ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 421,865 ສະຫາຍ, ພ້ອມແຂກຖືກເຊີນ ເຂົ້າຮ່ວມຈໍານວນ 391 ສະຫາຍ.
ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ, ຄວາມຟົດຟື້ນປະຕິວັດ ແລະ ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງຜູ້ແທນກອງປະຊຸມໃຫຍ່, ຄຽງຄູ່ກັບຄວາມສົນໃຈ ແລະ ການຕິດຕາມ ຢ່າງໃກ້ຊິດຂອງທົ່ວສັງຄົມ. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າ, ຕົກລົງຮັບຮອງເອົາບັນຫາສໍາຄັນຂອງພັກ ແລະ ຂອງຊາດ ດ້ວຍຄວາມເອກະພາບສູງ ແລະ ໄດ້ສິ້ນສຸດລົງ ດ້ວຍຜົນສໍາເລັດອັນຈົບງາມ.
I. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ III ກ່ຽວກັບ ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເປັນເອກະສານສໍາຄັນ, ແມ່ນທິດສະດີປະຕິວັດຂອງພັກ, ເປັນທວນໄຟເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໂຄງການການເມືອງ ເປັນຂີດໝາຍສຳຄັນປະຫວັດສາດ, ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາ ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ ຕະຫຼອດໄລຍະ 70 ປີ ແຫ່ງການນໍາພາ ພາລະກິດຕໍ່ສູ້ກູ້ຊາດ, ນໍາພາ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ນໍາພາ ພາລະກິດປ່ຽນແປງໃໝ່. ພ້ອມກັນນັ້ນ, ໄດ້ຍົກໃຫ້ເຫັນ 6 ບົດຮຽນ ທີ່ມີລັກສະນະກົດເກນຂອງການປະຕິວັດລາວ. ໂຄງການການເມືອງ ສະບັບນີ້ ກໍານົດຈຸດໝາຍ ແລະ ບາດກ້າວເດີນທີ່ເປັນພື້ນຖານ ໃຫ້ແກ່ການສ້າງບາດລ້ຽວ ທີ່ແຂງແຮງທັງເປັນຍຸດທະສາດ ແລະ ວິໄສທັດຂອງພັກ ໃນພາລະກິດການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ຮອດປີ 2055, ວັນສ້າງຕັ້ງພັກ ຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງ ທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ. ເພື່ອບັນລຸຈຸດໝາຍດັ່ງກ່າວ, ໂຄງການການເມືືອງ ໄດ້ກໍານົດເອົາ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
II. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ເປັນເອກະພາບສູງຮັບຮອງເອົາ ລາຍງານການເມືອງ ທີ່ໄດ້ຕີລາຄາຢ່າງເລິກເຊິ່ງ, ກົງໄປກົງມາ ຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໃນ 5 ປີ ຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ປະເທດຊາດຂອງພວກເຮົາ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ເສດຖະກິດມະຫາພາກ ມີສະຖຽນລະພາບ, ສາມາດຄວບຄຸມໄດ້ໄພເງິນເຟີ້, ການດຸ່ນດ່ຽງທາງດ້ານເສດຖະກິດຟື້ນຕົວ ແລະ ມີພື້ນຖານດີຂຶ້ນ, ບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ.
ພ້ອມກັນນັ້ນ, ໄດ້ຕີລາຄາຢ່າງພາວະວິໄສ ຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງ ຈຳນວນໜຶ່ງ ແລະ ຖອດໄດ້ 6 ບົດຮຽນແຫ່ງການນໍາພາ ຜ່ານພຶດຕິກໍາຕົວຈິງໃນໄລຍະ 5 ປີ ຜ່ານມາ ເພື່ອເປັນບ່ອນອີງສໍາຄັນ ໃນການປັບປຸງການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ ໃນຊຸມປີຕໍ່ໜ້າ.
ເພື່ອສືບຕໍ່ຍູ້ແຮງພາລະກິດບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ, ກອງປະຊຸມໃຫຍ່ ໄດ້ວາງທິດທາງເພື່ອຜັນຂະຫຍາຍເນື້ອໃນ ຂອງໂຄງການການເມືອງຂອງພັກ ສະບັບທີ 3 ໃຫ້ເປັນລະບົບ, ຕໍ່ເນື່ອງ, ໜັກແໜ້ນ; ວາງທິດທາງໄລຍະແຕ່ປີ 2026-2035 ສ້າງບັນດາປະຖົມປັດໄຈ ທີ່ຍູ້ແຮງການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໄດ້ຮັບການຍົກລະດັບຂຶ້ນ ຢ່າງໜັກແໜ້ນ, ມີຄວາມສາມັກຄີທົ່ວປວງຊົນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ອໍານາດອະທິປະໄຕແຫ່ງຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ; ເສດຖະກິດມະຫາພາກ ມີສະຖຽນລະພາບ ສຸມໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃຫ້ເຂັ້ມແຂງ, ປະເທດຊາດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ, ຮັບປະກັນຄວາມໝັ້ນຄົງ. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ 11 ຂົງເຂດວຽກງານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ.
