ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ມາເລເຊຍ ແລະ ສິງກະໂປ ໄດ້ຮ່ວມກັນລົງໃນນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບເຂດເສດຖະກິດພິເສດຍະໂຮ-ສິງກະໂປ (JS-SEZ). ກະຊວງເສດຖະກິດມາເລເຊຍລະບຸວ່າ: ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ແລະ ທ່ານ ລີ ຊຽນລຸງ ນາຍົກລັດຖະມົນຕີສິງກະໂປໄດ້ຮ່ວມກັນເປັນສັກຂີພິຍານການລົງນາມລະຫວ່າງທ່ານ ຣາຟິຊີ ຣຳລີ ລັດຖະມົນຕີກະຊວງເສດຖະກິດມາເລເຊຍ ແລະ ທ່ານ ແກນ ຄິມຢົງ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປໃນລັດຍະໂຮ ຂອງມາເລເຊຍ ຊຶ່ງມີຊາຍແດນຕິດກັບສິງກະໂປ. ເຂດເສດຖະກິດພິເສດຍະໂຮ-ສິງກະໂປ ຄາດວ່າຈະມີສ່ວນສົ່ງເສີມການຄ້າລະຫວ່າງລັດຍະໂຮ ແລະ ສິງກະໂປ ສົ່ງເສີມຄວາມສຳພັນທາງທຸລະກິດທີ່ແຂງແຮງຂຶ້ນ ແລະ ປັບປຸງການເຊື່ອມຕໍ່ລະຫວ່າງສອງປະເທດ ຂະນະທີ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ມຸ່ງເນັ້ນຮັບມືກັບການຫຼຸດລົງຂອງເສດຖະກິດໂລກ. ທັງນີ້, ເຂດເສດຖະກິດດັ່ງກ່າວໄດ້ກຳນົດເປົ້າໝາຍທາງການຄ້າໃນຫຼາຍພາກສ່ວນເຊັ່ນ: ເອເລັກໂຕຣນິກ, ບໍລິການທາງການເງິນ, ບໍລິການທີ່ກ່ຽວຂ້ອງກັບທຸລະກິດ ແລະ ບໍລິການທີ່ກ່ຽວຂ້ອງກັບສຸຂະພາບ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