ມາດຕະການປັບປຸງອົງການຕຸລາການຫວຽດນາມໃນຕໍ່ໜ້າ

ຮຽບຮຽງ:ວັນໄຊ ຕະວິນຍານ
ໃນໄລຍະຕໍ່ໜ້າ,ສະພາບການໂລກ,ພາກພື້ນ ຈະມີຄວາມຮຽກຮ້ອງຕ້ອງການ ແລະ ສິ່ງທ້າທ້າຍໃໝ່.
ການປະຕິວັດອຸດສະຫະກໍາຄັ້ງທີ 4 ຈະເກີດຫຼາຍບັນຫາໃໝ່ ທັງມີບັນຫາທີ່ຕັ້ງໜ້າ ແລະ ບັນຫາທີ່ສັບສົນທີ່ບໍ່ເຄີຍມີມາມາກ່ອນ ທັງສາຍພົວພັນທາງແພ່ງ,ເສດຖະກິດ-ຕະຫຼາດ,ຂໍ້ຂັດແຍ່ງການຄ້າ,ການບໍລິຫານ,ແຮງງານ,ເກີດຂໍ້ຂັດແຍ່ງ,ການລະເມີດກົດໝາຍ ແລະ ຄວາມບໍ່ສະຫງົບ.
 ຕໍ່ໜ້າສະພາບການ ແລະ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ລວມທັງສິ່ງທ້າທາຍໃໝ່.ພັກຄອມມຸຍນິດຫວຽດນາມໄດ້ອອກມະຕີຊີ້ນໍາໃນການປັບປຸງອົງການຕຸລາການຮູບແບບໃໝ່ພາຍໃຕ້ການນໍາພາຂອງພັກ.ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ,ທາດແທ້ລັດຄຸ້ມຄອງດ້ວຍກົດໝາຍສັງຄົມນິຍົມຫວຽດນາມ,ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ.ອໍານາດແຫ່ງລັດແມ່ນເປັນເອກະພາບ.ສ້າງສາຍພົວພັນຢ່າງສະນິດແໜ້ນລະຫວ່າງອົງການຈັດຕັ້ງລັດ,ອົງການຕຸລາການ ແລະ ອົງການບໍລິຫານ.ການປະຕິຮູບອົງການຕຸລາການ ຕ້ອງລິເລີ່ມຈາກມູນເຊື້ອນິຕິກໍາ,ຮີດຄອງປະເພນີອັນດີງາມຂອງຊາດ,ເສີມຂະຫຍາຍຜົນສໍາເລັດໃນໄລຍະຜ່ານມາ,ພ້ອມທັງຮັບເອົາຢ່າງເລືອກເພັ້ນບັນດາບົດຮຽນຂອງຕ່າງປະເທດທີ່ແທດເໜາະກັບສະພາບການຂອງປະເທດ ແລະ ບໍ່ພຽງແຕ່ຄິດສະເພາະໃນສະພາບສັງຄົມໃນປັດຈຸບັນເທົ່ານັ້ນ,ຫາກຍັງຕ້ອງຄິດໄລ່ເຖິງທ່າອ່ຽງໃນອະນາຄົດອີກດ້ວຍ.ຄິດໄລ່ເຖິງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ.ສ້າງສັງ
ຄົມແຫ່ງຄວາມຍຸຕິທໍາ,ປະຊາທິປະໄຕ,ສີວິໄລ.ປ່ຽນແປງໃໝ່ຢ່າງຄົບຊຸດ.
 ໃນຂະບວນວິວັດແຫ່ງການປະຕິຮູບອົງການຕຸລາການ ຕ້ອງເສີມຂະຫຍາຍກໍາລັງແຮງສັງລວມຂອງທົ່ວລະບົບການເມືອງ ແລະ ທົ່ວສັງຄົມ.ບັນດາອົງການຕຸລາການ,ອົງການຊ່ວຍວຽກ ຕ້ອງຢູ່ພາຍໃຕ້ການຕິດຕາມຢ່າງເຂັ້ມງວດຂອງສະພາປະຊາຊົນ ແລະ ແນວໂຮມປະຊາຊົນ.
ສໍາລັບມາດຕະການປະຕິຮູບອົງການຕຸລາການຫວຽດນາມໄດ້ກໍານົດອອກອອກວ່າ:
1.ປັບປຸງກົດໝາຍກ່ຽວກັບອົງການຕຸລາການ,ຮັບປະກັນຄວາມເຄົາລົບ ແລະ ປົກປ້ອງສິດທິມະນຸດ,ສິດຂອງພົນລະເມືອງ,ປັບປຸງກົນໄກປ້ອງກັນ ສະກັດກັ້ນ ແກ້ໄຂທຸກການປະພືດແຊກແຊກຂັດກັບກົດໝາຍ,ໃນການເຄື່ອນໄຫວຂອງອົງການຕຸລາການ ສວຍໃຊ້ກົດໝາຍໄປໃນທາງທີ່ບໍ່ຖືກຕ້ອງ.
2.ອອກຂໍ້ກໍານົດໃນການດໍາເນີນຄະດີຂອງອົງການຕຸລາການ,ຖືການຕັດສິນຄະດີເປັນໃຈກາງ,ການຄົ້ນຄວ້າສໍານວນຄະດີ,ການປະກອບຄໍາເຫັນຕໍ່ຮູບຄະດີ ຕ້ອງມີລັກສະນະກ້າວກະໂດດ ມີປະຊາທິປະໄຕຍຸຕິທໍາ ແລະ ຍົກສູງປະສິດທິຜົນກົນໄກໃຫ້ປະຊາຊົນເຂົ້າຮ່ວມການຕັດສິນຄະດີຢູ່ສານ.
3.ສ້າງກົນໄກສາຍພົວພັນລະຫວ່າງສານຂັ້ນຕ່າງໆ,ຄວາມເປັນເອກະລາດຂອງການຕັດສິນ,ຂອງຜູ້ພິພາກສາ ແລະ ສະພາຜູ້ພິພາກສາ.ກໍານົດສິດຂອບເຂດໜ້າທີ່ໃນການຕັດສິນຄະດີຂັ້ນຕົ້ນ,ຂັ້ນອຸທອນແລະ ຂັ້ນລົບລ້າງ.
4.ປັບປຸງລະບອບ-ລະບຽບການ ຂອງອົງການໄອຍະການໃນການໄຕ່ສວນໃຫ້ຖືກຕ້ອງເໜາະສົມກັບຫຼັກການຜູ້ພິພາກສາ ແລະ ກົດໝາຍເທົ່ານັ້ນ.
5.ປັບປຸງສັບຊ້ອນການຈັດຕັ້ງຂອງອົງການສອບສວນ-ສືບສວນຕາມທິດກະທັດລັດ,ມີປະສິດ
ທິພາບ,ປະສິດທິຜົນ ແລະ  ເປັນມືອາຊີບ.
6.ປ່ຽນແປງໃໝ່ອົງການດໍາເນີນຄໍາປະຕິບັດຄໍາຕັດສິນຂອງສານ,ກົນໄກປະຕິບັດການດໍາເນີນຄະດີອາຍາເອົາໃຈໃສ່ສຶກສາອົບຮົມນັກໂທດ,ການລົງໂທດດັດສ້າງ,ປົກປ້ອງສິດທິມະນຸດ.
7.ປັບປຸ່ງລະບອບ,ລະບຽບກ່ຽວກັບທະນາຍຄວາມ ແລະ ຈັນຍາບັນຂອງອາຊີບທະນາຍຄວາມ.ຮັບປະກັນໃຫ້ທະນາຍຄວາມປະຕິບັດສິດ,ພັນທະ,ໜ້າທີ່ຕາມກົດໝາຍ,ກໍ່ສ້າງຍົກວະດັບພັດທະນາທະນາຍຄວາມໃຫ້ມີຫູັກໝັ້ນການເມືອງຢ່າງໜັກແໜ້ນ ເກັ່ງທັກສະໃນການປະຕິບັດອາຊີບ ແລະ ດ້ານພາສາຕ່າງປະເທດ.
8.ພັດທະນາອົງການທະບຽນສານໃຫ້ໄດ້ມາດຕະຖານຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
9.ຍົກລະດັບຄຸນນະພາບການເຄື່ອນໄຫວຂອງອົງການຕຸລາການ ດ້ວຍການຫັນໄປສູ່ເຕັກໂນໂລຊີທັນສະໄໝ.
10.ພັດທະນາບຸກຄະລາກອນອົງການຕຸລາການຮັບປະກັນຄຸນນະພາບ,ກໍ່ສ້າງຍົກລະດັບປະລິນຍາຕີກົດໝາຍໃຫ້ໄດ້ມາດຕະຖານ ຮັບປະກັນດ້ານວິຊາສະເພາະ ຕອບສະໜອງກັບຄວາມຮຽກຮ້ອງການໃນສະພາບການໃໝ່ທັງສະເພາະໜ້າ ແລະ ຍາວນານ.