III. ກອງປະຊຸມໃຫຍ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍລັດຖະບານ ທີ່ຕັ້ງໜ້າປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຍາດໄດ້ຮັບຜົນສໍາເລັດເປັນຢ່າງດີ; ພ້ອມນັ້ນ, ກໍສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນ ແຜນພັດທະນເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະເພາະ 6 ເປົ້າໝາຍໃຫຍ່ ຄື :
1) ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດ ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ແນໃສ່ຍູ້ແຮງການເຕີບໂຕ ເສດຖະກິດແຫ່ງຊາດ ໃຫ້ບັນລຸ 6% ຕໍ່ປີ ຂຶ້ນໄປ.
2) ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ.
3) ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ, ຕົວເມືອງ ແລະ ຊົນນະບົດ ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງເທື່ອລະກ້າວ.
4) ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ.
5) ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ.
6) ພັດທະນາການຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ສີວິໄລ.
IV. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາກົດລະບຽບພັກປະຊາຊົນ ປະຕິວັດລາວ (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງ, ຮັບຮອງການຈັດຕັ້ງປະຕິບັດ ແນວທາງການເມືອງ, ຮັບປະກັນຄວາມສາມັກຄີເປັນເອກະພາບໃນທົ່ວພັກ; ຍູ້ແຮງວຽກງານກໍ່ສ້າງພັກ, ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄວາມສາມາດນໍາພາ ແລະ ບົດບາດທີ່ເຂັ້ມແຂງ ປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ ພັດທະນາຂຶ້ນສູ່ຄຸນນະພາບໃໝ່.
V. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊຶ່ງໄດ້ຕີລາຄາສູງ ຕໍ່ຄວາມບາກບັ່ນພະຍາຍາມ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກ ໃນການເພີ່ມທະວີຄວາມສາມັກຄີ ເປັນເອກະພາບສູງ ພາຍໃນພັກ, ເຊີດຊູຄວາມຮັບຜິດຊອບ ຕໍ່ປະເທດຊາດ ແລະ ປະຊາຊົນ, ຕັດສິນໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ທີ່ປະເຊີນຢູ່ ຢ່າງເດັດດ່ຽວ ສາມາດນຳພາ-ຊີ້ນຳ ບົນຈິດໃຈສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ວາງອອກໄດ້ເປັນຢ່າງດີ.
ກອງປະຊຸມໃຫຍ່ ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຈົ່ງໄດ້ອອກແຮງ ເພື່ອເສີມຂະຫຍາຍຈຸດດີ ຢ່າງແຂງແຮງ, ພ້ອມທັງວາງມາດຕະການເດັດດ່ຽວຈໍາກັດ, ແກ້ໄຂຂໍ້ຂາດຕົກຈຸດບົກພ່ອງ ແລະ ຂໍ້ຄົງຄ້າງທີ່ຜ່ານມາ ຢ່າງຈິງຈັງ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະບໍລິຫານງານສູນກາງພັກ ໃຫ້ສູງເດັ່ນຂຶ້ນ.
VI. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະກອບດ້ວຍກໍາມະການສົມບູນ ຈໍານວນ 73 ສະຫາຍ ແລະ ກໍາມະການສໍາຮອງ ຈໍານວນ 15 ສະຫາຍ ເພື່ອເປັນແກ່ນສານແຫ່ງຄວາມສາມັັກຄີ ແລະ ສະຕິປັນຍາຂອງພັກເຮົານໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປັນເອກະພາບເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ; ໄດ້ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ອີກວາລະໜຶ່ງ; ໄດ້ເລືອກເອົາ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ໄດ້ເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານກວດກາ ແລະ ຮອງປະທານກວດກາ ຈໍານວນ 6 ສະຫາຍ.
ເພື່ອເຮັດໃຫ້ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ, ກອງປະຊຸມໃຫຍ່ ໄດ້ມອບໝາຍໜ້າທີ່ ໃຫ້ຄະນະບໍລິຫານງານສູນກາງພັກ ກໍຄື ຄະນະພັກທຸກຂັ້ນ ເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເປັນແຜນດໍາເນີນງານຂອງຕົນ ຢ່າງລະອຽດ, ມີການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໃຫ້ແທດເຖິງ ແລະ ເປັນປະຈໍາ ໂດຍມີການນໍາພາ-ຊີ້ນໍາ ຢ່າງແຂງແຮງ ແລະ ລວມສູນຈາກສູນກາງພັກ.
ກອງປະຊຸມໃຫຍ່ ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດ ທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນ້ໍາໃຈຮັກຊາດ, ເສີມຂະຫຍາຍມານະຈິດປະຕິວັດ ບາກບັ່ນສຸມໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.
ຄໍາເຫັນ