Microsoft ເປີດສູນຂໍ້ມູນຄລາວຂະໜາດໃຫຍ່ໃນ ເມັກຊິກ

Microsoft ເປີດສູນຂໍ້ມູນຄລາວຂະໜາດໃຫຍ່ໃນ ເມັກຊິກ
ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 23 ພຶດສະພາ ຜ່ານມາ, ບໍລິສັດໄມໂຄຊອບ (Microsoft– ບໍລິສັດແຖວໜ້າຂອງ ອາເມຣິກາ) ໄດ້ເປີດສູນຂໍ້ມູນຄລາວຂະໜາດໃຫຍ່ຢ່າງເປັນທາງການຢູ່ລັດເກເຣຕາໂຣປະເທດເມັກຊິກ.
ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 23 ພຶດສະພາ ຜ່ານມາ, ບໍລິສັດໄມໂຄຊອບ (Microsoft– ບໍລິສັດແຖວໜ້າຂອງ ອາເມຣິກາ) ໄດ້ເປີດສູນຂໍ້ມູນຄລາວຂະໜາດໃຫຍ່ຢ່າງເປັນທາງການຢູ່ລັດເກເຣຕາໂຣປະເທດເມັກຊິກ.
ຂ່າວລະບຸວ່າ: ທ່ານ ອັລເບີໂຕ ອາຊິນິກາ ຜູ້ອໍານວຍການ Microsoft ທີ່ຮັບຜິດຊອບໃນອາເມຣິກາລາຕິນ ໃຫ້ຮູ້ວ່າ: ນີ້ແມ່ນສູນຂໍ້ມູນຄລາວແຫ່ງທຳອິດຂອງບໍລິສັດທີ່ສ້າງຕັ້ງຂຶ້ນໃນອາເມຣິກາລາຕິນ ເພື່ອປະກອບສ່ວນຊຸກຍູ້ຂະບວນການຫັນເປັນດີຈີຕອນໃນພາກພື້ນ. ສູນຂໍ້ມູນຂອງ Microsoft ຈະຊ່ວຍໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ເຂົ້າເຖິງບໍລິການເຕັກໂນໂລຊີຂອງ ປັນຍາປະດິດ (AI), Internet of Things, ການຊໍາລະ, ການເຮັດທຸລະກໍາທາງອອນລາຍໃນປະລິມານທີ່ສູງ. ນອກຈາກນັ້ນ, ໂຄງການດັ່ງກ່າວຍັງປະກອບສ່ວນດຶງດູດການລົງທຶນ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນຫຼາຍກວ່າ 300.000 ຄົນ ໃນຫຼາຍຂະແໜງການຢູ່ເມັກຊິກ.
ໃນການພົບປະ, ທ່ານ ໂຣເຈລິໂອ ຣາມິເຣສ ເດ ລາ ໂອ ລັດຖະມົນຕີກະຊວງການເງິນ ແລະ ສິນເຊື່ອສາທາລະນະ (SHCP) ເມັກຊິກ ຢືນຢັນວ່າ: ພື້ນຖານເສດຖະກິດໃຫຍ່ອັນດັບ 2 ຂອງອາເມຣິກາລາຕິນ ພ້ອມແລ້ວທີ່ຈະບຸກເບີກທ່າອ່ຽງການຜະລິດດີຈີຕອນ ແລະ ຮັບເອົາບັນດາເຕັກໂນໂລຊີສູງ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ໂດໂນ ທຣໍາ ສັ່ງໃຫ້ເລັ່ງພັດທະນາ AI ໃນລະບົບການສຶກສາ - ຝຶກອົບຮົມແຮງງານ

ທ່ານ ໂດໂນ ທຣໍາ ສັ່ງໃຫ້ເລັ່ງພັດທະນາ AI ໃນລະບົບການສຶກສາ - ຝຶກອົບຮົມແຮງງານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ເມສາ ຜ່ານມາວ່າ: ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາລົງນາມໃນຄໍາສັ່ງບໍລິຫານເພື່ອສົ່ງເສີມການສຶກສາແລະການຝຶກອົບຮົມແຮງງານດ້ານປັນຍາປະດິດ (AI) ຊຶ່ງເປັນເຕັກໂນໂລຊີທີ່ກຳລັງພັດທະນາຢ່າງໄວວາແລະ ຖືເປັນໜຶ່ງໃນບຸລິມະສິດສູງສຸດຂອງລັດຖະບານສະຫະລັດ ອາເມຣິກາ ຊຸດນີ້.
ແພລັດຟອມຊື້-ຂາຍກາກບອນຂອງອິນໂດເນຊຍ ມີຜູ້ໃຊ້ງານເພີ່ມຂຶ້ນຢ່າງໄວວາ