ຄໍາເຫັນ

ຂ່າວຕ່າງປະເທດ

ມຽນມາ ປິດຊິມກາດ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ມຽນມາ ປິດຊິມກາດ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາວ່າ: ເຈົ້າໜ້າທີ່ມຽນມາໄດ້ປິດການໃຊ້ງານຊິມກາດ 143,409 ຊິມ ທີ່ສົງໃສວ່າເຊື່ອມໂຍງກັບການພະນັນອອນລາຍລະຫວ່າງເດືອນມີນາ 2025 ຫາ ເດືອນພຶດສະພາ 2026 ຫຼັງຈາກກວດພົບຂໍ້ຄວາມຈຳນວນຫຼວງຫຼາຍທີ່ມີເນື້ອຫາທີ່ກ່ຽວຂ້ອງກັບການພະນັນອອນລາຍ.
ທຶນ​ຕ່າງ​ປະ​ເທດ “ເປີດ​ໂສມໜ້າ​ໃໝ່” ດ້ານ​ການ​ລົງ​ທຶນ​ຢູ່​ຈີນ​ໄດ້​ແນວ​ໃດ?

ທຶນ​ຕ່າງ​ປະ​ເທດ “ເປີດ​ໂສມໜ້າ​ໃໝ່” ດ້ານ​ການ​ລົງ​ທຶນ​ຢູ່​ຈີນ​ໄດ້​ແນວ​ໃດ?

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ຖາ​ນະ​ເປັນ​ກິດ​ຈະ​ກຳ​​ໃຫຍ່​ທີ່ສຳ​ຄັນສຳ​ລັບບໍ​ລິ​ສັດ​ຂ້າມ​ຊາດ​ຄັ້ງ​ທຳ​ອິດ​ຂອງ​ຈີນ, ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ບໍ​ລິ​ສັດ​ຂ້າມ​ຊາດ​ຊີງ​ຕາວ ​ຄັ້ງ​ທີ 7 ທີ່​ສຳ​ເລັດ​ລົງ​ໃນ​ວັນ​ທີ 17 ມິ​ຖຸ​ນາ ຜ່ານມາ ໄດ້​ດຶງ​ດູດ​ຜູ້​ບໍ​ລິ​ຫານ​ຂັ້ນ​ສູງ 322 ທ່ານ​​ຈາກບໍ​ລິ​ສັດ​ຂ້າມ​ຊາດ​ໃນ 44 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມໂດຍ​ໄດ້​ເຊັນ​ສັນ​ຍາ​ 57 ໂຄງ​ການ.
ເອີຣົບ ປະເຊີນກັບວິກິດການຄື້ນຄວາມຮ້ອນຮ້າຍແຮງ

