ວັນທີ 2 ເມສາຜ່ານມາ ທີ່ເຮືອນຮັບແຂກເລກ 1 ຂອງແຂວງຄໍາມ່ວນ ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີປະທານສະພາປະຊາຊົນແຂວງ, ຄະນະຈັດຕັ້ງແຂວງ, ບັນດາພະແນກການກ່ຽວຂ້ອງເຂົ້າຮ່ວມ.
ທ່ານເຈົ້າແຂວງຄໍາມ່ວນ ໄດ້ອອກຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າຫ້ອງວ່າການແຂວງຄໍາມ່ວນ ສະບັບເລກທີ 439 ແລະ 55 ລົງວັນທີ 27 ມີນາ 2024. ໃນນີ້, ໄດ້ຕົກລົງ ຍົກຍ້າຍ ທ່ານ ໜັ້ນຍືນ ຄິນສະໜອນ ຫົວໜ້າຫ້ອງວ່າການແຂວງຄໍາມ່ວນ ໄປຮັບຜິດຊອບໜ້າທີ່ໃໝ່ ເປັນຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ແຕ່ງຕັ້ງ ທ່ານ ໄພມະນີ ພົມມະສານ ຮອງຫົວໜ້າຫ້ອງວ່າການແຂວງເປັນວ່າການຫົວໜ້າຫ້ອງວ່າການແຂວງ. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກການມອບ-ຮັບໜ້າທີ່ ລະຫວ່າງທ່ານ ໜັ້ນຍືນ ຄິນສະໜອນ ຫົວໜ້າຫ້ອງວ່າການແຂວງ ຜູ້ເກົ່າ ແລະ ທ່ານ ໄພມະນີ ພົມມະສານວ່າການຫົວໜ້າຫ້ອງວ່າການແຂວງ ໂດຍການເປັນສັກຂີພະຍານຂອງທ່ານ ເຈົ້າແຂວງຄໍາມ່ວນ ແລະ ການນໍາທຸກຂັ້ນ.
(ຂ່າວ: ມະນີວັນ)
ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ
ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ຄໍາເຫັນ