ແພລັດຟອມຊື້-ຂາຍກາກບອນຂອງອິນໂດເນຊຍ ມີຜູ້ໃຊ້ງານເພີ່ມຂຶ້ນຢ່າງໄວວາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ເມສາ ຜ່ານມາວ່າ: ທ່ານ ເຈຟຟຣີ ເຮນດຣິກຜູ້ອຳນວຍການຝ່າຍພັດທະນາຂອງຕະຫຼາດຫຼັກຊັບອິນໂດເນເຊຍ ເປີດເຜີຍວ່າ: ແພລັດຟອມຊື້-ຂາຍກາກບອນຂອງອິນໂດເນເຊຍ (IDXCarbon) ມີຈໍານວນຜູ້ໃຊ້ງານເພີ່ມຂຶ້ນຢ່າງໄວວາ,
ມູນຄ່າການຄ້າຂາຍຍ່ອຍສິນຄ້າບໍລິໂພກຂອງຈີນບັນລຸເຖິງ 12,470 ຕື້ຢວນ

ມູນຄ່າການຄ້າຂາຍຍ່ອຍສິນຄ້າບໍລິໂພກຂອງຈີນບັນລຸເຖິງ 12,470 ຕື້ຢວນ

ຂ່າວສານຊີອາໄອລາຍງານ ໃນວັນທີ 24 ເມສາ ຜ່ານມາວ່າ: ອີງຕາມຂໍ້ມູນຫຼ້າສຸດທີ່ກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ: ໄຕມາດທໍາອິດຂອງປີ 2025, ມູນຄ່າການຄ້າຂາຍຍ່ອຍສິນຄ້າບໍລິໂພກຂອງຈີນບັນລຸເຖິງ 12,470 ຕື້ຢວນ, ເພີ່ມຂຶ້ນ 4.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024,
ການຝຶກແອບລວມໝູ່ພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອນພາກໃຕ້ ຫວຽດນາມ

ການຝຶກແອບລວມໝູ່ພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອນພາກໃຕ້ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນຄ່ຳວັນທີ 22 ເມສາ ຜ່ານມາ, ຢູ່ເສັ້ນທາງເລຢວັນເມືອງ 1ນະຄອນ ໂຮ່ຈິມິນ, ອະນຸກຳມະການເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້,
EU ປັບໃໝ Apple, Meta ລະເມີດກົດໝາຍຕ້ານການຜູກຂາດ

EU ປັບໃໝ Apple, Meta ລະເມີດກົດໝາຍຕ້ານການຜູກຂາດ

ຂ່າວຕ່າງປະເທດລາຍງານໃນວັນທີ 24 ເມສາ ນີ້ວ່າ: ສະຫະພາບເອີຣົບ (EU) ປັບໃໝ Apple ແລະ Meta ລວມກັນ 700 ລ້ານເອີໂຣ ໃນການບັງຄັບໃຊ້ກົດໝາຍວ່າດ້ວຍການແຂ່ງຂັນທາງການຄ້າກັບທຸລະກິດດີຈີຕອນແພລັດຟອມ.
ເກີດແຜ່ນດິນ​ໄຫວ​ໃນ​ຕວັກກີມີຜູ້ບາດເຈັບ 151 ຄົນ

ເກີດແຜ່ນດິນ​ໄຫວ​ໃນ​ຕວັກກີມີຜູ້ບາດເຈັບ 151 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ເມສາ ນີ້ວ່າ: ແຜ່ນດິນໄຫວທີ່ມີຄວາມແຮງ 6.2 ຣິກເຕີ ໄດ້ເກີດຂຶ້ນຢູ່ນອກຊາຍຝັ່ງຂອງນະຄອນອິສຕັນບູປະເທດຕວັກກີ, ເຮັດໃຫ້ປະຊາຊົນແຕກຕື່ນໜີອອກຈາກຕຶກອາຄານ ແລະ ມີຜູ້ບາດເຈັບ 151 ຄົນ,
IMF ຫຼຸດການຄາດຄະເນການເຕີບໂຕທົ່ວໂລກ

