ລົດໄຟຟ້າ ເປັນອີກທາງເລືອກ ແລະ ທາງລອດ

ລົດໄຟຟ້າ ເປັນອີກທາງເລືອກ ແລະ ທາງລອດ
(ໂດຍ: ຣັດສະໝີ ດວງສັດຈະ)
ປັດຈຸບັນ; ລາຄານ້ຳມັນໂລກ ໄດ້ມີການຜັນຜວນຢ່າງຕໍ່ເນືື່ອງ ມັນໄດ້ສົ່ງຜົນກະທົບ ຕໍ່ເສດຖະກິດໂລກ-ເສດຖະກິດລາວ ຊຶ່ງນຳມາເຖິງຄວາມບໍ່ສະຖຽນທາງດ້ານການເງິນ-ເງິນຕາ ເຮັດໃຫ້ກ້ອນເງິນກ້ອນໃຫຍ່ໄຫຼອອກໄປຕ່າງປະເທດ ແລະ ລາຄາສິນຄ້າ ຢູ່ທ້ອງຕະຫຼາດແກວ່ງໄກວໄປຕາມໆກັນ; ແຕ່ໃນຂະນະນີ້, ມີຫຼາຍປະເທດໃນໂລກ ໄດ້ຫັນມານໍາໃຊ້ລົດໄຟຟ້າ ພ້ອມທັງພັດທະນາລະບົບປະຈຸ (ສາກ) ໄຟຟ້າ ຕາມສະຖານທີ່ຕ່າງໆນັບມື້ຫຼາຍຂຶ້ນ ໂດຍມີເປົ້າໝາຍຫຼັກ ແນໃສ່ຫຼຸດຜ່ອນຜົນກະທົບຈາກມົນລະພິດທາງອາກາດທີ່ເກີດຂຶ້ນຈາກການປ່ອຍກ໊າສ CO2 ຂອງໂຮງງານອຸດສາຫະກໍາ, ຈາກພາຫະນະທີ່ໃຊ້ນໍ້າມັນເຊື້ອໄຟ ແລະ ມີຫຼາຍປະເທດ ໄດ້ເລີ່ມປະກາດຈຸດຢືນໃນການຮັກສາສິ່ງແວດລ້ອມເປັນພັນທະຂອງຕົນ ຕໍ່ການຫຼຸດຜ່ອນມົນລະພິດທາງອາກາດ ໂດຍກໍານົດທິດທາງການພັດທະນາ ແລະ ນໍາໃຊ້ພາຫະນະ ທີ່ບໍ່ມີມົນລະພິດ ຊຶ່ງຈະເຮັດໃຫ້ປະຊາຄົມໂລກ ໂດຍສະເພາະຊາວລາວຈະບໍ່ໄດ້ໂຈມຫົວ ຍ້ອນການເໜັງຕີງຂອງລາຄານ້ຳມັນ ແລະ ທັງຫຼຸດຜ່ອນເງິນຕາໄຫຼອອກ ທີ່ເປັນຕົ້ນເຫດກໍ່ໃຫ້ເກີດສະພາບເສດຖະກິດບອບບາງ.