ເອີຣົບ ປະເຊີນກັບວິກິດການຄື້ນຄວາມຮ້ອນຮ້າຍແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາວ່າ: ເອີຣົບກຳລັງປະເຊີນກັບວິກິດການຄື້ນຄວາມຮ້ອນທີ່ຮ້າຍແຮງ, ໂດຍອຸນຫະພູມສູງຂຶ້ນເກືອບ 40 ອົງສາ ຊຶ່ງສົ່ງຜົນໃຫ້ມີການເຕືອນໄພທົ່ວປະເທດ. ລະບົບການຂົນສົ່ງສາທາລະນະຖືກຢຸດສະງັກ ແລະ ສັດປ່າໃນຫຼາຍພື້ນທີ່ກຳລັງເຈັບປ່ວຍຍ້ອນຄວາມກົດດັນຈາກຄວາມຮ້ອນ ຊຶ່ງຜູ້ຊ່ຽວຊານລະບຸວ່າແມ່ນສັນຍານອັນຕະລາຍຂອງການປ່ຽນແປງສະພາບອາກາດໂລກ.
ການ​ເຈ​ລະ​ຈາ​ລະ​ຫວ່າງ​ ອີ​ຣານ - ອາ​ເມ​ຣິ​ກາ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ

ການ​ເຈ​ລະ​ຈາ​ລະ​ຫວ່າງ​ ອີ​ຣານ - ອາ​ເມ​ຣິ​ກາ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 22 ມິ​ຖຸ​ນາ​ ຜ່ານມາ, ​ໃນ​ຖາ​ນະ​ເປັນຝ່າຍ​ໄກ່​ເກ່ຍ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ, ກາ​ຕາ ​ແລະ​ ປາ​ກິ​ສ​ຖານ ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ວ່າ: ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ ​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ບັນ​ຍາ​ກາດ​ທີ່​ມີ​ລັກ​ສະ​ນະ​ຕັ້ງ​ໜ້າ, ສ້າງ​ສັນ ແລະ ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​​ໜ້າ​ຊື່ນ​ຊົມ​ ຊຶ່ງລວມ​ທັງ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​​ສຳ​ລັບການ​ເຈ​ລະ​ຈາ​ດ້ານ​ວິ​ຊາ​ການ​ຕື່ມ​ອີກ.
ຫວຽດນາມ ຈັດກອງ​ປະ​ຊຸມຄັ້ງທີ 1 ​ຄະ​ນະ​ຊີ້​ນຳ​ສູນ​ກາງ ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການໃຫ້ສົມບູນແບບ

ຫວຽດນາມ ຈັດກອງ​ປະ​ຊຸມຄັ້ງທີ 1 ​ຄະ​ນະ​ຊີ້​ນຳ​ສູນ​ກາງ ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການໃຫ້ສົມບູນແບບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນທີ 22 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ. ເຂົ້າ​ຮ່ວມ​ມີ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝິນ ​ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ແລະ ທ່ານ ເຈິ່ນ​ເກິມ​ຕູ້ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນກາງພັກ.
​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

ງານແຂ່ງຂັນບານເຕະຊີງແຊັມໂລກປີ 2026 ທີ່ອາເມຣິກາ-ແມັກຊິກ-ການາດາຮ່ວມກັນເປັນເຈົ້າພາບໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 11 ມິຖຸນາ ຜ່ານມານີ້. ເຖິງວ່າທີມຊາດຈີນບໍ່ໄດ້ເຂົ້າຮ່ວມການແຂ່ງຂັນ, ແຕ່ຈີນໄດ້ມີສ່ວນຮ່ວມໃນຫຼາຍຂົງເຂດຂອງການແຂ່ງຂັນຄັ້ງນີ້ຢ່າງຮອບດ້ານ, ຈາກການສະໜັບສະໜູນ ຫຼື ເປັນສະປອນເຊີຍີ່ຫໍ້ຕ່າງໆ, ເຕັກໂນໂລຊີສຳຄັນຮອດວັດທະນະທຳທີ່ທັນສະໄໝ, ຈີນໄດ້ມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງ ຊຶ່ງມີຫຼາຍກວ່າຄວາມຮັບຮູ້ຂອງຄົນທົ່ວໄປ.
ສິງກະໂປ ຊ່ວຍເຫຼືອບໍລິສັດສື່ ພັດທະນາເນື້ອໃນດີຈີຕອນ

