ໂດຍການເປັນປະທານຂອງທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງກະຊວງ ຍທຂ,ມີບັນດາຮອງຫົວໜ້າກົມ, ຮອງຫົວໜ້າພະແນກ, ແຂວງ, ນະຄອນຫຼວງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຕາ ອ່ອນນາວົງ ກ່າວວ່າ: ໃນໄລຍະຜ່ານມາ ກໍຄືປີ 2018 ພາຍໃຕ້ໂຄງການຂະແໜງຂົວທາງໄລຍະ 2 LRSP2 ແລະ ໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ມີການສະໜອງອຸປະກອນໂຄສະນາໃຫ້ຂະແໜງຂົນສົ່ງພະແນກ ຍທຂ ຈຳນວນ 18 ແຂວງ ແລະ ຫ້ອງການ ຍທຂ148 ເມືອງ ປະກອບມີຕູ້ລຳໂພງ, ຄອມພິວເຕີໂນດບຸກ, ເຄື່ອງສາຍຈໍໂປຣເຈັກເຕີ ແລະ ຈໍຊຶ່ງມາເຖິງປັດຈຸບັນອຸປະກອນດັ່ງກ່າວຊຸດໂຊມ ຫຼາຍແຂວງໃຊ້ການບໍ່ໄດ້ເຮັດໃຫ້ເວລາລົງເຮັດວຽກງານໂຄສະນາມີຄວາມຫຍຸ້ງຍາກ.
ສະນັ້ນ, ໃນປີ 2024 ໄດ້ຮັບການຊີ້ນຳຈາກຂັ້ນເທິງຈຶ່ງໄດ້ຄົ້ນຄວ້າຂຶ້ນແຜນຈັດຊື້ອຸປະກອນມາຮອດປັດຈຸບັນກໍສຳເລັດ, ອຸປະກອນທີ່ນໍາມາມອບ-ຮັບໃນຄັ້ງນີ້ມີທັງໝົດ 18 ຊຸດ, ແຕ່ລະຊຸດປະກອບມີ: ຄອມພິວເຕີໂນດບຸກ, ຈໍ LCD, ຜ້າຈໍສາຍສະໄລ້ ແລະ ຕູ້ລຳໂພງໂດຍມອບໃຫ້ຂະແໜງຂົນສົ່ງແຂວງລະ 1 ຊຸດເພື່ອນໍາໃຊ້ເຂົ້າໃນການໂຄສະນາປຸກລະດົມສະຕິ ແລະ ປູກຈິດສຳນຶກກ່ຽວກັບຄວາມປອດໄພໃນການໃຊ້ລົດໃຊ້ທາງຫຼວງທຸກເພດ ທຸກໄວ ທຸກຊັ້ນຄົນໃນສັງຄົມເຫັນໄດ້ເຖິງໄພອັນຕະລາຍໃນການລະເມີດກົດຈະລາຈອນແນໃສ່ເຮັດໃຫ້ຜູ້ນໍາໃຊ້ລົດ, ນໍາໃຊ້ທາງຫຼວງໄດ້ຮັບຮູ້ກົດລະບຽບຈະລາຈອນ, ເຕັກນິກການຂັບຂີ່ທີ່ປອດໄພ, ຄຸນສົມບັດມາລະຍາດໃນການຂັບຂີ່ ພ້ອມກັນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນປະກອບສ່ວນໃນການປະຕິບັດນະໂຍບາຍຂອງລັດຖະບານ ກໍຄືຍຸດທະສາດຄວາມປອດໄພທາງຫຼວງໃນການຫຼຸດຜ່ອນການເກີດອຸບັດເຫດລົງເທື່ອລະກ້າວ.
ຂ່າວ-ພາບ: ບຸນຕອມ+ບຸນອູ້ມ
ຄໍາເຫັນ