![]() |
ໃນພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ, ຫົວໜ້າກົມສາສະໜາ ແລະ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ (ຜູ້ເກົ່າ-ຜູ້ໃໝ່) ພາຍໃນ ສນຊ. ໃນພິທີໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາໄລຍະຜ່ານມາ ແລະ ວຽກງານທີ່ຈະສືບຕໍ່ຈັດຕັ້ງປະຕິບັດໂດຍຫຍໍ້ຂອງຫ້ອງການ, ກົມຈັດຕັ້ງ, ກົມສາສະໜາ ແລະ ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ພ້ອມທັງເຊັນບົດບັນທຶກມອບວຽກ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ.
![]() |
ໂອກາດນີ້, ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ແນະນຳບາງວງກພາຍຫຼັງການມອບ-ຮັບ ໃຫ້ຄະນະພັກ-ຄະນະນໍາ ກໍຄືພະນັກງານຫຼັກແຫຼ່ງ ສນຊ ເອົາໃຈໃສ່ສືບຕໍ່ປະສານວຽກງານຊຶ່ງກັນ ແລະ ກັນ ຮັກສາມູນເຊື້ອຄວາມສາມັກຄີພາຍໃນ, ປະຕິບັດຖືກຕ້ອງຄົບຖ້ວນຕາມຫຼັກການນຳພາຂອງພັກ, ມີຄວາມເປັນເອກະພາບພາຍໃນອົງການແນວລາວສ້າງຊາດ ສືບຕໍ່ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະກົມ ແບບແຜນວິທີເຮັດວຽກ ຕ້ອງຕິດແທດຕົວຈິງ ໂປ່ງໃສ ມີການແບ່ງງານ ການມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ ເປັນແບບຢ່າງໃນການນຳພາ ມີທັດສະນະ ແລະ ແບບແຜນດຳລົງຊີວິດທີ່ປອດໃສ ປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດຊັດຊື່ ມີຈັນຍາບັນ ຍາມໃດກໍຕ້ອງມີສະຕິກຽມພ້ອມປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ ຕ້ອງເຂັ້ມງວດຕໍ່ຕົນເອງ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ.
ຂ່າວ: ສນຊ


ຄໍາເຫັນ