ້ນທ່ຽງ ນັບແຕ່ການຄວບຄຸມເງິນເຟີ້, ສົມດຸນດ້ານການຄ້າ, ການລົງທຶນ, ງົບປະມານ, ຄວາມໝັ້ນຄົງດ້ານພະລັງງານ, ດ້ານສະບຽງອາຫານ ແກ້ໄຂວຽກເຮັດງານທໍາ ແລະ ອື່ນໆ.
ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງ ຄົບຮອບ 66 ປີ (18 ພຶດສະພາ 1959-18 ພຶດສະພາ 2025), ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ-ແນວລາວຮັກຊາດ ຄົບຮອບ 65 ປີ (24 ພຶດສະພາ 1960-24 ພຶດສະພາ 2025) ແລະ ສະຫຼຸບມອບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ໃນວັນທີ 10 ມິຖຸນາຜ່ານມາ ພາຍໃຕ້ການເປັນປະທານ ແລະ ປາຖະກະຖາໂດຍທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ - ຄະນະກົມໃຫຍ່, ກົມກອງອ້ອມຂ້າງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານແລະປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນສູງສຸດປະຈໍາປີ 2024 ແລະທິດທາງແຜນການປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 10ມິຖຸນານີ້,ທີ່ສານປະຊາຊົນສູງສຸດ(ສປສສ)ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງວຽງທອງສີພັນດອນຄະນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກປະທານສານປະຊາຊົນສູງສຸດ,ມີກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມ-ຮອງກົມພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ຮອງນາຍົກລັດຖະມົນຕີໂອ້ລົມພະນັກງານຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ

ຮອງນາຍົກລັດຖະມົນຕີໂອ້ລົມພະນັກງານຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ

ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຈາກສູນກາງ ແລະ ແຂວງ ເຄືອນໄຫວຢ້ຽມຢາມ ພະນັກງານຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ ໃນວັນທີ 10 ມິຖຸນານີ້. ທ່ານ ຄຳຫຼ້າ ສີດວງໄຊ ເລຂາພັກເມືອງ ເຈົ້າເມືອງໆຄູນໄດ້ລາຍງານກນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ, ຜົນສຳເລັດໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຊຶ່ງໄດ້ຍົກໃຫ້ເຫັນທາງດ້ານ ເສດຖະກິດຂະຫຍາຍຕົວສະເລ່ຍໃນລະດັບ 4.7%/ປີ. ສະເລ່ຍລາຍຮັບຕໍ່ຫົວຄົນປະຕິບັດໄດ້ 16,547,000 ກີບ/ຄົນ/ປີ.
ມອບ-ຮັບໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ

ມອບ-ຮັບໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ

ພິທີມອບ-ຮັບ ແລະ ປິດໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມເຂົ້າໃນການປັບຕົວຕໍ່ກັບການປ່ຽນແປງສະພາບພູມອາກາດຢູ່ເຂດອ່າງນໍ້າເຊບັ້ງຫຽງ ໃຫ້ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະ ຊາດ ແລະ ສ່ິງແວດລ້ອມ (ຊສ) ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງ ຊສ.
ສ້າງຄວາມເຂັ້ມແຂງວຽກງານການເງິນໃຫ້ ອົງການໄອຍະການປະຊາຊົນ 4 ແຂວງພາກເໜືອ

ສ້າງຄວາມເຂັ້ມແຂງວຽກງານການເງິນໃຫ້ ອົງການໄອຍະການປະຊາຊົນ 4 ແຂວງພາກເໜືອ

ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດຊຸດຝືກອົບຮົມສ້າງຄວາມເຂັ້ມແຂງວຽກງານການເງິນໃຫ້ແກ່ອົງການໄອຍະການປະຊາຊົນ 4 ແຂວງພາກເໜືອຂຶ້ນ ໃນວັນທີ 10 ມິຖຸນານີ້ ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນແຂວງຜົ້ງສາລີ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳໄຊ ສູນວີເລີດ ຫົວໜ້າອົງການໄອຍະການປະຊາຊົນແຂວງຜົ້ງສາລີ, ທ່ານ ວີສອນທອງ ແກ້ວວີໄລວັນ ຮອງກົມການເງິນ ອົງການໄອຍະການປະຊາຊົນສູງສຸດ.
ເພີ່ມເຕີມ