ມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງ ທີ່ໂຮງຮຽນທະຫານຊາຍແດນ 712

ມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງ ທີ່ໂຮງຮຽນທະຫານຊາຍແດນ 712
ໃນວັນທີ 10 ມັງກອນ ນີ້ ທີ່ໂຮງຮຽນທະຫານຊາຍແດນ 712, ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ມີພິທີ ມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງຂຶ້ນ ລະຫວ່າງ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ຜູ້ຕາງໜ້າຂອງແຂວງບໍລິຄໍາໄຊ ເຂົ້າຮ່ວມໃນພິທີດັ່ງກ່າວ.
ການກໍ່ສ້າງຫຼັກໝາຍຊາຍແດນຈໍາລອງດັ່ງກ່າວ ແມ່ນເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ ກ່ຽວກັບວຽກງານຄຸ້ມຄອງຊາຍແດນ ໃນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃຫ້ແກ່ບັນດານາຍທະຫານ, ນັກຮົບທີ່ມາຮຽນຢູ່ໂຮງຮຽນທະຫານຊາຍແດນ ນອກຈາກນັ້ນ ກໍຍັງເປັນການເຜີຍແຜ່ໃຫ້ຜູ້ທີ່ມີຄວາມສົນໃຈຢູ່ໃນສັງຄົມເຫັນໄດ້ຫຼັກໝາຍຊາຍແດນຈໍາລອງ ທີ່ມີຂະໜາດ ແລະ ຮູບແບບຄື ແລະ ເທົ່າກັບຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງ. ການກໍ່ສ້າງນີ້ໄດ້ກໍ່ສ້າງຫຼັກໝາຍຊາຍແດນຈໍາລອງຂອງ 5 ປະເທດ ທີ່ມີຊາຍແດນຮ່ວມກັບ ສປປ ລາວ (ສສ ຫວຽດນາມ, ສປ ຈີນ, ຣາຊາອະນາຈັກກໍາປູເຈຍ, ມຽນມາ ແລະ ຣາຊາອະນາຈັກໄທ) ຊຶ່ງຫຼັກໝາຍດັ່ງກ່າວຫຼໍ່ດ້ວຍເບຕົງເສີມເຫຼັກ-ທາສີ ພ້ອມດ້ວຍຕິດເຄື່ອງໝາຍກາຊາດ, ຕົວໜັງສື ແລະ ສັນຍາລັກຕ່າງໆໃສ່ຕາມແບບສະເພາະຂອງແຕ່ລະຫຼັກ
ໝາຍຊາຍແດນຂອງ ສປປ ລາວ ກັບບັນດາປະເທດ ທີ່ມີຊາຍແດນຕິດຈອດລວມຈໍານວນຫຼັກໝາຍຈໍາລອງທີ່ກໍ່ສ້າງທັງໝົດ 11 ຫຼັກໝາຍ. 
ໃນພິທີດັ່ງກ່າວ ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ຕາງໜ້າໃຫ້ການນໍາກະຊວງການຕ່າງປະເທດມອບຫຼັກໝາຍຈໍານວນດັ່ງກ່າວໃຫ້ຜູ້ຕາງໜ້າຈາກກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ ແລະ ໄດ້ມອບຕໍ່ໃຫ້ໂຮງຮຽນທະຫານຊາຍແດນ 712 ໂດຍມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂອງສອງກະຊວງ ແລະ ຕາງໜ້າຂອງແຂວງບໍລິຄໍາໄຊ ເຂົ້າຮ່ວມເປັນສັກຂີພິຍານ. 
ໃນໂອກາດດຽວກັນ ການນໍາຂອງກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຂອງແຂວງບໍລິຄໍາໄຊ ແລະ ຜູ້ເຂົ້າຮ່ວມພິທີກໍໄດ້ເຄື່ອນໄຫວຢ້ຽມຢາມໂຮງຮຽນດັ່ງກ່າວ.
 ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ (ນວ) ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 12 ມິຖຸນານີ້ ທີ່ສະໂມສອນໃຫຍ່ ກະຊວງປ້ອງກັນຄວາມສະຫງົບ (ປກສ). ໃຫ້ກຽດນໍາພາຄະນະ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ເຂົ້າຮ່ວມຮັບຟັງມີ ສະຫາຍ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ຮອງລັດຖະມົນຕີ, ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນຕໍາຫຼວດ ຂອງກະຊວງ ປກສ.
ກອງສິລະປະກອນກອງທັບ ປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026

