(ຖວທ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

ແມ່ຍິງ ຖວທ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

ແມ່ຍິງ ຖວທ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2
ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2 ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງສະຫະພັນແມ່ຍິງກະຊວງ ຖວທ

 ຂຶ້ນໃນວັນທີ 20 ສິງຫານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຖວທ ຜູ້ຊີ້ນໍາວຽກງານມະຫາຊົນ ກະຊວງ ຖວທ, ມີບັນດາປະທານ-ຮອງປະທານຄະບໍລິຫານງານສະຫະພັນແມ່ຍິງ ຖວທ, ພ້ອມດ້ວຍບັນດາສະມາຊິກສະຫະພັນແມ່ຍິງອ້ອມຂ້າງ ເຂົ້າຮ່ວມ.

ສະຫາຍ ນາງ ວຽງທອງ ພິມພະຈັນ ຮອງປະທານ ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ຖວທ ໄດ້ຂຶ້ນຜ່ານ ຮ່າງບົດລາຍງານການເມືອງ ວ່າ: ສະຫະພັນແມ່ຍິງກະຊວງ ຖວທ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການເມືອງຂອງກະຊວງ ຖວທ, ມີລະບົບສາຍໃຍການຈັດຕັ້ງ ແຕ່ລະຂັ້ນຮາກຖານ ກົມ, ກອງ, ສະຖາບັນ, ໂຮງຮຽນ ແລະ ວິສາຫະກິດ ທີ່ຢູ່ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງຮອບດ້ານຂອງອົງຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ.

ສະຫະພັນແມ່ຍິງກະຊວງ ຖວທ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກ ແລະ ພະນັກງານເພດຍິງໃນຂະແໜງການ ໂດຍປະຕິບັດ ຕາມລະບອບການຮ່ວມຊີວິດສ່ອງແສງຈາກບັນດາໜ່ວຍຢ່າງເປັນປົກກະຕິ ເພື່ອໃຫ້ສະມາຊິກ-ພະນັກງານເພດຍິງ ມີນໍ້າໃຈຮັກຊາດ, ມີຄຸນສົມບັນສິນທຳປະຕິວັດ, ຮັກສາຄຸນນະລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບສູງ, ຊຸກຍູ້ໃຫ້ໄດ້ເຂົ້າຮ່ວມທຸກຂະບວນການເຊື່ອມຊຶມຈາກອົງການຈັດຕັ້ງຂັ້ນເທິງຈັດຂຶ້ນເປັນຕົ້ນເຂົ້າຮ່ວມຮັບຟັງການເຜີຍແຜ່, ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກ, ຂອງລັດ ມີ 8 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 14.000 ຄົນ ຍິງ 5.800 ຄົນ, ຊາຍ 8.200 ຄົນ, ເພດຍິງກວມ 81% ຂອງຜູ້ເຂົ້າຮ່ວມ;

ສະຫະພັນແມ່ຍິງໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານມູນເຊື້ອປະຫວັດ

ສາດຂອງຊາດ, ຂອງພັກ, ມູນເຊື້ອວັດທະ ນະທໍາອັນດີງາມຂອງຊາດ, ຂອງແມ່ຍິງລາວ, ລັດຖະທໍາມະນູນ, ກົດໝາຍ, ກົດລະບຽບສະຫະພັນແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ແນວທາງການຕ່າງ ປະເທດ, ວຽກງານເສດຖະກິດ-ສັງຄົມ, ບັນດາສົນທິສັນຍາສາກົນ ທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ, ນິຕິກໍາ ແລະ ເອກະສານສໍາຄັນອື່ນໆ ໄດ້ 5 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 4.250 ຄົນ ຍິງ 3.975 ຄົນ, ຊາຍ 275 ຄົນ, ສະເລ່ຍແມ່ນໄດ້ 16 % (ຖ້າທຽບໃສ່ຄາດໝາຍໃນມະຕິ VIII); ແມ່ຍິງຂົງເຂດຖະແຫຼງຂ່າວໄດ້ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ ເນື່ອງໃນໂອກາດວັນສໍາຄັນຕ່າງໆຂອງພັກ-ລັດ ຜ່ານທາງວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ, ໜັງສືພິມ ແລະ ສື່ອອນລາຍ. ຜ່ານການສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍວິທີເຮັດໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວ ມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິເປັນເຈົ້າຕົນເອງປະກອບສ່ວນເຂົ້າໃນພາລະກິດພັດທະນາ ແລະ ສ້າງສາປະເທດຊາດ ຊຶ່ງມີຫຼາຍສະຫາຍ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ ມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບສໍາຄັນ ໃຫ້ແມ່ຍິງເປັນຜູ້ຊີ້ນໍາ-ນໍາພາ.

ທົ່ວກະຊວງ ຖວທ ມີຈໍານວນສະມາຊິກສະຫະພັນແມ່ຍິງ ທັງໝົດ 719 ຄົນ, ມີ 6 ຮາກຖານ 23 ໜ່ວຍຂຶ້ນກັບ, ມີໜ່ວຍເອກະລາດ 21 ໜ່ວຍ ລວມທັງໝົດມີ 44 ໜ່ວຍ ຈາກ 21 ພາກສ່ວນ. ລະບົບການຈັດຕັ້ງສະຫະພັນແມ່ຍິງກະຊວງ ຖວທ ມີ 3 ຂັ້ນຄື: ມີຄະນະບໍລິຫານຂັ້ນກະຊວງ, ຂັ້ນຮາກຖານ ແລະ ຂັ້ນໜ່ວຍ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງ ບົດສຳຫຼວດການນໍາພາຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ສະໄໝ ທີVIII ແລະ ຮັບຟັງມາດຕະຖານຂອງປະທານ-ຮອງປະທານ ແລະ ຄະນະບໍລິຫານສະຫະພັນແມ່ຍິງກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ແຂວງ; ຮັບຟັງການແນະນໍາວິທີການໃຫ້ຄະແນນທາບທາມບຸກຄະລາກອນລົງສະໝັກເລືອກຕັ້ງ.

ໃນໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວ. (ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