ຫຼວງນ້ຳທາເປີດງານເທດສະການດົນຕີນ້ຳທາ 

ຫຼວງນ້ຳທາເປີດງານເທດສະການດົນຕີນ້ຳທາ 
ແຂວງຫຼວງນ້ຳທາ ເປີດງານເທດສະການດົນຕີນ້ຳທາ (ນ້ຳທາມິວສິກ ຄໍນິວໍ) ຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ບ້ານນໍ້າດີ ເມືອງຫຼວງນໍ້າທາ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳຟອງ ອິນມະນີ ປະທານສະພປະຊາຊົນແຂວງ, ທ່ານ ບົວເງິນ ຊາພູວົງ ອາດິດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ມີຫົວໜ້າບໍລິສັດນ້ຳດີ ພັດທະນາຈຳກັດຜູ້ດຽວ ພ້ອມດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ.
         ທ່ານ ສີສຸພັນ ທໍາປັນຍາ ຫົວຫນ້າພະແນກ ຖວທ ແຂວງໄດ້ກ່າວວ່າ: ສຳລັບປີ 2024 ເປັນປີທ່ອງທ່ຽວລາວ ພ້ອມດຽວກັນນັ້ນ ບໍລິສັດນໍ້າດີພັດທະນາຈຳກັດຜູ້ດຽວ ກໍໄດ້ສໍາເລັດຂັ້ນພື້ນຖານ ການກໍ່ສ້າງແຫຼ່ງທ່ອງທ່ຽວນໍ້າດີ  ເພື່ອສ້າງຄວາມຫຼາກຫຼາຍຂອງກິດຈະກໍາການທ່ອງທ່ຽວ, ເຮັດເປັນເທດສະການປະຈຳປີຢູ່ແຂວງຫຼວງນໍ້າທາ ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງຫຼວງນໍ້າທາ ນັບມື້ນັບຫຼາຍຂຶ້ນ. ທາງບໍລິສັດນໍ້າດີພັດທະນາຈໍາກັດຜູ້ດຽວ ຈິ່ງໄດ້ນໍາສະເໜີແນວຄວາມຄິດນີ້ ຕໍ່ເທີງ ຈັດປີທ່ອງທ່ຽວ 2024 ຂັ້ນແຂວງ ເພື່ອຈັດງານເທດສະການດົນຕີ ແລະ ກິລາ Namtha Music Carnival ນີ້ຂຶ້ນ ທັງເປັນກິດຈະກຳສົ່ງເສີມປີທ່ອງທ່ຽວລາວ ທີ່ແຂວງຫຼວງນໍ້າທາ ພ້ອມທັງເປັນການສົ່ງເສີມ, ພັດທະນາ ແລະ ສ້າງມູນຄ່າເພີ່ມຕໍ່ການທ່ອງທ່ຽວ.ສ້າງບັນຍາກາດໃຫ້ສາມາດກະຕຸ້ນເສດຖະກິດພາຍໃນ, ລາຍຮັບໃຫ້ແກ່ຜູ້ບໍລິການ, ສ້າງວຽກເຮັດງານທຳໃຫ້ປະຊາຊົນແຂວງຫຼວງນ້ຳທາ ໃຫ້ດີຂຶ້ນກວ່າເກົ່າ. ການຈັດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາ ມີທັງໝົດ 15 ກິດຈະກໍາໃຫຍ່. ໃນນີ້ ກິດຈະກຳລະດັບຊາດມີ 1 ກິດຈະກຳ; ລະດັບແຂວງ 5 ກິດຈະກຳ ແລະ ລະດັບເມືອງ 9 ກິດຈະກໍາ. ໃນທ້າຍເດືອນທັນວາ 2023 ຜ່ານມາ ແຂວງຫຼວງນໍ້າໄດ້ຈັດພິທີເປີດປີທ່ອງທ່ຽວຂຶ້ນຢ່າງເປັນທາງການແລ້ວ. ໃນເດືອນມັງກອນ ແລະ ກຸມພານີ້ ຫຼາຍເມືອງກໍໄດ້ຈັດກິດຈະກໍາສົ່ງເສີມປີທ່ອງທ່ຽວ 2024 ໄປແລ້ວ ເປັນຕົ້ນແມ່ນ, ເມືອງສິງ, ເມືອງນາແລ, ເມືອງລອງ ແລະ ເມືອງວຽງພູຄາ; ສ່ວນກິດຈະກຳລະດັບຊາດແມ່ນຈະຈັດຢູ່ເມືອງສິງ ຮ່ວມກັບງານບຸນນະມັດສະການພະທາດຫຼວງຈຽງຕຶງ ໃນເດືອນພະຈິກ 2024. ພ້ອມນີ້, ຫຼາຍບ້ານຢູ່ບັນດາເມືອງ ພາຍໃນແຂວງກໍໄດ້ຈັດກິດຈະກຳງານບຸນປະເພນີຂອງປະຊາຊົນບັນດາເຜົ່າ ທີ່ຈະຈັດຂຶ້ນຕາມປະຕິທິນຂອງຕົນ ຕະຫຼອດ 2024 ນີ້.
(ຂ່າວ: ມຸນຕີ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,
ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ໃນລະຫວ່າງວັນທີ 17-19 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງຂຶ້ນທີ່ໂຮງແຮມລອງງື່ມວີວເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານກົງຈີຢ່າງຈື່ຮອງລັດຖະມົນຕີກະຊວງຍຸຕິທຳແລະທ່ານກິແກ້ວສິງນາວົງ
ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ວັນທີ 18 ເມສານີ້ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ,
ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ວັນທີ 16 ເມສາຜ່ານມານີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ເຂົ້າຮ່ວມມີທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ,

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ເພີ່ມເຕີມ