ໃນຜ່ານມາ; ພັກ-ລັດຖະບານ ສປປ ລາວ ໄດ້ວາງແຜນນະໂຍາຍ ເພື່ອຮັບມືກັບບັນຫາດັ່ງກ່າວ ໂດຍໄດ້ອອກແຈ້ງການ ເລກທີ 35/ຫສພ/2021 ກ່ຽວກັບທິດຊີ້ນໍາຂອງກົມການເມືອງສູນກາງພັກໃນດ້ານນະໂຍບາຍ ແລະ ທິດທາງຈັດຕັ້ງປະຕິບັດການຫັນໄປສູ່ການນໍາໃຊ້ລົດໄຟຟ້າ; ຍຸດທະສາດສົ່ງເສີມການນໍາໃຊ້ພະລັງງານສະອາດ ສໍາລັບຂະແໜງ ຄົມມະນາຄົມ-ຂົນສົ່ງ ທີ່ຮັບຮອງ ແລະ ປະກາດໃຊ້ ຕາມດໍາລັດເລກ ທີ 231/ນຍ/2020; ຜັນຂະຫຍາຍວາລະວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະມາດຕະການປະຢັດ ເພື່ອເປັນການຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ ຈາກຕ່າງປະເທດກໍຄືຫຼຸດ ຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຜູ້ຊົມໃຊ້ຍານພາຫະນະ, ຫຼຸດຜ່ອນມົນລະພິດຈາກການນໍາໃຊ້ລົດທີ່ແລ່ນດ້ວຍນໍ້າມັນເຊື້ອໄຟ ແລະ ສົ່ງເສີມການນໍາໃຊ້ພະລັງງານໄຟຟ້າ ທີ່ ສປປ ລາວ ມີທ່າແຮງໃນການຜະລິດ; ຢືນຢູ່ຕໍ່ໜ້າສະພາບການໃໝ່; ລັດຖະບານ ຈຶ່ງອອກມະຕິ ເລກທີ 08/ລບ/2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ປະກອບດ້ວຍນະໂຍບາຍ ຕໍ່ຜູ້ນໍາເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ; ພາສີ, ຄຸ້ມຄອງສ່ວຍສາອາກອນ ແລະ ກົດໝາຍ, ລະບຽບການອື່ນໆທີ່ກ່ຽວຂ້ອງ ເພື່ອສົ່ງເສີມທຸລະກິດນໍາເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ; ພ້ອມນັ້ນ, ລັດຈະບໍ່ຈໍາກັດດ້ານໂກຕ້າໃນການນໍາເຂົ້າລົດໄຟຟ້າ ເພື່ອສົ່ງເສີມໃຫ້ມີການແຂ່ງຂັນລາຄາ ຕາມກົນໄກຕະຫຼາດ; ແຕ່ລົດໄຟຟ້າ ທີ່ນໍາເຂົ້າ ແລະ ຈໍາໜ່າຍ ຕ້ອງຮັບປະກັນດ້ານຄຸນນະພາບ, ຄວາມປອດໄພດ້ານເຕັກນິກ ຕາມມາດຕະຖານສາກົນ, ມີສູນບໍລິການຫຼັງການຂາຍ, ສ້ອມແປງ ແລະ ປ່ຽນຖ່າຍອຸປະກອນຕ່າງໆ ລວມທັງມີລະບົບກໍາຈັດ-ຈັດການໝໍ້ໄຟທີ່ເສື່ອມຄຸນນະພາບ ແລະ ສິ່ງເສດເຫຼືອຈາກກິດຈະການລົດໄຟຟ້າ ເພື່ອຫຼຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງເປັນລະບົບ; ກໍານົດປ້າຍ ຫຼື ເຄື່ອງໝາຍ ເປັນສັນຍາລັກສະເພາະສໍາລັບລົດໄຟຟ້າ ເພື່ອໃຫ້ເຈົ້າໜ້າທີ່ ແລະ ບຸກຄົນທົ່ວໄປສາມາດຈໍາແນກໄດ້ງ່າຍ.
ລັດຖະບານ ມີນະໂຍບາຍ ຕໍ່ຜູ້ຜະລິດ ແລະ ປະກອບລົດໄຟຟ້າ ໂດຍລັດສົ່ງເສີມບຸກຄົນ, ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດທີ່ສົນໃຈລົງທຶນເຂົ້າໃນການສ້າງໂຮງງານຜະລິດຊິ້ນສ່ວນອຸປະກອນ, ອາໄຫຼ່ ແລະປະກອບລົດໄຟຟ້າ ເພື່ອສະໜອງພາຍໃນ ແລະ ສົ່ງອອກ ໂດຍການໃຫ້ນະໂຍບາຍເໝາະສົມ ດ້ານພາສີ, ອາກອນການນໍາເຂົ້າ; ສໍາລັບການນໍາເຂົ້າອຸປະກອນ ແລະ ຊິ້ນສ່ວນອາໄຫຼ່ ເພື່ອປະກອບເປັນລົດໄຟຟ້າ, ຜ່ອນ ຜັນອາກອນກໍາໄລ ແລະ ຄ່າເຊົ່າສໍາປະທານທີ່ດິນຂອງລັດ ໃຫ້ແກ່ຜູ້ປະກອບການ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການອື່ນໆ ທີ່ກ່ຽວຂ້ອງຂອງ ສປປ ລາວ.
