ໂລກຈະຮ້ອນຂຶ້ນຫຼາຍກວ່າ 3ອົງສາ

ໂລກຈະຮ້ອນຂຶ້ນຫຼາຍກວ່າ 3ອົງສາ ພາຍໃນທ້າຍສະຕະວັດນີ້

ໂລກຈະຮ້ອນຂຶ້ນຫຼາຍກວ່າ 3ອົງສາ ພາຍໃນທ້າຍສະຕະວັດນີ້
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ບົດລາຍ​ງານ​ໃໝ່​ຈາກ​ອົງການ​ສະ​ຫະປະຊາ​ຊາດ (UN) ເປີດ​ເຜີຍ​ໃຫ້​ຮູ້​ວ່າ:ການເຮັດວຽກຂອງລັດຖະບານ

ປະເທດຕ່າງໆໃນປັດຈຸບັນ ຍັງຄົງເຮັດໃຫ້ໂລກຮ້ອນຂຶ້ນຫຼາຍກວ່າ 3 ອົງສາ ພາຍໃນປີ 2100.

ຂ່າວລະບຸວ່າ:ບົດລາຍງານສະບັບປະຈຳປີ ກ່ຽວກັບຊ່ອງວ່າງການປ່ອຍແກັສເຮືອນແກ້ວສະບັບໃໝ່ຂອງUNເປີດເຜີຍວ່າ: ນະໂຍບາຍດ້ານສະພາບອາກາດທີ່ມີຢູ່ໃນປັດຈຸບັນ ຈະສົ່ງຜົນເຮັດໃຫ້ໂລກຮ້ອນຂຶ້ນຫຼາຍກວ່າ 3 ອົງສາ ພາຍໃນທ້າຍສະຕະວັດນີ້.

ລາຍງານພົບວ່າ: ໂລກຈະປະສົບກັບພາວະໂລກຮ້ອນສູງເຖິງ 3.1 ອົງສາເຊ ຊຶ່ງສູງກວ່າລະດັບກ່ອນຍຸກອຸດສາຫະກຳ ພາຍໃນປີ 2100 ຖ້າລັດຖະບານປະເທດຕ່າງໆຍັງບໍ່ດຳເນີນການໃດໆໃຫ້ຫຼາຍຂຶ້ນ ເພື່ອຫຼຸດການປ່ອຍແກັສເຮືອນແກ້ວ.

ລະດັບດັ່ງກ່າວຖືວ່າຫຼາຍກວ່າເປົ້າໝາຍ ໃນຂໍ້ຕົກລົງປາຣີ ເຖິງ 2 ເທົ່າ, ໂດຍໃນປີ 2015 ລັດຖະບານປະເທດຕ່າງໆໄດ້ລົງນາມໃນຂໍ້ຕົກລົງ ແລະ ກຳນົດການຄວບຄຸມບໍ່ໃຫ້ອຸນຫະພູມໂລກຮ້ອນເກີນ 1.5 ອົງສາເຊ ຈາກລະດັບກ່ອນຍຸກອຸດສາຫະກຳ ເພື່ອປ້ອງກັນຜົນກະທົບອັນຕະລາຍ.

ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ: “ພວກເຮົາກຳລັງຢູ່ໃນພາວະໂລກກຳລັງປະສົບກັບບັນຫາ, ຜູ້ນຳໂລກຕ້ອງພະຍາຍາມຫຼຸດຊ່ອງວ່າງການປ່ອຍແກັສເຮືອນແກ້ວ ຫຼື ບໍ່ດັ່ງນັ້ນ ເຮົາກໍຈະເຂົ້າສູ່ຫາຍະນະດ້ານສະພາບອາກາດ”.

ບົດລາຍງານລະບຸວ່າ: ການປ່ອຍແກັສເຮືອນແກ້ວທົ່ວໂລກເພີ່ມຂຶ້ນ 1.3% ໃນລະຫວ່າງປີ 2022 ຮອດປີ 2023 ສູ່ລະດັບສູງສຸດທີ່ 57.1 ກິກະຕັນຂອງກາກບອນໄດອອກໄຊທຽບເທົ່າ ຊຶ່ງພາຍໃຕ້ນະໂຍບາຍທີ່ມີໃນປັດຈຸບັນ, ອຸນຫະພູມຈະຍັງຄົງເພີ່ມຂຶ້ນລະຫວ່າງ 2.6-2.8 ອົງສາເຊພາຍໃນປີ 2100.ປັດຈຸບັນໂລກມີອຸນຫະພູມເພີ່ມຂຶ້ນປະມານ 1.3 ອົງສາ ສູງກວ່າລະດັບກ່ອນຍຸກອຸດສາຫະກຳແລ້ວ.

