ມອບ-ຮັບ ໃບຢັ້ງຍືນກອງເຍົາວະຊົນທັນວາ 3 ດີ 4 ຮູ້ 

 ມອບ-ຮັບ ໃບຢັ້ງຍືນກອງເຍົາວະຊົນທັນວາ 3 ດີ 4 ຮູ້ 
ຄະນະບໍລິຫານງານຊາວໜຸ່ມນະຄອນປາກເຊ ແຂວງຈຳປາສັກ ຈັດພິທີມອບ-ຮັບໃບຢັ້ງຍືນກອງເຍົາວະຊົນທັນວາ 3 ດີ  4 ຮູ້ ປະຈຳປີ 2022-2023 ແລະ ພິທີເປີດຂະບວນການຂໍ້ແຂ່ງຂັນ 3ດີ 4 ຮູ້ ປະຈຳປີ 2023-2024 ຂຶ້ນ ຫວ່າງບໍ່ດົນມານີ້ ທີ່ສະໂມສອນຂອງນະຄອນ, ໂດຍເປັນປະທານຂອງ ສະຫາຍ ໃຈສະຫວັນ ຈັນວັນຄຳ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຈຳປາສັກ, ມີສະຫາຍ ສົມພອນ ໄຊສົງຄາມ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນປາກເຊ, ມີບັນດາສະຫາຍ ເລຂາຊາວໜຸ່ມຮາກຖານ, ສະມາຊີກຊາວໜຸ່ມອ້ອມຂ້າງນະຄອນ ແລະ ນ້ອງນ້ອຍເຍົາວະຊົນທັນເຂົ້າຮ່ວມ
      ໃນພິທີ ສະຫາຍ ສົມພອນ ໄຊສົງຄາມ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽງການຂໍ້ແຂ່ງຂັນ 3 ດີ 4 ຮູ້ ປະຈຳປີ 2022-2023 ທີ່ຜ່ານມາ ແລະ ທິດທາງແຜນການການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ 4 ຮູ້ ປະຈຳປີ 2023-2024 ແລະ ໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນ ແລະ ໝາກຜົນໆງານທີ່ຍາດມາໄດ້ ຄະນະບໍລິຫານຊາວໜຸ່ມນະຄອນປາກເຊໄດ້ເອົາໃຈໃສ່ສືກສາອົບຮົມ ແລະ ສ້າງເຍົາວະຊົນໃນທົ່ວນະຄອນປາກເຊໃຫ້ມີນ້ຳໃຈ ຮັກຊາດ, ຮັກຄວາມສາມັກຄີ ເປັນເອກະພາບ ເຊື້ອໝັ້ນຢ່າງຕາຍໃຈໃນການນຳພາຂອງພັກ ປະກອບສ່ວນເຂົ້າໃນການພັດທະາເສດຖະກິດ-ສັງຄົມ ກໍ່ສ້າງເຍົາວະຊົນ-ອະນຸຊົນທັນວາ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງກວ່າເກົ່າ ສ້າງເຍົາວະຊົນໃຫ້ມີຄຸນນະພາບເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນສີວິໄລໂດຍຖືເອົາການສືກສາອົບຮົມ ເປັນຕົ້ນຕໍ ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນຖັນແຖວເຍົາວະຊົນ - ອະນຸຊົນທັນວາ ເພື່ອປະຕິບັດຄຳສອນຂອງຜູ້ນຳ ແລະ ຫົວຂໍ້ແຂ່ງຂັນຂອງເຍົາວະຊົນ ກໍຄື 3 ດີ 4 ຮູ້ ໃນຂອບທົ່ວນະຄອນປາກເຊໃຫ້ເກີດຜົນເປັນຈິງ
