ຫຼາຍວັນຜ່ານມານີ້, ນົກນາງນວນປາກແດງທີ່ມາພັກລະດູໜາວຢູ່ນະຄອນຄຸນໝິງແຂວງຢູນນານ ພວມຫາກິນຢູ່ຕາມໜອງຕ່ຽນສື ຊຶ່ງໄດ້ດຶງດູດຊາວເມືອງ ແລະ ນັກທ່ອງທ່ຽວທັງຫຼາຍມາຊົມນົກ ແລະ ເກືອນົກເປັນຈຳນວນຫຼວງຫຼາຍ. ຕາມຂ່າວແຈ້ງວ່າ, ນົກນາງນວນປາກແດງທີ່ຍ້າຍຖີ່ນມາເຖິງນະຄອນຄຸນໝິງຊຸດທຳອິດມີເກືອບ 5.000 ໂຕ ແລະ ນົກນາງນວນປາກແດງທັງຫຼາຍຍັງຈະພາກັນບິນມາເຖິງນະຄອນຄຸນໝິງຕາມໆກັນ ເພື່ອພັກລະດູໜາວ. ນັບແຕ່ປີ 1985 ເປັນຕົ້ນມາ, ນົກນາງນວນປາກແດງໄດ້ມາພັກລະດູໜາວຢູ່ນະຄອນຄຸນໝິງເປັນ 30 ກວ່າປີຕິດຕໍ່ກັນແລ້ວ. ພວກມັນໄດ້ບິນມາຈາກເຂດຊີເບີເຣຍ ມາເຖິງນະຄອນຄຸນໝິງ ແລະ ພັກຢູ່ນະຄອນຄຸນໝິງເປັນເວລາເຄິ່ງປີກວ່າ.
ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ຄໍາເຫັນ