ທ່ານນາງ ອີເວລາ ໄດ້ພົບປະກັບ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີຍີ່ປຸ່ນໃນມື້ດຽວກັນ ໂດຍກ່າວວ່າ: ປັດຈຸບັນນີ້, ຂົງເຂດການຄ້າພວມປະເຊີນກັບສະພາບທີ່ຮ້າຍແຮງ, ແຕ່ກໍມີໂອກາດຫຼາຍ ແລະ ຄວນຖືສິ່ງນີ້ເປັນໂອກາດທີ່ດີເພື່ອຮັບມືກັບສິ່ງທ້າຍທາຍ.
ອີງຕາມການລາຍງານຂ່າວຈາກສຳນັກຂ່າວ NHK ຍີ່ປຸ່ນໃຫ້ຮູ້ວ່າ: ທ່ານນາງ ອີເວລາ ແລະ ທ່ານ ອິຊິບະ ຊິເງະຣຸ ມີຄວາມເຫັນເປັນເອກະພາບກັນວ່າ: ມີຄວາມຈຳເປັນຕ້ອງຮ່ວມກັນພະຍາຍາມຮັບມືກັບບັນຫາຕ່າງໆ ຊຶ່ງລວມທັງຂໍ້ບົກຜ່ອງຂອງກົນໄກແກ້ໄຂຄວາມຂັດແຍ້ງກັນຂອງ WTO ເພື່ອຟື້ນຟູກຳລັງເຕົ້າໂຮມຂອງ WTO.
ຄໍາເຫັນ