IMF ຫຼຸດການຄາດຄະເນການເຕີບໂຕທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ໃນບົດລາຍງານການຄາດຄະເນເສດຖະກິດໂລກ (WEO) ທີ່ປະກາດເມື່ອບໍ່ດົນມານີ້, ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ, ການເຕີບໂຕ GDP ທົ່ວໂລກບັນລຸລະດັບ 2.8% ໃນປີ 2025,
ອັດຕາເງິນເຟີ້ຂອງສິງກະໂປ ຫຼຸດລົງຕໍ່າສຸດໃນຮອບ 4 ປີ

ອັດຕາເງິນເຟີ້ຂອງສິງກະໂປ ຫຼຸດລົງຕໍ່າສຸດໃນຮອບ 4 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ເມສາ ຜ່ານມາ; ຫ້ອງການ​ສະຖິຕິ​ແຫ່ງ​ຊາດຂອງສິງກະໂປ ເປີດເຜີຍ​ວ່າ: ອັດຕາ​ເງິນ​ເຟີ້​ຂອງ​ສິງກະ​ໂປ​ໄດ້​ຫຼຸດ​ລົງ​ໃນ​ເດືອນ​ມີນາ. ຕົກ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ນັບ​ແຕ່​ເດືອນ​ມີ​ນາ 2021 ​ເນື່ອງ​ມາ​ຈາກ​ລາ​ຄາສາທາລະນູປະໂພກ,​​ລວມ​ທັງ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ໃນຄົວ​ເຮືອນ ຫຼຸດລົງ.
ຍີ່ປຸ່ນ ນຳເຂົ້າເຂົ້າຈາກ ສ ເກົາຫຼີ ຄັ້ງທຳອິດໃນຮອບ 26 ປີ

ຍີ່ປຸ່ນ ນຳເຂົ້າເຂົ້າຈາກ ສ ເກົາຫຼີ ຄັ້ງທຳອິດໃນຮອບ 26 ປີ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ເຈົ້າໜ້າທີ່ ສ ເກົາຫຼີ ເປີດເຜີຍວ່າ: ຍີ່ປຸ່ນ ໄດ້ນໍາເຂົ້າເຂົ້າຈາກ ສເກົາຫຼີ ເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 1999 ທ່າມກາງວິກິດການລາຄາເຂົ້າພາຍໃນປະເທດ ທີ່ເພີ່ມສູງຂຶ້ນ. ສົ່ງ​ຜົນ​ໃຫ້​ເກີດຄວາມ​ຕ້ອງ​ການ​ສິນຄ້າ​ຈາກ​ຕ່າງ​ປະ​ເທດ​ເຖິງ​ແມ່ນ​ວ່າ​ຈະ​ປະ​ເຊີນ​ໜ້າ​ກັບ​ພາ​ສີ​ນໍາ​ເຂົ້າ​ສູງ​ກໍຕາມ.
ມູນ​ຄ່າ​ຂາ​ເຂົ້າ​-ຂ​າ​ອອກ​ລະ​ຫວ່າງ​ນະ​ຄ​ອນ​ຊຽງ​ໄຮ້​ກັບ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ​​ເພີ່ມ​ຂຶ້ນ 71%

ມູນ​ຄ່າ​ຂາ​ເຂົ້າ​-ຂ​າ​ອອກ​ລະ​ຫວ່າງ​ນະ​ຄ​ອນ​ຊຽງ​ໄຮ້​ກັບ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ​​ເພີ່ມ​ຂຶ້ນ 71%

ຂ່າວສານຊີອາໄອລາຍງານ ໃນວັນທີ 23 ເມສາ ຜ່ານມາວ່າ: ດ່ານພາ​ສີ​ຊຽງ​ໄຮ້​​ຈີນເປີດ​ເຜີຍ​ໃຫ້​ຮູ້​ວ່າ ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້, ​ມູນ​ຄ່າ​ຂາ​ເຂົ້າ-​ຂາ​ອອກ​ລະ​ຫວ່າງ​ນະ​ຄອນ​ຊຽງ​ໄຮ້​ກັບ​ປະ​ເທດ​​ສະ​ມາ​ຊິກອາ​ຊຽນ​ບັນ​ລຸ​ເຖິງ 143.52 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍເພີ່​ມ​ຂຶ້ນ 7.1%.
ເພີ່ມເຕີມ