ກອງປະຊຸມປິ່ນອ້ອມກ່ອນຈະເຂົ້າສູ່ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ 3

ແມ່ຍິງອາຊຽນ ຫາລືຫຼາຍບັນຫາສຳຄັນກ່ຽວຂ້ອງກັບເສດຖະກິດການດູແລເບິ່ງແຍງ-ຄວາມເຂັ້ມແຂງ

ແມ່ຍິງອາຊຽນ ຫາລືຫຼາຍບັນຫາສຳຄັນກ່ຽວຂ້ອງກັບເສດຖະກິດການດູແລເບິ່ງແຍງ-ຄວາມເຂັ້ມແຂງ
ກອງປະຊຸມປິ່ນອ້ອມກ່ອນຈະເຂົ້າສູ່ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້: ສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວສູ່ປະຊາຄົມອາຊຽນ ຫຼັງປີ 2025 ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້

 

ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນສປປລາວ ໂດຍໃຫ້ກຽດກ່າວຕ້ອນຮັບຂອງທ່ານນາງທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີບັນດາທ່ານຜູ້ຕາງໜ້າຄະນະກໍາມະການແມ່ຍິງອາຊຽນ(ACW), ຄະນະກໍາມາທິການອາຊຽນເພື່ອສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກ (ACWC)ຈາກບັນດາປະເທດສະມາຊິກອາຊຽນ, ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງປິ່ນອ້ອມຂອງອາຊຽນ, ກອງເລຂາອາຊຽນ,ບັນດາຄູ່ຮ່ວມພັດທະນາ, ບັນດາຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ-ອົງການ, ແຂວງ, ນະຄອນຫຼວງວຽງຈັນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງທໍາມາ ເພັດວິໄຊ ກ່າວວ່າ: ໃນຊຸມປີຜ່ານມາ, ໃນທົ່ວໂລກໄດ້ຮັບຮູ້ເພີ່ມຂຶ້ນກ່ຽວກັບ ວຽກງານການດູແລເບິ່ງແຍງ ເປັນວຽກທີ່ຂາດບໍ່ໄດ້, ຈໍາເປັນສໍາລັບການເປັນຢູ່ທີ່ດີຂອງຄອບຄົວ, ຄວາມສາມັກຄີປອງດອງໃນສັງຄົມແລະປະກອບສ່ວນສໍາຄັນເຂົ້າໃນການພັດທະນາແບບຍືນຍົງໃນຂົງເຂດອາຊີ-ປາຊີຟິກ;ໃນປະຊາຄົມອາຊຽນ, ໄດ້ຮັບຮູ້ກ່ຽວກັບວຽກງານການດູແລເບິ່ງແຍງເພີ່ມຂຶ້ນເຊັ່ນກັນ, ສະແດງອອກໃນຂອບວຽກງານຮອບດ້ານຂອງອາຊຽນຕໍ່ກັບວຽກງານເສດຖະກິດການດູແລເບິ່ງແຍງ ແລະຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງປະຊາຄົມອາຊຽນ ໃນການແກ້ໄຂບັນຫາ, ສິ່ງທ້າທາຍຕໍ່ແມ່ຍິງ ແລະ ເດັກຍິງທີ່ຕ້ອງແບກຫາບວຽກດູແລເບິ່ງແຍງ ແລະເຮັດວຽກໃນຄົວເຮືອນທີ່ບໍ່ໄດ້ຮັບຄ່າຈ້າງຊຶ່ງເປັນອຸປະສັກກີດຂວາງໃນການເຂົ້າເຖິງການຈ້າງງານ, ການມີວຽກເຮັດງານທໍາທີ່ໄດ້ຮັບຄ່າຈ້າງ ແລະສົ່ງຜົນກະທົບເຖິງຄວາມບໍ່ສະເໝີພາບຍິງ-ຊາຍ ໃນກໍາລັງແຮງງານ ແລະເປັນຂໍ້ຈໍາກັດດ້ານເສດຖະກິດຂອງແມ່ຍິງ ແລະເດັກຍິງໃນພາກພື້ນ; ເປົ້າໝາຍການພັດທະນາແບບຍືນຍົງ 2030, ຖະແຫຼງການປັກກິ່ງ ແລະ ແຜນປະຕິບັດງານ, ວິໄສທັດປະຊາຄົມອາຊຽນ 2025ໄດ້ເນັ້ນໜັກກ່ຽວກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການປົກປ້ອງສັງຄົມ ແລະ ວຽກງານທີ່ເໝາະສົມໂດຍຮັບຮູ້ວ່າຄວາມສະເໝີພາບຍິງ-ຊາຍຈະບໍ່ສາມາດບັນລຸໄດ້ ຖ້າບໍ່ມີການແກ້ໄຂບັນຫາໃນເສດຖະກິດການດູແລເບິ່ງແຍງ; ໃນ ສປປລາວ, ແມ່ຍິງ ແລະເດັກຍິງ ຕ້ອງແບກຫາບພາລະໃນວຽກການດູແລເບິ່ງແຍງ ແລະວຽກໃນຄົວເຮືອນທີ່ບໍ່ໄດ້ຮັບຄ່າຈ້າງ ຫຼາຍກວ່າຜູ້ຊາຍປະມານ 5 ເທື່ອ (ອີງຕາມການສໍາຫຼວດມູມມອງດ້ານບົດບາດຍິງ-ຊາຍ ກ່ຽວກັບວຽກງານດູແລທີ່ບໍ່ສົມສ່ວນທີ່ບໍ່ໄດ້ຮັບຄ່າຈ້າງ ໃນ ສປປລາວ ໂດຍທະນາຄານພັດທະນາອາຊີ)ແລະ ອີງຕາມຜົນການສໍາຫຼວດປະຊາກອນ ແລະພົນລະເຮືອນ ໃນປີ 2015 ຂອງສູນສະຖິຕິແຫ່ງຊາດ ຂອງລາວ, ໃຫ້ຮູ້ວ່າ 61% ຂອງແມ່ຍິງໃນໄວອອກແຮງງານ ແມ່ນເຮັດວຽກເປັນຜູ້ດູແລເບິ່ງແຍງໃນຄອບຄົວ ໂດຍບໍ່ໄດ້ຮັບຄ່າຈ້າງ, ກົງກັນຂ້າມ ເມື່ອທຽບກັບຜູ້ຊາຍ ແມ່ນກວມເອົາພຽງ 26%. ການເຮັດວຽກທີ່ບໍ່ສົມສ່ວນດັ່ງກ່າວໄດ້ເພີ່ມທະວີຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.(ອີງໃສ່ການວິເຄາະດ້ານບົດບາດຍິງ-ຊາຍ ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍ, UNICEF, UN Women ແລະ CARE).