     ດ້ານນະໂຍບາຍ ຕໍ່ຜູ້ບໍລິການດ້ານຕ່າງໆ ກ່ຽວພັນກັບລົດໄຟຟ້າ: ລັດສົ່ງເສີມບຸກຄົນ, ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ຈະລົງທຶນພັດທະນາສະຖານີບໍລິການສາກລົດໄຟຟ້າ ໂດຍລັດມີນະໂຍບາຍຍົກເວັ້ນ ຫຼື ຜ່ອນຜັນພາສີການນໍາເຂົ້າອຸປະກອນ ແລະ ລະບົບສະຖານີບໍລິການສາກລົດໄຟຟ້າ; ກໍານົດໂຄງສ້າງລາຄາໄຟຟ້າ ສໍາລັບສະຖານີບໍລິການສາກລົດໄຟຟ້າຢ່າງສົມເຫດສົມຜົນ ທີ່ສະທ້ອນໃຫ້ເຫັນຕົ້ນທຶນ ແລະ ຄວາມຄຸ້ມຄ່າການລົງທຶນຂອງຜູ້ໃຊ້ບໍລິການ; ໃຫ້ຄວາມສະດວກໃນການຕິດຕັ້ງສະຖານີສາກລົດໄຟຟ້າ ແຕ່ລະປະເພດຢູ່ຕາມສະຖາ ນີທີ່ຕ່າງໆໃນຕົວເມືອງໃຫຍ່, ຊົນນະບົດ ແລະ ຕາມເສັ້ນທາງຫຼວງແຫ່ງຊາດໃນຂອບເຂດທົ່ວປະເທດ: ຊຸກຍູ້ບັນດາຜູ້ປະກອບການທຸລະກິດປໍ້ານໍ້າມັນເຊື້ອໄຟ ໃຫ້ຫັນມາພັດທະນາສະຖານີບໍລິການສາກລົດໄຟຟ້າ ເທື່ອລະກ້າວ; ລັດ ມີນະໂຍບາຍດ້ານໂຄງສ້າງລາຄາໄຟຟ້າ ສໍາລັບສະຖານີບໍລິການສາກລົດໄຟຟ້າ  ໂດຍໃຫ້ກໍານົດໂຄງສ້າງຮ່າງລາຍຈ່າຍ ທີ່ເໝາະສົມສໍາລັບຜູ້ພັດທະນາສະຖານີບໍລິການສາກລົດໄຟຟ້າ ປະກອບມີຄ່າສ້ອມແປງ ແລະ ຄ່າບູລະນະທາງຫຼວງ (ກອງທຶນທາງ), ກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ, ຕົ້ນທຶນ ແລະ ຄ່າບໍລິຫານຂອງຜູ້ປະກອບການສໍາລັບ ລະບົບກະແສສະຫຼັບ ແລະ ລະບົບສາກກະແສກົງ ຕາມຄວາມເໝາະສົມ ແລະ ອາ ກອນມູນຄ່າເພີ່ມ; ໃຫ້ລັດວິສາຫະກິດໄຟຟ້າລາວ ກໍານົດໂຄງຮ່າງລາຄາໄຟຟ້າ ທີ່ສະໜອງໃຫ້ຜູ້ພັດທະນາສະຖາ ນີສາກລົດໄຟຟ້າໃນລາຄາ ຕາມລະດູການ (ລະດູຝົນຖືກກວ່າລະດູແລ້ງ); ລັດມີນະໂຍບາຍສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນສ້າງສູນບໍລິການປ່ຽນຖ່າຍອາໄຫຼ່ລົດໄຟຟ້າ ໂດຍຜູ້ປະກອບການທຸລະກິດການບໍລິການປ່ຽນຖ່າຍອາໄຫຼ່ລົດໄຟຟ້າ ຕ້ອງມີລະບົບການບໍລິຫານຈັດການສິ່ງເສດເຫຼືອຈາກການປ່ຽນຖ່າຍອຸປະກອນຂອງລົດໄຟຟ້າ ໂດຍສະ ເພາະໝໍ້ໄຟເສື່ອມຄຸນນະພາບ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້.
