5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:

 

 

ຈຸດສຸມທີໜຶ່ງ, ສ້າງອາຊີບ ແລະ ແຫຼ່ງລາຍຮັບ, ຈັດສັນພູມລໍາເນົາໃຫ້ປະຊາຊົນມີຄວາມໝັ້ນຄົງ ແລະ ຍືນຍົງ, ໂດຍຈັດຕັ້ງການຜະລິດ ແລະ ການບໍລິການເລີ່ມຈາກການເຜີຍແຜ່ແນະນໍາ, ຝຶກອົບຮົມໃຫ້ປະຊາຊົນຮູ້ດໍາເນີນການຜະລິດ,ການປູກ-ການລ້ຽງ, ການປຸງແຕ່ງ, ການຕະຫຼາດ, ການຄ້າຂາຍຕາມຂະແໜງການ, ເພື່ອຜະລິດສະບຽງອາຫານ ແລະ ກ້າວໄປເຖິງການຜະລິດເປັນສິນຄ້າ ຕາມຄວາມຕ້ອງການຂອງຕະຫຼາດ, ຂະຫຍາຍການຜະລິດກະສິກຳດ້ວຍການເຮັດກະເສດສຸມ, ກະເສດປະສົມປະສານ ເພື່ອຮັບປະກັນດ້ານສະບຽງອາຫານ ແລະໂພສະນາການ,ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ຈັດສັນ, ແບ່ງເຂດການຜະລິດໃຫ້ປະຊາຊົນ ເພື່ອຜະລິດສິນຄ້າສະໜອງໃຫ້ຕົວເມືອງ ແລະ ມີການສົ່ງອອກ;ສ້າງ ແລະ ປັບປຸງ ບັນດາກຸ່ມທີ່ມີແລ້ວໃຫ້ເຂັ້ມແຂງກ້າວຂຶ້ນເປັນສະຫະກອນ, ຊຸກຍູ້ໃຫ້ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໃຫ້ໄດ້ຮັບການຈັດຕັ້ງຂຶ້ນຢູ່ຊົນນະບົດ;ຍົກລະດັບສີມືແຮງງານ, ຄວາມສາມາດຂອງການຜະລິດ-ການບໍລິການ, ຄວາມຮູ້ດ້ານການປູກ-ການລ້ຽງ, ການນໍາໃຊ້ພູມປັນຍາຂອງທ້ອງຖິ່ນ ໃຫ້ປະຊາຊົນມີທາງເລືອກໃນການປະກອບວິຊາອາຊີບການຜະລິດກະສິກຳ, ການບໍລິການ, ການຄ້າ, ການທ່ອງທ່ຽວ, ການປຸງແຕ່ງ, ຫັດຖະກຳ, ອຸດສະຫະກຳ ອື່ນໆ;ສ້າງຄວາມເຂັ້ມແຂງ ໃນການນໍາໃຊ້ຫຼັກສູດສາມັນວິຊາຊີບທີ່ມີຢູ່ ພ້ອມທັງຂະຫຍາຍ ແລະ ພັດທະນາຫຼັກສູດສາມັນວິຊາຊີບໃຫ້ກວມລວມຫຼາຍສາຂາອາຊີບ ເພື່ອໃຫ້ສອດຄ່ອງກັບ ຄວາມຕ້ອງການຂອງຜູ້ປະກອບການ ແລະ ການພັດທະນາຂອງທ້ອງຖິ່ນ;ສືບຕໍ່ຄົ້ນຄວ້າຈັດສັນພູມລໍາເນົາດ້ວຍການຈັດສັນທີ່ດິນທໍາການຜະລິດໃຫ້ຄອບຄົວທີ່ຍັງບໍ່ມີບ່ອນທຳມາຫາກິນຕິດພັນກັບການຮັບຮູ້ສິດນໍາໃຊ້ທີ່ດິນ;ປະຕິບັດນະໂຍບາຍເພື່ອດຶງດູດການລົງທຶນຂອງພາກທຸລະກິດ ໃຫ້ມີການລົງທຶນໃນລະດັບນ້ອຍຫາໃຫຍ່ ຢູ່ເຂດຊົນນະບົດ ເປັນຕົ້ນ ໂຮງງານປຸງແຕ່ງຜົນຜະລິດກະສິກຳ, ຫັດຖະກຳ, ພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ-ວັດທະນະທຳ ແລະ ອື່ນໆ ແລະຄຸ້ມຄອງການເຄື່ອນຍ້າຍແຮງງານແບບຊະຊາຍ ແລະ ການໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງໂດຍການສ້າງໂອກາດການຈ້າງງານທີ່ມີຄຸນນະພາບເພື່ອໃຫ້ປະຊາຊົນມີລາຍຮັບຄົງທີ່ໝັ້ນຄົງ, ຫຼຸດຜ່ອນການຫຼັ່ງໄຫຼໄປເຮັດວຽກຢູ່ໃນຕົວເມືອງ ແລະ ຕ່າງປະເທດ.