      ຈາກນັ້ນ, ສະຫາຍ ຄຳແສນ ທາດບັນລັງ ຮອງເລຂາຊາວໜຸ່ມ ນະຄອນ ໄດ້ຂຶ້ນຜ່ານ  ຂໍ້ຕົກລົງ ເລກທີ 362/ຄຊປປລນ, ປຊ ລົງວັນທີ 9 ກັນຍາ 2023 ຂອງຄະນະຊາວ              ໜຸ່ມ ນະຄອນປາກເຊ ວ່າດ້ວຍການຮັບຮອງກອງເຍົາວະຊົນທັນວາ 3 ດີ 4 ຮູ້ ທົ່ວນະຄອນປາກເຊ 47 ຫຼັງໂຮງຮຽນໃນນັ້ນມີ ໂຮງຮຽນ ມ.ສ 1 ຫຼັງ, ມ.ຕົ້ນ 8 ຫຼັງ, ປະຖົມ 38 ຫຼັງ ແລະ ຂໍ້ຕົກລົງ ເລກທີ 363/ຄຊປປລນ, ປຊ ລົງວັນທີ 9 ກັນຍາ 2023 ວ່າດ້ວຍການຍ້ອງຍໍເຍົາວະຊົນທັນວ່າ ຈຳນວນ 3049 ຄົນ ຍິງ 1207 ຄົນ  ຈາກນັ້ນກໍໄດ້ມອບໃບຢັ້ງຢືນກອງເຍົາວະຊົນ 3 ດີ, 4 ຮູ້ ແລະ ໃບຍ້ອງຍໍໃຫ້ແກ່ນ້ອງເຍົາວະຊົນ ໃຫ້ກຽດມອບໂດຍ ສະຫາຍ ໃຈສະຫວັນ ຈັນວັນຄຳ ຮອງເລຂາຄະນບໍລິຫານງານຊາວໜຸ່ມແຂວງ ຈຳປາສັກ ແລະ ສະຫາຍ ສົມພອນ ໄຊສົງຄາມ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນປາກເຊ,  ຖວທ ນະຄອນປາກເຊ.
ຂ່າວ-ພາບ: ຈັນທອນ ກົມໄຊຊະນະ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ສະບັບປັບປຸງ ໃນວັນທີ 2 ເມສານີ້ ທີ່ກອງບັນຊາການທະຫານ ນວ, ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ຈັນສະໝອນ ແສງທະວົງ ວິຊາການຂະແໜງ ຄວບຄຸມພະຍາດຕິດຕໍ່ ຜູ້ຮັບຜິດຊອບວຽກງານຕ້ານເອດ (ພຕພ) ພະແນກສາທາລະນະສຸກ ນວ, ມີທ່ານ ພັນໂທ ນາງ ສ້ອຍເພັດ ບູລົມ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ນວ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນໃນວັນທີ 31 ມີນາ ຜ່ານມານີ້ ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ວັນທີ 2 ເມສານີ້, ຄະນະນຳກອງພົນທີ 5 ນຳໂດຍສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະນຳກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 -5 ເມສາ 2026) ທີ່ຈະມາເຖິງນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ພ້ອມດ້ວຍຄະນະ.
ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ  ຄົບຮອບ 65 ປີ

ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ກອງສິລະປະກອນປ້ອງກັນຄວາມສະຫງົບຈັດສະແດງສິລະປະສະເຫຼີມສະຫຼອງວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ຢູ່ສະໂມສອນໃຫຍ່ກະຊວງ ປກສ (ສະໜາມມ້າ) ໃນຕອນຄໍ່າວັນທີ 1 ເມສາ 2026, ໂດຍມີທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ມີຄະນະພັກ-ຄະນະນຳກະຊວງ, ບັນດາກົມໃຫຍ່, ພ້ອມດ້ວຍກົມ, ກອງບັນຊາການ, ວິທະຍາຄານ ,ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມຮັບຊົມ.
ອົງການກາແດງແຫ່ງຊາດລາວມອບເຄື່ອງກອງນ້ຳໃຫ້ທະຫານແຂວງຈຳປາສັກ

ອົງການກາແດງແຫ່ງຊາດລາວມອບເຄື່ອງກອງນ້ຳໃຫ້ທະຫານແຂວງຈຳປາສັກ

ເມື່ອບໍ່ດົນມານີ້, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ມອບເຄື່ອງກອງນ້ຳສະອາດ ຈຳນວນ 150 ເຄື່ອງ ລວມມູນຄ່າ 90 ລ້ານກີບ ໃຫ້ແກ່ ທະຫານຊາຍແດນ 524 ແລະ 529 ເມືອງສຸຂຸມາ ແລະ ກອງຮ້ອຍທະຫານຮາບ 24 ເມືອງມູນລະປະໂມກ ແຂວງຈຳປາສັກ ເພື່ອນຳໄປໃຊ້ໃນວຽກງານພາຍໃນ ແລະ ເພີ່ມຄວາມສະດວກໃນການເຂົ້າເຖິງນ້ຳສະອາດ ສຳລັບການດື່ມ, ກິນ ແລະ ການໃຊ້ໃນຍາມສຸກເສີນ. ເຂົ້າຮ່ວມພິທີ ມີອົງການປົກຄອງເມືອງ, ອົງການກາແດງແຂວງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍນາຍ ແລະ ພົນທະຫານ.
ພ້ອມກັນຜັນຂະຫຍາຍວຽກງານກວດກາໃຫ້ເຂົ້າສູ່ລວງເລິກ

ພ້ອມກັນຜັນຂະຫຍາຍວຽກງານກວດກາໃຫ້ເຂົ້າສູ່ລວງເລິກ

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກ່ຽວກັບວຽກງານກວດກາໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດໃຫ້ເປັນຮູບປະທໍາ ຮັບປະກັນການນໍາພາຂອງພັກເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດໂປ່ງໃສ ມີປະສິດທິພາບ ແລະ ມີຄວາມຍືນຍົງ.
ພ້ອມກັນຜັນຂະຫຍາຍວຽກງານກວດກາໃຫ້ເຂົ້າສູ່ລວງເລິກ

ພ້ອມກັນຜັນຂະຫຍາຍວຽກງານກວດກາໃຫ້ເຂົ້າສູ່ລວງເລິກ

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກ່ຽວກັບວຽກງານກວດກາໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດໃຫ້ເປັນຮູບປະທໍາ ຮັບປະກັນການນໍາພາຂອງພັກເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດໂປ່ງໃສ ມີປະສິດທິພາບ ແລະ ມີຄວາມຍືນຍົງ.
ຊາວເມືອງໄຊພູທອງ ອັນເຊີນພະເຈົ້າແຖ່ນຄໍາເຫຼືອງ ລົງຫົດສົງເປັນເວລາ 7 ວັນ

ຊາວເມືອງໄຊພູທອງ ອັນເຊີນພະເຈົ້າແຖ່ນຄໍາເຫຼືອງ ລົງຫົດສົງເປັນເວລາ 7 ວັນ

ໃນວັນທີ 2 ເມສານີ້, ອໍານາດການປົກຄອງເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຮ່ວມກັບອໍານາດການປົກຄອງບ້ານໂພນທາດ ໄດ້ຈັດຕັ້ງພິທີ ອັນເຊີນອົງພະເຈົ້າແຖ່ນຄໍາເຫຼືອງ ອົງພະທີ່ສັກສິດຄູ່ບ້ານຄູ່ເມືອງຂອງຊາວ ແຂວງສະຫວັນນເຂດ ເວົ້າລວມ, ເວົ້າສະເພາະກໍຄືຂອງຊາວເມືອງໄຊພູທອງອັນເປັນທີ່ເຄົາລົບນົບໄຫວ້ ຂອງຊາວສະນິກກະຊົນທັງຫຼາຍອອກຈາກໃນອົງພະທາດໂຜ່ນ ລົງປະດິດສະຖານຢູ່ບໍລິເວນກົມມະລຽນຮອບນອກພະທາດໂຜ່ນທີ່ໄດ້ກະກຽມໄວ້ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງ ໃນໂອກາດບຸນສົງການປີໃໝ່ລາວ.
ເພີ່ມເຕີມ