ຍີ່ປຸ່ນ ມີມະຕິປັບຄ່າແຮງງານຂັ້ນຕໍ່າທົ່ວປະເທດ

ຍີ່ປຸ່ນ ມີມະຕິປັບຄ່າແຮງງານຂັ້ນຕໍ່າທົ່ວປະເທດ

ຍີ່ປຸ່ນ ມີມະຕິປັບຄ່າແຮງງານຂັ້ນຕໍ່າທົ່ວປະເທດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ສິງຫາ ຜ່ານມາວ່າ: ຄະ​ນະ​ກຳມະການທີ່​ປຶກ​ສາ​ກະ​ຊວງ​ແຮງ​ງານ ຂອງ​ຍີ່​ປຸ່ນ​ ໄດ້​ມີມະຕິ​ໃນ​ວັນ​ທີ 4 ສິງ​ຫາ ຜ່ານມາ​ ປັບ​ຂຶ້ນ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ຊົ່ວ​ໂມງ​ໂດຍສະ​ເລ່ຍ​ທົ່ວ​ປະ​ເທດ​ 63 ເຢນ ຫຼື 6% ສູ່ລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 1,118 ເຢນ (7.6 ໂດ​ລາ) ສຳລັບ​ປີ​ງົບ​ປະ​ມານ 2025, ທ່າມກາງ​ຄ່າ​ຄອງ​ຊີບ​ທີ່​ເພີ່ມ​ຂຶ້ນ.

ຂ່າວລະບຸວ່າ: ເຖິງວ່າການປັບຂຶ້ນຄັ້ງນີ້ແມ່ນໄວທີ່ສຸດເມື່ອທຽບໃສ່ປີກາຍ ນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນປີ 2002, ແຕ່ຍັງບໍ່ເຖິງລະດັບສະເລ່ຍທີ່ລັດຖະບານຕ້ອງການຕໍ່ປີທີ່ 7.3% ຊຶ່ງເປັນອັດຕາທີ່ຈໍາເປັນຕໍ່ການບັນລຸເປົ້າໝາຍຄ່າແຮງງານຂັ້ນຕໍ່າສະເລ່ຍທົ່ວປະເທດ ທີ່ 1,500 ເຢນ ໃນທ້າຍທົດສະວັດນີ້.

ສຳນັກຂ່າວກຽວໂດ ລາຍງານວ່າ: ການຕັດສິນໃຈດັ່ງກ່າວ ຊຶ່ງໄດ້ບັນລຸຫຼັງຈາກການປຶກສາຫາລືກັນຫຼາຍຄັ້ງຂອງຄະນະກໍາມະການພາຍໃຕ້ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ຖືເປັນການເປີດທາງໃຫ້ທຸກແຂວງໃນຍີ່ປຸ່ນ ທັງ 47 ແຂວງມີຄ່າແຮງງານຂັ້ນຕໍ່າເກີນ 1,000 ເຢນ ພາຍໃນປີງົບປະມານ 2025 ຊຶ່ງຈະສິ້ນສຸດໃນເດືອນມີນາ ປີໜ້າ.

ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີຍີ່ປຸ່ນ ຊຶ່ງກ່ອນໜ້ານີ້ໄດ້ຮຽກຮ້ອງບັນດາວິສາຫະກິດຂຶ້ນຄ່າຈ້າງ ໄດ້ສະໜັບສະໜູນມະຕິສະບັບຫຼ້າສຸດ ໂດຍລະບຸວ່າ: ການເຕີບໂຕຂອງຄ່າຈ້າງແມ່ນຫົວໃຈຫຼັກຂອງຍຸດທະສາດການເຕີບໂຕທາງເສດຖະກິດຂອງຍີ່ປຸ່ນ. ການເພີ່ມຄ່າຈ້າງຈະຊ່ວຍຟື້ນຟູເສດຖະກິດ ແລະ ຊ່ວຍໃຫ້ທຸລະກິດເຕີບໂຕ ຊຶ່ງຈະນໍາໄປສູ່ວົງຈອນໃນທາງບວກທີ່ຄົນງານໄດ້ຮັບຄ່າຈ້າງໃນລະດັບທີ່ເໝາະສົມ. ທ່ານ ອິຊິບະ ກ່າວຕໍ່ນັກຂ່າວ ພ້ອມທັງລະບຸເຖິງເປົ້າໝາຍຂອງຄ່າແຮງງານຂັ້ນຕໍ່າ 1,500 ເຢນ ວ່າ: ເປັນເປົ້າໝາຍທີ່ສາມາດບັນລຸໄດ້.

ເຖິງວ່າຈະມີຄວາມພະຍາຍາມເພີ່ມຄ່າຈ້າງ, ແຕ່ຄ່າແຮງງານຂັ້ນຕໍ່າຂອງຍີ່ປຸ່ນຍັງຕໍ່າກວ່າປະເທດເສດຖະກິດຫຼັກ ອື່ນໆ ແລະ ຍັງມີຊ່ອງຫວ່າງລະຫວ່າງແຂວງຫຼາຍເຖິງປະມານ 200 ເຢນ. ໂດຍນະຄອນຫຼວງໂຕກຽວເປັນເຂດທີ່ມີຄ່າແຮງງານສູງສຸດ, ໃນຂະນະທີ່ແຂວງອາກິຕະ ແມ່ນຢູ່ໃນລະດັບຕໍ່າສຸດ. ປັດຈຸບັນ, ອັດຕາສະເລ່ຍທົ່ວປະເທດ ແມ່ນ 1,055 ເຢນ.