ສໍາລັບນະໂຍບາຍ ຕໍ່ຜູ້ຊົມໃຊ້ລົດໄຟຟ້າ: ລັດວິສາຫະກິດໄຟຟ້າລາວ ເປັນຜູ້ບໍລິການຕິດຕັ້ງໄຟຟ້າ ສໍາລັບເຄື່ອງສາກລົດ ໄຟຟ້າ ໂດຍບໍ່ເກັບຄ່າໝໍ້ນັບໄຟ ຢູ່ຕາມທີ່ຢູ່ອາໄສ, ສໍານັກງານ-ອົງການ ເພື່ອຮັບປະກັນຄວາມປອດໄພທາງດ້ານເຕັກນິກ; ສະເພາະການເສຍຄ່າທໍານຽມທາງປະຈໍາປີ ແມ່ນຕໍ່າກວ່າລົດແລ່ນດ້ວຍນໍ້າມັນເຊື້ອໄຟຢ່າງໜ້ອຍ 30% ຕາມກໍລະນີຄວາມແຮງທຽບເທົ່າກັນ; ໃຫ້ບູລິມະສິດບ່ອນຈອດລົດໄຟຟ້າ ຕາມຈຸດ ຫຼື ສະຖານທີ່ບໍລິການສາກລົດໄຟຟ້າ ຢູ່ສະຖານທີ່ສາທາລະນະ.
ກ່ຽວກັບເປົ້າໝາຍການນໍາໃຊ້ລົດໄຟຟ້າໄລຍະທົດລອງ: ລັດຖະບານເປັນຜູ້ນໍາໜ້າ ແລະ ຕົວແບບໃນການນໍາໃຊ້ລົດໄຟຟ້າ ໂດຍສະເພາະເລີ່ມຈາກລົດບໍລິຫານລັດ, ລົດປະຈໍາຕໍາແໜ່ງຊື້ໃໝ່ແມ່ນຈັດຊື້ລົດໄຟຟ້າທັງໝົດ ຈາກນັ້ນຈຶ່ງຊຸກຍູ້ບັນດາວິສາຫະກິດຂອງລັດ, ລົດຂົນສົ່ງສາທາລະນະ ໃຫ້ຫັນມານໍາໃຊ້ລົດໄຟຟ້າເທື່ອລະກ້າວ; ຊຸກຍູ້ສົ່ງເສີມອົງການຈັດ ຕັ້ງພາກລັດ ແລະ ເອກະຊົນ, ຕະຫຼອດຮອດບຸກຄົນທົ່ວໄປ ຕາມຕົວເມືອງໃຫຍ່, ຊານເມືອງ ແລະ ຕາມເສັ້ນທາງຫຼວງແຫ່ງຊາດໃຫ້ຫັນມານໍາໃຊ້ລົດໄຟຟ້າ ຕາມເງື່ອນໄຂຄວາມສາມາດຂອງຕົນແຕ່ລະກ້າວ; ຕາມຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ໃນປີ 2022, ທົ່ວປະເທດ ມີ 18 ບໍລິສັດ ທີ່ໄດ້ດໍາເນີນທຸລະກິດດ້ານກິດຈະການສະຖານີສາກລົດໄຟຟ້າ ແລະ ມີສະຖານີສາກລົດໄຟຟ້າ ຈໍານວນ 20 ຈຸດ, ກໍາລັງກໍ່ສ້າງ 6 ຈຸດ ແລະ ກໍາລັງສຶກສາສໍາຫຼວດ 6 ຈຸດ ແລະ ມີລົດໄຟຟ້າທັງໝົດປະມານ 3.201 ຄັນໃນນີ້ມີປະເພດລົດໃຫຍ່ 1.428 ຄັນ ແລະ ລົດຈັກໄຟຟ້າ 1.773 ຄັນ ແລະ ຄາດໝາຍຮອດປີ 2025 ແມ່ນສູ້ຊົນໃຫ້ອັດຕາສ່ວນລົດໄຟຟ້າທີ່ຊົມໃຊ້ໃນສັງຄົມ ກວມເອົາຢ່າງໜ້ອຍ 1% ຂອງຈໍານວນພາຫະນະທັງໝົດ; ຮອດປີ 2030 ໃຫ້ກວມເອົາ 30% ຂຶ້ນໄປແລະມີແຜນພັດທະນາສະຖານີປະຈຸ (ສາກ) ລົດໄຟຟ້າແບບສາທາລະນະແບບປານກາງຫາໄວ ຮອດປີ 2025 ໃຫ້ໄດ້ຢ່າງໜ້ອຍ 50 ສະຖານີ ທີ່ມີຫົວສາກແຕ່ 5-10; 100 ສະຖານີໃນປີ 2030 ໃນຂອບເຂດທົ່ວປະເທດ; 
ເຊື່ອໝັ້ນວ່າ: ພາຍໃຕ້ນະໂຍບາຍຂອງພັກ-ລັດຖະບານ ກໍຄືການມີສ່ວນຮ່ວມຂອງທຸກຝ່າຍໃນສັງຄົມ ຕໍ່ການຫັນມານໍາໃຊ້ລົດໄຟຟ້າ ກໍຄືການນຳໃຊ້ເຄື່ອງມື, ອຸປະກອນໄຟຟ້າ...ທີ່ ສປປ ລາວ ໄດ້ມີທ່າແຮງດ້ານໄຟຟ້າ ຈະໄດ້ຮັບການຮ່ວມມືຫຼາຍຂຶ້ນ ເພື່ອເປັນອີກທາງເລືອກ ແລະ ທາງລອດຂອງພວກເຮົາ ຢ່າງຫຼີກລ່ຽງບໍ່ໄດ້. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ໃນວັນທີ 13 ພະຈິກ 2025 ທີ່ຜ່ານມາ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ ເພີ່ມເຕີມ ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ຮອງຫົວໜ້າກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ມີຜູ້ເຂົ້າຮ່ວມຈາກຫ້ອງວ່າການສໍານັກງານປະທານປະເທດ, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ ແລະ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.
ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ວັນທີ 14 ພະຈິກຜ່ານມານີ້, ຢູ່ທີ່ຜາມໄຊອ່າງເກັບນໍ້າຫ້ວຍນານ້ອຍ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025 ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານອາເມຊົງ ເຢ້ຍເລັງກໍາມະການປະຈໍາພັກແຂວງ ຫົວໜ້ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາການນຳຂັ້ນແຂວງ, ອົງການປົກຄອງເມືອງ, ເມືອງອ້ອມຂ້າງ, ອຳເພີສະເຫຼີມພະກຽດ, ອໍາເພີທຸງຊ້າງ,ອໍາເພີບໍ່ເກືອຈາກລາຊາອານາຈັກໄທ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນສ່ວນໜຶ່ງໃນການສືບສານ ງານປະເພນີບຸນຊ່ວງເຮືອ ເມືອງເງິນ ແຂວງໄຊຍະບູລີ ເຊິ່ງເປັນວັດທະນະທໍາເກົ່າແກ່ ທີ່ສະທ້ອນເຖິງຄວາມຊັດທາ, ຄວາມສາມັກຄີ ແລະ ຄວາມຜູກພັນຂອງຊຸມຊົນ.
3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

ໃນວັນທີ 12-13 ພະຈິກ 2025, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ແລະ 3 ອົງການຈັດຕັ້ງມະຫາຊົນ ໄປເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ແຂວງໄຊສົມບູນ. ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2025 ທີ່ ຫ້ອງວ່າການປົກຄອງແຂວງ ໄຊສົມບູນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນ. ຟອງສະໝຸດ ອັ່ນລາວັນ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງການຕ່າງປະເທດ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນການປະກອບສ່ວນຂອງພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ການລະດົມຂົນຂວາຍຈາກພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເງິນສົດຈຳນວນ 300 ລ້ານກີບ, ເຂົ້າສານ 900 ກວ່າກິໂລ, ເຄື່ອງນຸ່ງຮົ່ມ 20 ແກັດ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນເສຍຫາຍ ຢູ່ແຂວງໄຊສົມບູນໃນທ້າຍປີ 2024 ແລະ ເດືອນກັນຍາ 2025 ຜ່ານມາ.
ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ໃນວັນທີ 14 ພະຈິກນີ້ ຢູ່ທີ່ເດີນໜ້າຫ້ອງວ່າການເມືອງຫຼວງນໍ້າທາ, ຫ້ອງການແຮງງານ ແລະ ສະຫວັດດີການສົງຄົມເມືອງ ສົມທົບກັບ ອົງການຈັດຕັ້ງສະຫະພັນແມ່ຍິງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງເຂົ້າຮ່ວມ.
ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ວັນທີ 15 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່ ລະຫວ່າງ ທ່ານ ຄຳຫຼ້າ ສີສຸວົງ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າໃຫ້ ສະພາປະຊາຊົນແຂວງວຽງຈັນ ແລະ ທ່ານ ນົບພະຈອນ ບຸນວິໄລ ປະທານບໍລິສັດ ວິໄລໂຊກ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ເພີ່ມເຕີມ