ລາຍງານລະບຸວ່າ: ປະເທດຕ່າງໆຕ້ອງຮ່ວມກັນປັບປຸງແລະ ດຳເນີນການຫຼຸດຜ່ອນການປົດແກັສເຮືອນແກ້ວໃຫ້ໄດ້ 42% ຕໍ່ປີພາຍໃນປີ 2030 ແລະຫຼຸດໃຫ້ໄດ້ 57% ພາຍໃນປີ 2035 ຫາກຕ້ອງການປ້ອງກັນບໍ່ໃຫ້ໂລກຮ້ອນເກີນ 1.5 ອົງສາເຊຊຶ່ງປັດຈຸບັນເປົ້າໝາຍດັ່ງກ່າວຄິດວ່າຍັງຫ່າງໄກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ໃນວັນທີ 3 ກັນຍາ ຜ່ານມາ ສະຫະລັດ ອາເມຣິກາ ໄດ້ກວດພົບພະຍາດ ໝາກແດງ 3,134 ກໍລະນີໃນປີ 2026. ໂຕເລກນີ້ເກີນກວ່າກໍລະນີທີ່ຢືນຢັນທັງໝົດຂອງປີ 2025 (2,289) ແລະ ເປັນຈຳນວນສູງສຸດປະຈຳປີນັບຕັ້ງແຕ່ປີ 1991. ໂດຍຄົນເຈັບທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນທ່າມກາງອັດຕາການສັກວັກຊິນທີ່ຫຼຸດລົງໃນບັນດາເດັກນ້ອຍ.
ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສື່ມວນຊົນເນປານລາຍງານວ່າ, ທີມກູ້ໄພໄດ້ຊ່ວຍຊີວິດແມ່ຍິງເນປານອາຍຸ 64 ປີຄົນໜຶ່ງທີ່ຍັງມີຊີວິດຢູ່ໃນເມືອງນູວາໂກ ຫຼັງຈາກເກີດເຫດດິນເຈື່ອນຮຸນແຮງໃນວັນທີ 26 ສິງຫາ ຜ່ານມາ ແລະ ຖືກນຳສົ່ງໄປຮັບການປິ່ນປົວຢູ່ນະຄອນຫຼວງກາດມານດູ.
ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ຕຳຫຼວດອິນໂດເນເຊຍໄດ້ລາຍງານການທຳລາຍເຄືອຂ່າຍການພະນັນອອນລາຍທີ່ດຳເນີນງານຜ່ານເວັບໄຊທີ່ຄວບຄຸມຈາກຕ່າງປະເທດ 3 ແຫ່ງ ຊຶ່ງສ້າງລາຍຮັບໄດ້ເຖິງ 1 ພັນຕື້ຣູເປຍ (ສະກຸນເງິນອິນໂດເນເຊຍ) ຕໍ່ປີ ແລະ ຈັບກຸມຜູ້ຕ້ອງສົງໄສ 5 ຄົນ.
ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ຈາກ​ຂໍ້​ມູນ​ໃນກອງ​ປະ​ຊຸມ​ການ​ຄ້າ​ທັນ​ຍາ​ຫານ​ຈີນ​ ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​​ວັນ​ທີ 5 ກັນ​ຍາ ຜ່ານມາ ຢູ່​ນະ​ຄອນ​ຊາງ​ຊ່າ ​ແຂວງ​ຫູ​ໜານ​ ​​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ທັນ​ຍາ​ຫານ​ຂອງ​ຈີນ​ມີເຖິງ 24,000 ແຫ່ງ, ບັນ​ລຸ​ຍອດ​ມູນ​ຄ່າ​ອຸດ​ສາ​ຫະ​ກຳ​ຫຼາຍກວ່າ 4 ພັນ​ຕື້ຢວນຕໍ່​ປີ, ມີ​ເຂດ ​ແລະ​ ແຂວງຫຼາຍກວ່າ 1 ສ່ວນ 3 ມີ​ມູນ​ຄ່າ​ຜົນ​ຜະ​ລິດບັນ​ລຸ​ຫຼາຍກວ່າ 1 ຮ້ອຍ​ຕື້ຢວນ.
ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ກັນຍາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດ​ນາມ ຢ່າງເປັນທາງການ, ທ່ານ ມິນອອງລາຍ ປະທານາທິບໍດີ ມຽນມາ ແລະ ທ່ານ ຫງວຽນ​ວັນ​ທັງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ມຽນມາ-ຫວຽດນາມ.
ຈາກຄວາມນິຍົມແບບໄວຣັລ ໄປສູ່ການສ້າງແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນຂະຫຍາຍທຸລະກິດໃນອາຊີຕາເວັນອອກສຽງໃຕ້ໃຫ້ເຂັ້ມແຂງຍິ່ງຂຶ້ນ