ກອງສິລະປະກອນກອງທັບ ປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026

ກອງສິລະປະກອນກອງທັບ ຈັດພິທີປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026 ຂຶ້ນໃນວັນທີ 10 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທີ ບຸດດາແກ້ວ ຫົວໜ້າການເມືອງ ກອງສິລະປະກອນກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X ຢູ່ເມືອງໄຊພູທອງ

ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X ຢູ່ເມືອງໄຊພູທອງ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໄຊພູທອງ ໄດ້ລົງພົບປະປະຊາຊົນ ພ້ອມທັງເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ.
ຍທຂ ຫວນຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ

ຍທຂ ຫວນຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ

ກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ຂຶ້ນໃນວັນທີ 11 ມິຖຸນາ 2026,ທີ ກະຊວງ ຍທຂ ໃຫ້ກຽດປາຖະກະຖາໂດຍທ່ານ ພົຈວ ສຸລິນພອນ ຄຳພະຈັນ ຮອງປະທານສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຊຶ່ງມີ ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງ ຍທຂ ພ້ອມດ້ວຍ ຫົວໜ້າກົມ ຮອງກົມ ຫົວໜ້າ ພະແນກ ຮອງພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ກອງບັນຊາການປ້ອງກັນສູນກາງ ປາຖະກະຖາ 3 ວັນປະຫວັດສາດ

ກອງບັນຊາການປ້ອງກັນສູນກາງ ປາຖະກະຖາ 3 ວັນປະຫວັດສາດ

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປາຖະ ກະຖາ 3 ວັນປະຫວັດສາດ ຄື: ວັນກຳມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ຄົບຮອບ 66 ປີ ຂຶ້ນໃນວັນທີ 11 ມິຖຸນານີ້, ໃຫ້ກຽດປາຖະກະຖາໂດຍສະຫາຍ ພັອ ສຸລິເດດ ກອງທະວີໄຊ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເຊັນສັນຍາຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມຕາມເສັ້ນທາງ ລົດໄຟລາວ-ຈີນ

ເຊັນສັນຍາຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມຕາມເສັ້ນທາງ ລົດໄຟລາວ-ຈີນ

ໃນວັນທີ 11 ມິຖຸນານີ້ ທີ່ ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເຊັນສັນຍາການຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມຕາມເສັ້ນທາງ ລົດໄຟລາວ-ຈີນ ລະຫວ່າງບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ຢ່າງເປັນທາງການ. ໃຫ້ກຽດລົງນາມໂດຍ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ແລະ ທ່ານ ຄາງ ເທນິວ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຫານ ເຢ້ (HAN YE) ເລຂານຸການ ເອກອັກຄະນະລັດຖະທູດຈີນ ຝ່າຍເສດຖະກິດ ແລະ ການຄ້າ ປະຈຳ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ກໍາມະການຄະນະບໍລິຫານງານພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ, ທ່ານ ລູ້ ຫາຍໂຈ ຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ, ຄະນະກົມຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍ.
ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບການນຳພາ-ຊີ້ນຳຮອບດ້ານ ຂອງຄະນະພັກ-ຄະນະບັນຊາໃນການປະຕິບັດມະຕິ, ແຜນດໍາເນີນງານຂອງຄະນະພັກ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວວຽກງານວິຊາສະເພາະ ໃນວັນທີ 11 ມິຖຸນານີ້, ໃຫ້ກຽດເປັນປະທານໂດຍ ສະຫາຍ ພົຕ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025 ໂດຍໄດ້ຮັບການສະໜັບສະໜູນຈາກ ຄະນະຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນເມື່ອວັນທີ 10 ມິຖຸນາຜ່ານມາ, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວາດສະໜາ ຈັນທະນະສິນ ເລຂາຄະນະພັກຮາກຖານ ຄສບ ຫົວໜ້າຄະນະວິຊາ ຄສບ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ພ້ອມດ້ວຍຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດຊຸດຝຶກອົບຮົມວຽກງານເກັບກຳ, ສະພາບແນວຄິດຫາງສຽງ-ສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນເມືອງປາກຊ່ອງ ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ປາກ​ຊ່ອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ, ມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ຂັ້ນເມືອງ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ມີ​ພະ​ນັກ​ງານ​ຈາກ​ບັນ​ດາ​ກົມ​ກອງ​ອ້ອມ​ຂ້າງ​ເມືອງ​ປາກ​ຊ່ອງ​ເຂົ້າ​ຮ່ວມ.
ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ ເຮັດວຽກ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງຈຳກັດ ໃນ​ວັນ​ທີ 9 ມິ​ຖຸ​ນາ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະ ພະນັກງານພາຍໃນໂຮງງານ.
ເພີ່ມເຕີມ