![]() |
ທ່ານ ນາງ ວັນໄຊ ສິງດາລາ ຮອງເລຂາໜ່ວຍພັກ ຮອງປະທານກວດກາພັກ-ລັດແຂວງ ແລະ ທ່ານ ຄຳໄຊ ບຸນເພັດ ຮອງເລຂາຄະນະຈັດຕັ້ງແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການຍົກຍ້າຍອອກພັກການຮັບອຸດໜູນບຳນານ, ແຕ່ງຕັ້ງເລຂາໜ່ວຍພັກຮາກຖານ ແລະ ບົ່ງຕົວແຕ່ງຕັ້ງຫົວໜ້າ ຮອງຫົວໜ້າພະແນກການ, ຫົວໜ້າ ຮອງຫົວໜ້າຂະແໜງຂອງ ຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ ແລະ ພະແນກຍຸຕິທຳແຂວງ, ຊຶ່ງມີ 3 ພາກສ່ວນມອບ-ຮັບໜ້າທີ່ຄື: ຫົວໜ້າຫ້ອງວ່າການແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະ ປະທານສະຫະພັນກຳມະບານແຂວງຄື: ແຕ່ງຕັ້ງທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຫົວໜ້າຫ້ອງວ່າການແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ ຜູ້ໃໝ່, ທ່ານ ຄຳວຽນ ສີຫານາດ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ເປັນເລຂາຄະນະພັກຫ້ອງວ່າການແຂວງ ເປັນຫົວໜ້າຫ້ອງວ່າການແຂວງ, ທ່ານ ເພັດສະໝອນ ດວງປະເສີດ ກຳມະການພັກແຂວງ ຮອງປະທານແນວລາວສ້າງຊາດແຂວງ ເປັນຫົວໜ້າໂຮງຮຽການເມືອງ ແລະ ການປົກຄອງແຂວງຜູ້ໃໝ່, ທ່ານ ຄຳຫຼ້າ ແກ້ວດາວັນ ກຳມະການພັກແຂວງ ເລຂາພັກເມືອງໆຜາໄຊ ເປັນປະທານສະຫະພັນກຳມະບານແຂວງ ຜູ້ໃໝ່.
![]() |
ໂອກາດນີ້, ທ່ານ ບຸນເຮືອງ ສຸລິໄຊ ໄດ້ເນັ້ນໃຫ້ 6 ພາກສ່ວນ ຈົ່ງເປັນເອກະພາບ ການບົ່ງຕົວແຕ່ງຕັ້ງໃນຄັ້ງນີ້, ແມ່ນອີງຕາມຄວາມຮຽກຮ້ອງ ຂອງໜ້າທີ່ວຽກງານ, ເອົາໃຈໃສ່ຊີ້ນຳ-ນຳພາຂົງເຂດວຽກງານຂອງຕົນ ໃຫ້ມີຜົນສຳເລັດ, ເອົາໃຈໃສ່ພັດທະນາຕົນເອງ ຮ່ຳຮຽນນຳໝູ່ຄູ່ ເພື່ອມິດ, ເພີ່ມທະວີ ກຳແໜ້ນກົດໝາຍ ພາລະບົດບາດ, ໜ້າທີ່, ຜັນຂະຫຍາຍແຜນງານ, ປັບປຸງ ກຳນົດຕຳແໜ່ງ ພະນັກງານຄືນໃໝ່ ໃຫ້ເໝາະສົມ, ກຳນົດຕຳແໜ່ງງານ, ຊັບຊ້ອນ ພະນັກງານໃຫ້ແທດເໝາະກັບໜ້າວຽກ, ມີຄວາມຫັນປ່ຽນຢ່າງຕັ້ງໜ້າ, ຕ້ານແນວຄິດຄົນເຈົ້າຄົນຂ້ອຍ, ເຕົ້າໂຮມຄວາມສາມັກຄີ, ເອົາໃຈໃສ່ວຽກງານກົງຈັກການຈັດຕັ້ງມະຫາຊົນ, ວຽກງານພັກ, ປະສານງານ ພົວພັນນຳສາຍຕັ້ງ ສາຍຂວາງໃຫ້ແໜ້ນແຟ້ນ, ນຳພາໜ້າທີ່ວຽກງານໃຫ້ມີຜົນສຳເລັດ, ສຳລັບພະນັກງານເຂົ້າຮັບອຸດໜູນບຳນານ ໃຫ້ສືບຕໍ່ດຳເນີນຊີວິດພັກ ນຳຂັ້ນບ້ານ ສ້າງສາພັດທະນາເສດຖະກິດ-ສັງຄົມ ເປັນທີ່ປຶກສາໃຫ້ກັບຜູ້ທີ່ມາຮັບໜ້າທີ່ໃໝ່ ຮັກສາສຸຂະພາບໃຫ້ແຂງແຮງ.
(ຂ່າວ: ບຸນມີ ແສງທຸມມີ)


ຄໍາເຫັນ