ບ້ານນາຊຽງດີໄດ້ຮັບທຶນການລ້ຽງໄກ່ພັນໄຂ່ຈາກອົງການອາຫານໂລກ

ມີ 4 ຄອບຄົວ ຂອງບ້ານນາຊຽງດີໄດ້ຮັບທຶນການລ້ຽງໄກ່ພັນໄຂ່ຈາກອົງການອາຫານໂລກ

ມີ 4 ຄອບຄົວ ຂອງບ້ານນາຊຽງດີໄດ້ຮັບທຶນການລ້ຽງໄກ່ພັນໄຂ່ຈາກອົງການອາຫານໂລກ
ໂດຍ: ຍຸພິນທອງ ການສົ່ງເສີມ ແລະສ້າງກຸ່ມຊາວກະສິກອນເພື່ອຜະລິດກະສິກໍາຢູ່ຄົວເຮືອນ ແລະ ສະໜອງອາຫານທ່ຽງໃຫ້ໂຮງຮຽນເພື່ອເຮັດໃຫ້ປະຊາຊົນໃນບ້ານມີສ່ວນຮ່ວມໃນການປະກອບສ່ວນ ຈຶ່ງໄດ້ມີກຸ່ມສວນຄົວປູກຜັກ, ກຸຸ່ມລ້ຽງປາ ແລະ ກຸ່ມລ້ຽງໄກ່ພັນ
ໂດຍການເກັບຜົນຜະລິດສົ່ງໃຫ້ໂຄງການອາຫານທ່ຽງ 30% ສໍາລັບໂຄງການກະສິກຳເພື່ອໂພຊະນາການ ກໍເປັນໜ້າວຽກໜຶ່ງທີ່ອົງການອາຫານໂລກໃຫ້ການສະໜັບສະໜູນ ຊຶ່ງໄດ້ສ້າງສູນຮຽນຮູ້ໂພຊະນາການຢູ່ຂັ້ນຊຸມຊຸນ, ໃຫ້ຄວາມຮູ້ດ້ານໂພຊະນາການ, ສ້າງແຜນພັດທະນາໂພຊະນາການຂັ້ນບ້ານ ແລະ ສົ່ງເສີມເຕັກນິກດ້ານກະສິກຳ ສະໜອງທຶນສວນຄົວເປົ້າໝາຍເພື່ອເອົາໄປປູກ-ລ້ຽງ ເຮັດໃຫ້ການເປັນຢູ່ຂອງຄົວເຮືອນມີບາດກ້າວທີ່ດີຂຶ້ນຊຶ່ງກຸ່ມລ້ຽງໄກ່ພັນໄຂ່ແມ່ນຢູ່ໃນໄລຍະທົດລອງ ມີ 4 ຄອບຄົວ ຢູ່ໃນບ້ານນາຊຽງດີທີ່ໄດ້ຮັບການໃຫ້ທຶນຊ່ວຍເຫຼືອ ໃນນັ້ນກໍມີຄອບຄົວ ທ່ານ ນາງ ສຸຸກສາຄອນ ແມງມະນີ ອາຊີບຄູສອນຢູ່ປະຖົມນາຊຽງດີ ທີ່ບ້ານນາຊຽງດີ ເມືອງຮຸນ ແຂວງອຸດົມໄຊ ກໍເປັນອີກຄອບຄົວໜຶ່ງທີ່ໄດ້ເຂົ້າໃນກຸ່ມລ້ຽງໄກ່ພັນໄຂ່.
ທ່ານ ນາງ ສຸກສາຄອນ ແສງມະນີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ຫວ່າງບໍ່ດົນມານີ້ວ່າ: ຕົນເອງມີລູກ 2 ຄົນ ແລະ ຄອບຄົວກໍມີອາຊີບເປັນພະນັກງານຄູສອນ ທີ່ຜ່ານມາຕົນເອງແມ່ນນອກຈາກເປັນພະນັກງານຄູສອນແລ້ວ ກໍຍັງເຮັດອາຊີບເສີມຄືການຕໍ່າຫູກແລະປູກຜັກໃນສວນຄົວນ້ອຍໆພໍແຕ່ກຸ້ມກິນໃນຄອບຄົວ ແຕ່ກໍຍັງມີແນວຄິດຢາກລ້ຽງສັດ ພໍມີໂຄງການໃຫ້ທຶນຊ່ວຍເຫຼືອໃນການລ້ຽງຂອງໂຄງການອາຫານໂລກເຂົ້າມາໃຫ້ການຊ່ວຍເຫຼືອ ກໍເກີດມີຄວາມສົນໃຈ ຊຶ່ງເປັນຄັ້ງທໍາອິດຂອງຕົນ ແລະກໍບໍ່ເຄີຍໄດ້ຮັບທຶນຈາກໂຄງການຊ່ວຍເຫຼືອມາກ່ອນ; ໃນເລື່ອງການປູກຜັກກໍຢາກປູກ ແຕ່ບໍ່ມີເນື້ອທີ່ພຽງພໍ ຈຶ່ງເລືອກການລ້ຽງໄກ່ພັນໄຂ່ ເພາະວ່າທຸກຄົນໃນຄອບຄົວກໍມັກກິນໄຂ່ ຈຶ່ງຫັນມາລ້ຽງໄກ່ພັນໄຂ່, ປົກກະຕິຄອບຄົວກໍເປັນຄົນມັກລ້ຽງໄກ່ ແຕ່ບໍ່ມີປະສົບການໃນລ້ຽງມາກ່ອນ ສະນັ້ນຫຼັງຈາກໂຄງການນໍາເອົາໄກ່ມາມອບໃຫ້ ໃນກາງເດືອນພະຈິກ 2024 ຜ່ານມາ, ສໍາລັບໄກ່ທີ່ໂຄງການນໍາມາມອບໃຫ້ແມ່ນໄກ່ພັນໄຂ່ແມ່ສາວ ຈໍານວນ 50 ໂຕ ພ້ອມດ້ວຍຫົວອາຫານ ແລະ ອຸປະກອນປະເພດສັງກະສີ, ຕາໜ່າງ, ຖັງໃສ່ນໍ້າ ແມ່ນໄດ້ຮັບພ້ອມ ຊຶ່ງຫົວອາຫານແມ່ນສະໜອງໃຫ້ຮອດແຕ່ 3 ເດືອນທໍາອິດ ແລະຈະມີວິຊາການມາຕິດຕາມໃຫ້ຄໍາປຶກສາໃນການລ້ຽງໄກ່.
