ຂ່າວລະບຸວ່າ: 6 ເດືອນຕົ້ນປີນີ້, ສະເພາະຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການແບບລວມສູນຄວາມຮູ້ມີເຖິງ 1,502 ຕື້ 540 ລ້ານຢວນ, ເພີ່ມຂຶ້ນ 6%. ໃນນັ້ນ, ການສົ່ງອອກມີເຖິງ 865 ຕື້ 40 ລ້ານຢວນ, ເພີ່ມຂຶ້ນ 7.8%; ການນໍາເຂົ້າມີເຖິງ 637 ຕື້ 500 ລ້ານຢວນ, ເພີ່ມຂຶ້ນ 3.6%. ນອກນີ້, ໃນ 6 ເດືອນຕົ້ນປີນີ້, ການບໍລິການການທ່ອງທ່ຽວໄດ້ເຕີບໂຕຢ່າງວ່ອງໄວ, ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການການທ່ອງທ່ຽວມີເຖິງ 1,080 ຕື້ 290 ລ້ານຢວນ, ເພີ່ມຂຶ້ນ 12.3%, ກາຍເປັນຂົງເຂດໃຫຍ່ອັນດັບໜຶ່ງຂອງການຄ້າການບໍລິການ. ໃນນັ້ນ, ການສົ່ງອອກເພີ່ມຂຶ້ນ 68.7% ແລະ ການນໍາເຂົ້າເພີ່ມຂຶ້ນ 5.5%.
ຄໍາເຫັນ