ກອງປະຊຸມປິ່ນອ້ອມໃນມື້ທໍາອິດນີ້ເປັນກອງປະຊຸມທີ່ມີຄວາມສໍາຄັນຫຼາຍ,ເປັນເວທີທີ່ເປີດໂອກາດໃຫ້ຜູ້ແທນທຸກທ່ານໄດ້ຮ່ວມກັນສົນທະນາ,ປຶກສາຫາລື-ແລກປ່ຽນບົດຮຽນແລະແບ່ງປັນວິທີການປະຕິບັດທີ່ດີລະຫວ່າງກັນໃນຫຼາຍຫົວຂໍ້ທີ່ກຽ່ວຂ້ອງກັບເສດຖະກິດການດູແລເບິ່ງແຍງ ລວມທັງການນໍາສະເໜີເນື້ອໃນຂອງຮ່າງຖະແຫຼງການອາຊຽນວ່າດ້ວຍການສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງແລະ ຄວາມເຂັ້ມແຂງ ເພື່ອກ້າວສູ່ປະຊາຄົມອາຊຽນທີ່ຍືນຍົງ ຫຼັງປີ 2025ກ່ອນຈະນໍາສະເໜີຕໍ່ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ທີ່ຈະເປີດຂຶ້ນໃນວັນທີ 23 ສິງຫາ 2024 ນີ້ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນທົ່ວພາກພື້ນອາຊຽນ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