ໃນໄລຍະທໍາອິດ ຂອງການລ້ຽງກໍເຫັນວ່າມີອາກາດໜາວເຮັດໃຫ້ໄກ່ມີອາການເຫງົາແລະເມື່ອໄດ້ ໜຶ່ງອາທິດກວ່າ ເຫັນວ່າມີອາການດີຂຶ້ນ ໄກ່ແມ່ນກິນເຂົ້າເກັ່ງ, ໃນວັນທີ 29 ພະຈິກ 2024 ໄຂ່ໄດ້ 1ໜ່ວຍ, ວັນທີ 30 ໜຶ່ງໜ່ວຍ ຜ່ານການຕິດຕາມຫຼັງຈາກນັ້ນ, ໄກ່ກໍຄ່ອຍເລີ່ມມີໄຂ່ອອກມາເລື້ອຍໆ; ພາຍຫຼັງທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ ຕົນຮູ້ສຶກດີໃຈອົບອຸ່ນໃຈ ທີ່ເຫັນວ່າເສດຖະກິດໃນຄົວເຮືອນແມ່ນດີຂຶ້ນຫຼາຍ ຈາກເມື່ອກ່ອນແມ່ນຊື້ໄຂ່ໄກ່ກິນ ມາດຽວນີ້ບໍ່ໄດ້ຊື້ໄຂ່ ແລະກໍເປັນຜົນຜະລິດທີ່ລ້ຽງເອງ ຮູ້ສຶກປອດໄພໃນການບໍລິໂພກ, ເຖິງວ່າຕອນນີ້ ຍັງບໍ່ທັນຂາຍອອກໄດ້ ແຕ່ກໍໄດ້ກິນໃນແຕ່ລະມື້, ເຮັດໃຫ້ຫຼຸດຜ່ອນການໃຊ້ຈ່າຍ ແລະມີເງິນເກັບ ອີກອັນໜຶ່ງການລ້ຽງໄກ່ກໍມີຄວາມສຸກຍ້ອນໃຈມັກ ແລະ ສາມາດຕໍ່ຍອດເສດຖະກິດໃນຄອບຄົວໄດ້ເປັນຢ່າງດີແລະດີໃຈທີ່ທາງໂຄງການໄດມີວິຊາການມາໃຫ້ຄໍາແນະນໍາ ໃຫ້ຄວາມຮູ້ກ່ຽວກັບການລ້ຽງຊຶ່ງຄອບຄົວທີ່ໄດ້ຮັບທຶນສາມາດສ້າງລາຍຮັບໂດຍການໝູນວຽນຈາກການເກັບຜົນຜະລິດໄດ້ແລ້ວ ນອກຈາກມອບເຂົ້າໃນໂຄງການອາຫານທ່ຽງຂອງໂຮງຮຽນ ໃນຈໍານວນ 30% ສ່ວນທີ່ເຫຼືອແມ່ນສາມາດຂາຍໄດ້ ເປັນລາຍຮັບເຂົ້າໃນຄອບຄົວ. ເລື່ອງອາຫານທີ່ໃຊ້ສໍາລັບເກືອໄກ່ ກໍສາມາດໃຫ້ອາຫານເສີມຄຽງຄູ່ກັບຢ່າງອື່ນໆໄດ້ ເປັນຕົ້ນເອົາສາລີມາບົດປົນອາຫານ ຫຼື ຕົ້ນກ້ວຍຊອຍໃຫ້ມຸ່ນໆ ຖ້າຫາກວ່າເກືອໄດ້ຫຼາຍກໍສາມາດຊື້ແມ່ໄກ່ໃໝ່ໄດ້ຕື່ມອີກ ຫຼຸດຜ່ອນການໃຊ້ຫົວອາຫານ ຊຶ່ງແມ່ພັນໄກ່ ໃນຊຸດໜຶ່ງແມ່ນມີກໍານົດໝົດໄຂ່ ແມ່ນ 2 ປີ ກັບຫົກເດືອນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