ສິງກະໂປ ຊ່ວຍເຫຼືອບໍລິສັດສື່ ພັດທະນາເນື້ອໃນດີຈີຕອນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການພັດທະນາສື່ຂໍ້ມູນຂ່າວສານ (IMDA) ຂອງລັດຖະບານສິງກະໂປ ໄດ້ປະກາດແຜນການດຳເນີນໂຄງການພັດທະນາເນື້ອໃນດີຈີຕອນ ແລະ ຂີດຄວາມສາມາດທາງດີຈີຕອນ ໄລຍະ 4 ປີ ມູນຄ່າ 48 ລ້ານໂດລາສິງກະໂປ ເພື່ອຊ່ວຍເຫຼືອບໍລິສັດສື່ພັດທະນາເນື້ອໃນດີຈີຕອນ ແລະ ປັບໃຊ້ເຄື່ອງມືປັນຍາປະດິດ (AI).
ອົສຕຣາລີ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນອົສຕຣາລີ

ອົສຕຣາລີ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນອົສຕຣາລີ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານນາງ ຈູລີ ຄໍລລິນສ ລັດຖະມົນຕີກະຊວງກະສິກຳ, ການປະມົງ ແລະ ປ່າໄມ້ຂອງອົສຕຣາລີ ໄດ້ຢືນຢັນການກວດພົບເຊື້ອໄວຣັດໄຂ້ຫວັດສັດປີກ H5N1 ຄັ້ງທຳອິດໃນແຜ່ນດິນຂອງອົສຕຣາລີ. ໂດຍຜົນການທົດສອບຢືນຢັນວ່ານົກ skua ສີນ້ຳຕານທີ່ພົບໃນອຸທະຍານແຫ່ງຊາດທາງພາກໃຕ້ຂອງລັດ Western Australia ໃນວັນທີ 14 ມິຖຸນາ ຜ່ານມາ ໄດ້ຕິດເຊື້ອ ແລະ ຕາຍຍ້ອນໄຂ້ຫວັດສັດປີກຊະນິດຮຸ່ນແຮງນີ້.
ອາ​ຊຽນ - ຣັດ​ເຊຍ ສ້າງວິ​ໄສ​ທັດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່

ອາ​ຊຽນ - ຣັດ​ເຊຍ ສ້າງວິ​ໄສ​ທັດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 20 ມິຖຸນາ ຜ່ານມາວ່າ: ກອ​ງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ອາ​ຊຽນ - ຣັດ​ເຊຍ ຄົບ​ຮອບ 35 ປີ ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 17 – 18 ມິ​ຖຸ​ນາ ຜ່ານມາ ຢູ່​ນະ​ຄອນ Kazan ສະ​ຫະ​ພັນ ຣັດ​ເຊຍ, ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​ຍຸດ​ທະ​ສາດ 4 ສະ​ບັບ, ໃນ​ນັ້ນ ມີ​ຖະ​ແຫຼງ​ການ Kazan 2026 ແລະ ແຜນ​ການ​ເຄື່ອນ​ໄຫວໄລ​ຍະ 2026 – 2030, ແນ​ໃສ່​ກຳ​ນົດ​ ແລະ ຍົກ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ, ພະ​ລັງ​ງານ ແລະ ເສດ​ຖະ​ກິດ.
ຈີນ ກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ

ຈີນ ກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຂ່າວຫວ່າງມໍ່ໆມານີ້ ໂດຍໄດ້ແຈ້ງໃຫ້ຮູ້ວ່າ: ຈີນກຳລັງເລັ່ງລັດກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ ແລະ ຍິນດີຕ້ອນຮັບທຸກຝ່າຍເຂົ້າຮ່ວມ.
ເພີ່ມເຕີມ