ຈຸດສຸມທີສອງ: ພັດທະນາພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກ ຢູ່ເຂດຊົນນະບົດ,ເລັ່ງ ພັດທະນາ, ຍົກລະດັບ ແລະ ບູລະນະຮັກສາເສັ້ນທາງຄົມມະນາຄົມ, ຂົນສົ່ງ ຢູ່ເຂດຊົນນະບົດ ໂດຍສະເພາະເຂດຫ່າງໄກສອກຫຼີກ, ເຂດຖານທີ່ໝັ້ນເກົ່າພື້ນຖານການປະຕິວັດໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ຮັບປະກັນການເຊື່ອມຈອດຈາກບ້ານຫາບ້ານ, ບ້ານ ຫາຕາແສງຫາເມືອງ ແລະ ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ;ເລັ່ງສ້າງ, ປັບປຸງ ແລະ ຂະຫຍາຍຕາໜ່າງລະບົບນໍ້າປະປາຊຸມຊົນ ແລະ ນໍ້າສະອາດ ຕິດພັນກັບວຽກງານສຸຂາພິບານ ແລະ ການບຳບັດນໍ້າເປື້ອນຢູ່ບັນດາບ້ານ ແລະ ເມືອງທຸກຍາກ ໃຫ້ຮັບປະກັນການຊົມໃຊ້ທີ່ປອດໄພ ຕາມມາດຕະຖານການພັດທະນາແບບຍືນຍົງ (SDG6); ສົ່ງເສີມການສ້າງຈິດສໍານຶກ ແລະ ຍົກລະດັບມາດຕະຖານຄວາມປອດໄພໃນການນໍາໃຊ້ ເສັ້ນທາງຢູ່ຕາມເສັ້ນທາງຊົນນະບົດ ເພື່ອຫຼຸດຜ່ອນການເກີດອຸປະຕິເຫດ;ເລັ່ງຂະຫຍາຍຕາໜ່າງການບໍລິການ ໂທລະຄົມມະນາຄົມ ແລະ ໄປສະນີໃນເຂດຊົນນະບົດ,ເຂດຫ່າງໄກຊອກຫຼີກ;ເລັ່ງຟື້ນຟູ-ສ້ອມແປງ, ຂະຫຍາຍ ແລະ ພັດທະນາຊົນລະປະທານຂະໜາດນ້ອຍ, ນໍາໃຊ້ພະລັງງານແສງຕາເວັນສູບນໍ້າເພື່ອຮັບໃຊ້ການຜະລິດ; ຂະຫຍາຍ, ປັບປຸງລະບົບຕາຂ່າຍໄຟຟ້າຢູ່ເຂດຊົນນະບົດ ແລະ ພະລັງງານຈາກແສງຕາເວັນ ເພື່ອຮັບປະກັນການສະໜອງໄຟຟ້າໃຫ້ພຽງພໍຕໍ່ການຊົມໃຊ້ພາຍໃນບ້ານຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກຊອກຫຼີກ;ປັບປຸງ, ຍົກລະດັບ ໂຄງລ່າງພື້ນຖານດ້ານສາທາລະນະສຸກ ຂັ້ນຕາແສງ-ບ້ານ ແລະ ເມືອງໃຫ້ສາມາດຕອບສະໜອງການບໍລິການປະຊາຊົນ ທີ່ມີຄຸນນະພາບ, ສະອາດ, ປອດໄພ ແລະ ເປັນມິດຕໍ່ສີ່ງແວດລ້ອມ; ແກ້ໄຂໂຮງຮຽນປະຖົມ ແລະ ມັດທະຍົມ ທີ່ບໍ່ໄດ້ມາດຕະຖານໃຫ້ໄດ້ໂດຍພື້ນຖານ, ປັບປຸງສະພາບແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃນໂຮງຮຽນສາມັນວິຊາຊີບ, ໂຮງຮຽນກິນນອນຊົນເຜົ່າຢູ່ຂັ້ນເມືອງ ແລະ ບາງຕາແສງທີ່ມີເງື່ອນໄຂ;ປັບປຸງຕະຫຼາດ (ຕະຫຼາດຊຸມຊົນ) ຢູ່ເຂດຊົນນະບົດ ແລະ ເລັ່ງປັບປຸງບັນດາສູນ-ສະຖານີ ບໍລິການເຕັກນິກກະສິກຳເພື່ອຕອບສະໜອງດ້ານເຕັກນິກວິຊາການໃຫ້ແກ່ຊາວກະສິກອນ.