ທັງນີ້, ໃນປະເທດຍີ່ປຸ່ນ, ລັດຖະບານຈະກໍານົດກ່ຽວກັບຄ່າແຮງງານຂັ້ນຕໍ່າປະຈໍາປີສໍາລັບແຕ່ລະແຂວງ. ຫຼັງຈາກນັ້ນ, ຄະນະກໍາມະການລະດັບແຂວງຈະປະຊຸມເພື່ອພິຈາລະນາອັດຕາທີ່ເໝາະສົມໃນແຕ່ລະເຂດນັບແຕ່ຕົ້ນເດືອນສິງຫາ ກ່ອນທີ່ຈະມີຜົນບັງຄັບໃຊ້ໃນລະດູໃບໄມ້ຫຼົ່ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ສ້າງສະຖິຕິໃໝ່

ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ສ້າງສະຖິຕິໃໝ່

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 13 ຕຸລາ ຜ່ານມາ, ກອງປະຊຸມຖະແຫຼງຂ່າວກ່ຽວກັບງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການກະກຽມ ແລະ ຈຸດພົ້ນເດັ່ນຂອງງານວາງສະແດງຄັ້ງນີ້.
ກອງປະຊຸມປຶກສາຫາລືດ້ານການເງິນປັກກິ່ງ ກະກຽມລາຍງານຜົນໄດ້ຮັບກ່ຽວກັບມາດຕະຖານ ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງ

ກອງປະຊຸມປຶກສາຫາລືດ້ານການເງິນປັກກິ່ງ ກະກຽມລາຍງານຜົນໄດ້ຮັບກ່ຽວກັບມາດຕະຖານ ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ຕຸລາ ນີ້ວ່າ: ໃນລະຫວ່າງວັນທີ 19-22 ຕຸລາ ນີ້, ກອງປະຊຸມປະຈຳປີ Financial Street Forum 2026 ຊຶ່ງເປັນເຫດການສຳຄັນທາງດ້ານການເງິນໃນນະຄອນຫຼວງປັກກິ່ງ, ຈະມີການລາຍງານຜົນສຳເລັດຫຼາຍກວ່າ 100 ລາຍການ ກ່ຽວກັບມາດຕະຖານ, ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງທີ່ກ່ຽວຂ້ອງ.
ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ​ຄົບ​ຮອບ 77 ປີ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 30 ກັນ​ຍາ ຜ່ານມາ, ໂດຍ​ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: “ຕ້ອງ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​​ໄປສູ່​​ການ​ຂັບ​ເຄື່ອນດ້​ວຍ​ການ​ປະ​ດິດ​ສ້າງ, ມີ​ໂຄງ​ສ້າງ​ເສດ​ຖະ​ກິດ​ທີ່​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ແລະ​ ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ດີ, ຮັບ​ປະ​ກັນ ​ແລະ​ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງ​ແທ້​ຈິງ, ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ ​ໝາຍ​ໝົດ​ປີ ເພື່ອ​ບັນ​ລຸ​ສະ​ພາບ​ການ​ເລີ່ມ​ຕົ້ນ​ທີ່​ດີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 15​”.
ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ຕຸລາ ນີ້ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ຈີນ​ນັບ​ມື້ຫຼາຍ​ຂຶ້ນ. ໂຕ​ເລກ​ຂໍ້​ມູນ​ຈາກ​ເວັບ​ໄຊ​ທ່ອງ​ທ່ຽວ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ວັນ​ຊາດ​ຈີນ​ປີ​ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ເດີນ​ທາງມາ​ທ່ອງ​ທ່ຽວ​ຈີນ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທະ​ວີບ​ເອີ​ຣົບ ແລະ ທະ​ວີບ​​ໂອ​ຊີ​ອາ​ນີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 8 ຕຸ​ລາ ຜ່ານມາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ​ນະຄອນຫຼວງຮ່າ​ໂນ້ຍ ​ໄດ້​ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 ​ພາຍຫຼັງດຳເນີນ​ເປັນ​ເວ​ລາ 4 ວັນ (ວັນ​ທີ 5-8 ຕຸ​ລາ). ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ກ່າວ​ຄຳ​ເຫັນ​ເນັ້ນ​ນັກຫຼາຍ​ບັນ​ຫາ​ສຳ​ຄັນ​ທີ່​ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ. ທ່ານໄດ້ເນັ້ນໜັກວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຫັນ​ເປັນ​ລະ​ອຽດ​ບາດ​ກ້າວ​ສຳ​ຄັນ ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 14 ຂອງ​ພັກ, ຕິດ​ພັນກັບ​ການກໍ່​ສ້າງ​ພັກ ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ, ປະ​ຕິ​ບັດ, ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ບວງ​ຊົນ​ທັງ​ຊາດ.
ເພີ່ມເຕີມ