ຈາກຄວາມນິຍົມແບບໄວຣັລ ໄປສູ່ການສ້າງແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນຂະຫຍາຍທຸລະກິດໃນອາຊີຕາເວັນອອກສຽງໃຕ້ໃຫ້ເຂັ້ມແຂງຍິ່ງຂຶ້ນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ໃນຊຸມປີມານີ້, ແບຣນ (ຍີ່ຫໍ້) ເຄື່ອງສຳອາງຂອງຈີນໄດ້ເຂົ້າມາຢູ່ໃນກະເປົາເຄື່ອງສຳອາງຂອງຜູ້ບໍລິໂພກໃນອາຊຽນເພີ່ມຂຶ້ນຢ່າງຫຼວງຫຼາຍ. ຈາກຜະລິດຕະພັນທີ່ເປັນກະແສໄວຣັລຈາກການຂາຍຜ່ານການຖ່າຍທອດສົດ ຈົນເຖິງຮ້ານຈຳໜ່າຍໃນສູນການຄ້າ, ຜະລິດຕະພັນເຄື່ອງສຳອາງຂອງຈີນກຳລັງມີຊື່ສຽງຫຼາຍຂຶ້ນທົ່ວພາກພື້ນ.
ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດຂອງສິງກະໂປຄາດຄະເນວ່າ, ສິງກະໂປຈະປະສົບກັບສະພາບອາກາດແຫ້ງແລ້ງຢ່າງຕໍ່ເນື່ອງໃນໄລຍະເຄິ່ງທໍາອິດຂອງເດືອນກັນຍາ, ໂດຍລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະນຳເອົາລົມຕາເວັນອອກສ່ຽງໃຕ້ ຫຼື ລົມຕາເວັນຕົກສ່ຽງໃຕ້ພັດຜ່ານພື້ນທີ່ສ່ວນໃຫຍ່. ໃນຂະນະທີ່ປະລິມານນ້ຳຝົນໃນສອງອາທິດທຳອິດຂອງເດືອນຄາດວ່າຈະຕໍ່າກວ່າລະດັບສະເລ່ຍໃນຫຼາຍພາກພື້ນ.
EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ຄະນະກຳມະການເອີຣົບໄດ້ກຳນົດໃຫ້ ChatGPT, Reddit, ແລະ Roblox ເປັນການບໍລິການອອນລາຍຂະໜາດໃຫຍ່ທີ່ຢູ່ພາຍໃຕ້ກົດໝາຍວ່າດ້ວຍການບໍລິການດີຈີຕອນ (DSA) ຂອງສະຫະພາບເອີຣົບ (EU) ຊຶ່ງໝາຍຄວາມວ່າຕ້ອງຢູ່ພາຍໃຕ້ຂໍ້ກຳນົດດ້ານກົດລະບຽບເພີ່ມເຕີມ.
ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕ​ເລກ​ໂດຍ​ກົມ​ສະ​ຖິ​ຕິ ກະ​ຊວງ​ການ​ເງິນ ຫວຽດ​ນາມ ປະ​ກາດ​ໃນ​ວັນ​ທີ 3 ກັນ​ຍາ ຜ່ານມາ, ສະ​ພາ​ບ​ການພັດ​ທະ​ນາ​ເສດ​ຖະ​ກິດ ຫວ​ຽດ​ນາມ ໃນ​ເດືອນ​ສິງ​ຫາ​ປີ 2026 ມີ​ຄວາມ​ຄືບ​ໜ້າ. ໃນ​ນັ້ນ, ຈຸດ​ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ຂົງ​ເຂດ ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ການ​ທ່ອງ​ທ່ຽວ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ.
ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໂດຍໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ ກໍ​ຄື ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​​ລະ​ຫວ່າງຈີນ-ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 23.
ເພີ່ມເຕີມ