ມອບ-ຮັບ ໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1

ມອບ-ຮັບ ໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1

ມອບ-ຮັບ ໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1
ໃນວັນທີ 9 ກັນຍາ 2026, ຢູ່ສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ແລະ ເຊັນສັນຍາ ການບໍລິການ ການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ1.
ມອບ-ຮບ ໂຄງລາງພນຖານ ດານການທອງທຽວ ເຂດໜາເຂອນນາງມ 1 - image 1
 

ໃຫ້ກຽດກ່າວມອບໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ກ່າວຮັບໂດຍ ທ່ານ ພູວົງ ບຸນຊູ ປະທານຄະນະກໍາມະການອົງການປົກຄອງແຂວງວຽງຈັນ ໂດຍມີຜູ້ຕາງໜ້າຈາກກະຊວງການເງິນ, ມີ ທ່ານ ນາງ ແຊນນີ ແຄັມເບລ (Shanny Campbell), ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ, ບັນດາກົມຫົວໜ້າກົມ, ຮອງຫົວໜ້າກົມ ທີ່ກ່ຽວຂ້ອງຈາກກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ, ພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງຈາກອົງການປົກຄອງແຂວງວຽງຈັນ ແລະ ເມືອງແກ້ວອຸດົມເຂົ້າຮ່ວມ.

ໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ດ້ານການທ່ອງທ່ຽວເຂດອ່າງນໍ້າງື່ມ 1 ທີ່ໄດ້ມອບໃຫ້ອົງການປົກຄອງແຂວງວຽງຈັນ ສືບຕໍ່ບໍາລຸງຮັກສາ ແລະ ບໍລິຫານຄຸ້ມຄອງ ປະກອບມີ: ເສັ້ນທາງຄອນກຣີດເຂົ້າເຖິງສະຖານທີ່ທ່ອງທ່ຽວ ຄວາມຍາວ 6.3 km, ບ່ອນຈອດລົດ 2 ແຫ່ງ, ພ້ອມທັງບ່ອນເກັບມ້ຽນຂີ້ເຫຍື້ອຊົ່ວຄາວ, ທ່າທຽບຮ້ານອາຫານເຮືອນແພ, ທ່າຈອດເຮືອນຳທ່ຽວຖາວອນ, ຮ້ານຄ້າ ຈຳນວນ 32 ຫຼັງ, ອາຄານອາເນກປະສົງ (Public Plaza), ສາລາຊົມວິວ (Circular Pavilion), ຫ້ອງນໍ້າສາທາລະນະ 2 ແຫ່ງ. ທາງຍ່າງ, ຮ່ອງລະບາຍນໍ້າ ແລະ ປັບປຸງທັດສະນີຍະພາບ ເຊັ່ນ: ປູກຕົ້ນໄມ້, ເດີ່ນຫຍ້າ, ລະບົບໄຟຟ້າ ແລະ ນໍ້າປະປາລະບົບບໍາບັດນໍ້າເປື້ອນ. ໂຄງການດັ່ງກ່າວໄດ້ເລີ່ມກໍ່ສ້າງ ແຕ່ປີ 2021-2024 ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການເລີ່ມແຕ່ເດືອນ ທັນວາ 2024 ເປັນຕົ້ນມາ.

ໃນໂອກາດດຽວກັນ, ຍັງໄດ້ຈັດພິທີເຊັນສັນຍາ ບໍລິການ, ການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວ ເຂດອ່າງນໍ້າງື່ມ 1 ເມືອງແກ້ວອຸດົມແຂວງວຽງຈັນ, ລະຫວ່າງ ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງວຽງຈັນ ແລະ ທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການ ບໍລິສັດ ຄຣິນແອັດເວັນເຈີ ຈຳກັດຜູ້ດຽວ. ການເຊັນສັນຍາຄັ້ງນີ້ເປັນການຮ່ວມມື ລະຫວ່າງ ພາກລັດ-ພາກທຸລະກິດ ໃນການບໍລິການ ແລະ ບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວແຫ່ງນີ້ ແມ່ນປະຕິບັດຕາມນະໂຍບາຍຂອງລັດຖະບານ, ເວົ້າລວມເວົ້າສະເພາະ ແມ່ນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ເພື່ອຍົກລະດັບການບໍລິການການທ່ອງທ່ຽວ ໃຫ້ມີຄຸນນະພາບ, ໄດ້ມາດຕະ ຖານ, ສາມາດເຊື່ອມກັບວົງຈອນການທ່ອງທ່ຽວ ຂອງນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວວັງວຽງ ພ້ອມທັງເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ການຄັດເລືອກເອົາພາກທຸລະກິດເຂົ້າມາຮ່ວມກັບພາກລັດ ໃນການບໍລິການ ແລະ ການບໍລິຫານຄຸ້ມຄອງ ແມ່ນໄດ້ຄັດເລືອກໂດຍຜ່ານການປະມູນເປີດກວ້າງ ເພື່ອຄັດເລືອກເອົາພາກທຸລະກິດ ຜູ້ທີ່ມີປະສົບການທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການລົງທຶນໂຄງລ່າງພື້ນຖານສິ່ງອໍານວຍຄວມສະດວກ ຢູ່ສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ ສ້າງຜົນປະໂຫຍດສູງສຸດ ໃຫ້ແກ່ຊຸມຊົນທ້ອງຖິ່ນ, ກໍ່ຄືແຂວງວຽງຈັນ ແລະ ສປປ ລາວ.

ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍ ທະນາຄານພັດທະນາອາຊີ (ADB) ໂດຍທຶນຊ່ວຍເຫຼືອ. ພາຍໃຕ້ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2, ເຈົ້າຂອງໂຄງການ ໂດຍກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ.(ຂ່າວ:ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