ຈຸດສຸມທີສາມ: ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກຳມະການປົກຄອງຕາແສງ, ການຈັດຕັ້ງບ້ານ ແລະ ຊາວຊົນນະບົດ,ໂດຍປັບປຸງລະບົບກົງຈັກການຈັດຕັ້ງໃນລະບົບການເມືອງຂອງຕາແສງ ແລະບ້ານໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສາມາດນໍາພາຊີ້ນໍາວຽກງານຢູ່ຂັ້ນຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;ພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມຕາມກົດໝາຍ, ລະບຽບການ ຢູ່ຂັ້ນຕາແສງ, ບ້ານຢ່າງເຂັ້ມງວດ;ສ້າງບຸກຄະລາກອນດ້ານການບໍລິຫານ ແລະ ວິຊາການໃຫ້ເປັນນັກພັດທະນາກອນກັບທີ່ ໃຫ້ແກ່ຕາແສງ ແລະ ເມືອງ;ຝຶກອົບຮົມດ້ານວິຊາການ ການປູກ, ການລ້ຽງ, ປຸງແຕ່ງ ແລະ ການຕະຫຼາດໃຫ້ປະຊາຊົນໃນແຕ່ລະບ້ານ ຜ່ານບັນດາສູນ-ສະຖານີຂອງລັດ, ເອກະຊົນ, ໂຄງການ ແລະ ລະບົບສື່ຕ່າງໆຢ່າງກວ້າງຂວາງ;ເລັ່ງໃສ່ມອບສິດມອບຄວາມຮັບຜິດຊອບໃນການແບ່ງຂັ້ນຄຸ້ມຄອງລະຫວ່າງເມືອງກັບຕາແສງ, ຕາແສງ ກັບ ບ້ານ ເພື່ອໃຫ້ຄະນະກຳມະການປົກຄອງຕາແສງ ໄດ້ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ ແລະ ປູກຈິດສໍານຶກໃຫ້ປະຊາຊົນຕື່ນຕົວ ແລະ ເປັນເຈົ້າການພັດທະນາເສດຖະກິດຊຸມຊົນຕາມທິດສ້າງເສດຖະກິດເອກະລາດ.

ຈຸດສຸມທີສີ່: ຂົນຂວາຍ ແລະ ຍາດແຍ່ງການລົງທຶນເຂົ້າໃສ່ການພັດທະນາຢູ່ຊົນນະບົດ, ລັດຖະບານຈັດສັນງົບປະມານບ້ວງສະເພາະເຂົ້າໃນວຽກງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ;ລະດົມທຶນຈາກບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນໃນສັງຄົມ, ບັນດາກອງທຶນທັງພາຍໃນ ແລະຕ່າງປະເທດລວມທັງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ); ລັດຕ້ອງກຳນົດນະໂຍບາຍສະເພາະ ແລະ ນະໂຍບາຍພິເສດ ເພື່ອຊຸກຍູ້ ສົ່ງເສີມດຶງດູດໃຫ້ພາກສ່ວນທຸລະກິດໄປລົງທຶນຢູ່ຊົນນະບົດ, ຫ່າງໄກສອກຫຼີກ ແລະ ເຂດຖານທີ່ໝັ້ນເກົ່າຂອງພື້ນຖານການປະຕິວັດ; ສົ່ງເສີມ ແລະ ຂະຫຍາຍການບໍລິການສິນເຊື່ອ, ກຸ່ມທ້ອນເງິນ, ກອງທຶນພັດທະນາຂັ້ນບ້ານ, ການເງິນຈຸນລະພາກ ຫຼື ທະນາຄານເພື່ອສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງແຫຼ່ງທຶນ;ຄຸ້ມຄອງ, ຈັດສັນ ແລະ ນໍາໃຊ້ແຫຼ່ງທຶນພັດທະນາທ້ອງຖິ່ນ ແລະ ພັດທະນາສັງຄົມ ທີ່ໄດ້ຮັບຈາກໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ຍາດແຍ່ງການສະໜັບສະໜູນດ້ານວິຊາການ, ທຶນການຊ່ວຍເຫຼືອຈາກບັນດາເພື່ອນມິດຍຸດທະສາດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ.

ຈຸດສຸມທີຫ້າ: ສ້າງ ແລະ ປັບປຸງນິຕິກຳ, ກົນໄກ ໃນການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ມີປະສິດທິຜົນ.ໂດຍເລັ່ງສ້າງ ແລະ ປັບປຸງບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ຂົງເຂດອື່ນໃຫ້ເປັນລະບົບຄົບຊຸດ, ສອດຄ່ອງ, ຮັດກຸມ ແລະ ເອື້ອຍອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ;ໂຄສະນາ, ເຜີຍແຜ່ບັນດານິຕິກຳ ແລະ ຂໍ້ມູນ-ຂ່າວສານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຮັບຮູ້ ແລະນໍາໄປຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການຕົນເປັນອັນລະອຽດ;ເລັ່ງປັບປຸງກົນໄກການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;ເລັ່ງປັບປຸງປະສິດທິພາບການບໍລິຫານ, ການບໍລິການ ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