ຂ່າວລະບຸວ່າ: ທ່ານ ຊັດຍາ ນາເດວລາ ປະທານຜູ້ບໍລິຫານ Microsoft ໄດ້ແບ່ງປັນຂໍ້ມູນນີ້ໃນລະຫວ່າງກິດຈະກໍາ Microsoft AI Tour ທີ່ເມືອງເບນກາລູຣູປະເທດອິນເດຍ. ທ່ານໄດ້ຢືນຢັນຄໍາໝັ້ນສັນຍາຂອງບໍລິສັດຕໍ່ການພັດທະນາ AI ໃນປະເທດອິນເດຍ. ການລົງທຶນດັ່ງກ່າວຈະປະກອບມີການກໍ່ສ້າງສູນຂໍ້ມູນໃໝ່ ແລະການສົ່ງເສີມການຄົ້ນຄວ້າປະດິດສ້າງໃນຂົງເຂດ AI.
ນອກຈາກນັ້ນ, Microsoft ຍັງມຸ່ງໝັ້ນທີ່ຈະຝຶກອົບຮົມທັກສະ AI ໃຫ້ 10 ລ້ານຄົນໃນໄລຍະ 5 ປີຂ້າງໜ້າ ແລະ ເປັນສ່ວນໜຶ່ງຂອງການລິເລີ່ມຂອງ ADVANTA (I)GE INDIA ຄັ້ງທີສອງ, ເພື່ອຮັບປະກັນຄວາມສາມາດໃນການແຂ່ງຂັນໃນໄລຍະຍາວຂອງອິນເດຍ.
ທ່ານ ຊັດຍາ ນາເດວລາ ກ່າວວ່າ: ອິນເດຍກໍາລັງກາຍເປັນຜູ້ບຸກເບີກນະວັດຕະກໍາ AI ແລະເປີດໂອກາດອັນໃຫຍ່ຫຼວງສໍາລັບທົ່ວປະເທດ. ການພັດທະນາພື້ນຖານໂຄງລ່າງ AI ແລະການຝຶກອົບຮົມທັກສະຈະຮັບປະກັນໃຫ້ບັນດາບຸກຄົນ ແລະ ບັນດາອົງການໃນອິນເດຍສາມາດຍາດແຍ່ງເອົາຜົນປະໂຫຍດອັນໃຫຍ່ຫຼວງຂອງເຕັກໂນໂລຊີນີ້.
ຄໍາເຫັນ