ມອບ-ຮັບໂຄງການຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວ ຕາມເສັ້ນທາງລົດໄຟ 

ມອບ-ຮັບໂຄງການຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວ ຕາມເສັ້ນທາງລົດໄຟ 
ທ້າຍອາທິດຜ່ານມານີ້, ຢູ່ທີ່ຫ້ອງການຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫຼວງນໍ້າທາ, ໄດ້ຈັດພິທີມອບ-ຮັບໂຄງການຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວ ຕາມເສັ້ນທາງລົດໄຟ, ໂດຍການເປັນປະທານຂອງທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ມີທ່ານ ນາງ ປານີ ຈິດດາລາ ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງນໍ້າທາ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
       ທ່ານ ທັດສະພອນ ເລີດຖາວອນ ຫົວໜ້າພະແນກ ພົວພັນຮ່ວມມືກັບຕ່າງປະເທດ ຫ້ອງການສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ລາຍງານຫຍໍ້ປະຫວັດຄວາມເປັນມາ ແລະ ການຈັດຕັ້ງປະຕິບັດວຽກງານຂອງໂຄງການມິດຕະພາບຊາວໜຸ່ມທາງລົດໄຟລາວ-ຈີນ ແມ່ນເພື່ອຊ່ວຍເຫຼືອຊາວໜຸ່ມລາວບັນດາເຜົ່າຢູ່ແຂວງຫຼວງນໍ້າທາ ທີ່ດ້ອຍໂອກາດ, ໃຫ້ມີໂອກາດໃນການຝຶກຝົນຫຼໍ່ຫຼອມຄວາມສາມາດດ້ານວິຊາຊີບທີ່ເໝາະສົມກັບສະພາບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ພ້ອມທັງໃຫ້ທືນເພື່ອນໍາໄປເລີ່ມຕົ້ນເຮັດທຸລະກິດ ແລະ ທັງເປັນການສົ່ງເສີມວັດທະນະທໍາບັນດາເຜົ່າຂອງສະມາຊິກຊາວໜຸ່ມ.     
ພາຍຫຼັງທີ່ໄດ້ສໍາເລັດການຝືກອົບຮົມແລ້ວເຮັດໃຫ້ເຂົາເຈົ້າມີອາຊີບ - ວິຊາຊີບທີ່ໝັ້ນຄົງ - ຍືນຍົງ ແລະ ມີລາຍຮັບສາມາດສ້າງເສດຖະກິດຄອບຄົວໄດ້ຢ່າງຖາວອນ. ສ່ວນຮູບແບບຂອງການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການແມ່ນໄດ້ເກັບກໍາຂໍ້ມູນກ່ຽວກັບສະພາບ ແລະ ແນວໂນ້ມຂອງຈຸດພິເສດ ລະບົບເສດຖະກິດ - ສັງຄົມຢູ່ໃນ  4 ເມືອງຄື: ເມືອງຫຼວງນໍ້າທາ, ນາແລ, ວຽງພູຄາ ແລະ ເມືອງລອງ. ຜ່ານການເກັບກໍາຂໍ້ມູນກ່ຽວກັບຄວາມຮຽກຮ້ອງຕ້ອງການຂອງການຝຶກອົບຮົມວິຊາຊີບຂອງຊາວໜຸ່ມຜູ້ດ້ອຍໂອກາດຂອງບັນດາເມືອງ ແລະ ແຂວງ ແມ່ນຕ້ອງການຝືກອົບຮົມມີ 6 ສາຂາຄື:  ສາຂາສ້ອມແປງ-ໄຟຟ້າ, ຊ່າງໄມ້-ເຝີນີເຈີ, ສອ້ມແປງກົນຈັກທົ່ວໄປ, ບໍລິການໂຮງແຮມ, ປູກຝັງລ້ຽງສັດ ແລະ ສາຂາປຸງແຕ່ງບໍລິການເຄື່ອງດື່ມ.
       ໂອກາດນີ້ທ່ານ ທອງຈັນ ພູມີໄຊ ແລະ ທ່ານ ນາງ ປານີ ຈິດດາລາ ກໍໄດ້ເຊັນບົດບັນທືກມອບ -ຮັບໂຄງການມິດຕະພາບຊາວໜຸ່ມທາງລົດໄຟ ລາວ - ຈີນ, ໃນການຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວ ຕາມເສັ້ນທາງລົດໄຟ.  
  (ຂ່າວ: ສົມພອນ ຂຸນດາວົງ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ເປີດ​ຂຶ້ນ, ໃນວັນທີ 24 ພະຈິກຜ່ານ​ມາ ທີ່ ສ​ພ​ຂ ອັດ​ຕະ​ປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 24 ພະ​ຈິກ​ຜ່ານ​ມາ, ທ່ານ ກົງໃຈ ສິດາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດ​ຕະ​ປື ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາປະ​ຊາ​ຊົນ​ແຂວງ ກ່ຽວກັບການຄຸ້ມຄອງທີ່ດິນເຊົ່າ-ສຳປະທານທີ່​ດິນຂອງລັດ, ການແກ້ໄຂບັນຫາບຸກລຸກປ່າໄມ້ ລວມທັງການຄຸ້ມຄອງການຂຸດຄົ້ນ ແລະ ທ້ອນໂຮມໄມ້ໃນເຂດໂຄງ ການຟື້ນຟູປ່າໄມ້ ແລະ ແລວສາຍສົ່ງໄຟຟ້າແຮງສູງ.
ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ພິທີ ມອບ-ຮັບ ອຸປະກອນໄອທີຈາກຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ຄະນະກຳມະການປົກຄອງ 44 ຕາແສງ ຂອງ​ແຂວງ​ຄຳ​ມ່ວນລວມມູນຄ່າກວ່າ 44 ລ້ານກີບ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ແຂວງ, ໃຫ້ກຽດມອບໂດຍ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມຄະນະ ແລະ ປະທານຕາແສງພາຍໃນແຂວງເຂົ້າຮ່ວມ.
ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອຸດົມໄຊ ຊຸດທີ V ໄດ້ເປີດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ພາຍໃຕ້ການເປັນປະທານ ທ່ານ ບຸນຄົງ ຫຼ້າຈຽມພອນ ເລ​ຂາ​ພັກ​ແຂວງປະທານສະພາປະຊາຊົນແຂວງອຸດົມໄຊ, ມີການນຳແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ ແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