ມອບລາງວັນວັນນະກຳແມ່ນ້ຳຂອງຄັ້ງທີ 12

ມອບລາງວັນວັນນະກຳແມ່ນ້ຳຂອງຄັ້ງທີ 12
ພິທີມອບລາງວັນວັນນະກຳແມ່ນ້ຳຂອງຄັ້ງທີ 12 ໄດ້ຈັດຂຶ້ນໃນວວັນທີ 20 ທັນວານີ້ທີ່ຫໍວັດທະນະທຳແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານໂພສີແກ້ວມະນີວົງຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານທອງໃບໂພທິສານປະທານສະມາຄົມນັກປະພັນລາວກະຊວງຖວທແລະບັນດານັກປະພັນທາງພາຍໃນ, ຕ່າງປະເທດ ແລະແຂກຖືກເຊີນເຂົ້າຮ່ວມ.
ທ່ານໂພສີແກ້ວມະນີວົງໄດ້ກ່າວວ່າ: ພິທີມອບລາງວັນຄັ້ງນີ້ພວກເຮົາຮັບຮູ້ ແລະ ເຂົ້າໃຈວ່າຄວາມສໍາຄັນຂອງການຈັດພິທີມີຄວາມໝາຍແຫ່ງຄວາມສຳພັນມິດຕະພາບ ແລະ ການຮ່ວມມືຮ່ວມກັນອັນເຂັ້ມແຂງ ລະຫວ່າງນັກຂຽນ ນັກປະພັນຂອງບັນດາປະເທດລຸ່ມແມ່ນໍ້າຂອງ, ຊຶ່ງປະກອບມີ ລາວ, ກຳປູເຈຍ, ສປ ຈີນ, ມຽນມາ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ, ໄດ້ກາຍເປັນສັນຍະລັກແຫ່ງການຮ່ວມມືທາງດ້ານການປະດິດແຕ່ງວັນນະຄະດີອັນເຂັ້ມແຮງ ລາງວັນແມ່ນໍ້າຂອງກໍໄດ້ກາຍເປັນເວທີອັນຊົງກຽດຢ່າງສູງໃນພາກພື້ນລຸ່ມແມ່ນໍ້າຂອງເປັນຕົ້ນມາ, ທຸກຄົນຮູ້ດີວ່າເປັນປະເທດເພື່ອນມິດ ແລະ ເພື່ອນ ບ້ານໃກ້ຄຽງກັນ ຊຶ່ງມີພຽງສາຍພູຜາ, ສາຍລຳທານເປັນເສັ້ນສາຍສຳພັນຂັ້ນລະຫວ່າງກາງ. ແຕ່ໃດໆມາ ປະເທດພວກເຮົາລ້ວນແຕ່ມີຮາກເຫງົ້າທາງວັນນະຄະດີ ແລະ ແບ່ງປັນສິ່ງທີ່ຄ້າຍຄືກັນໃຫ້ກັນ ແລະ ກັນເປັນສ່ວນໃຫຍ່.
ທ່ານທອງໃບໂພທິສານໄດ້ກ່າວ່າ: ສະມາຄົມນັກປະພັນລາວ ຕາງໜ້າໃຫ້ສະມາຊິກສະມາຄົມນັກປະພັນລາວທົ່ວປະເທດ,ຄວາມໝາຍແຫ່ງຄວາມສຳພັນມິດຕະພາບ ແລະ ການຮ່ວມມືຮ່ວມກັນ ອັນເຂັ້ມແຂງ ລະຫວ່າງນັກປະພັນນັກຂຽນຂອງບັນດາປະເທດລຸ່ມແມ່ນໍ້າຂອງ,ຍ້ອນເຫັນໄດ້ຄວາມສຳຄັນຂອງພິທີມອບລາງວັນຄັ້ງທີ 3 ຄັ້ງນີ້ ທີ່ ສປປ ລາວແລະຫວັງຢ່າງຍິ່ງວ່າ ເຫດການຄັ້ງນີ້ຈະສ້າງໂອກາດໃຫ້ພວກເຮົາທັງໝົດໄດ້ສົ່ງເສີມມິດຕະພາບ ແລະ ສາຍສຳພັນການຮ່ວມມື ລະຫວ່າງ ນັກປະພັນ-ນັກຂຽນແຫ່ງລຸ່ມແມ່ນໍ້າຂອງ ຈາກປະເທດດ້ວຍກັນ.
ໃນປີ 2009ສ້າງຕັ້ງລາງວັນນີ້ຂຶ້ນ ກໍໄດ້ກາຍເປັນ ສັນຍະລັກແຫ່ງການຮ່ວມມືທາງດ້ານການປະດິດແຕ່ງວັນນະຄະດີຮ່ວມກັນ. ລາງວັນແມ່ນໍ້າຂອງຈຶ່ງໄດ້ກາຍເປັນເວທີແຫ່ງການຮ່ວມມືອັນເຂັ້ມແຂງໃນລາງພື້ນແຫ່ງນີ້. ມາຮອດປັດຈຸບັນລາງວັນແມ່ນໍ້າຂອງໄດ້ສ້າງກຽດ ແລະ ຊື່ສຽງທາງດ້ານວັນນະກຳຂອງຕົນສູງຂຶ້ນ ສຳລັບນັກປະພັນນັກຂຽນທີ່ໄດ້ຮັບລາງວັນວັນນະກຳແມ່ນນໍ້າຂອງ ປະຈຳປີ2021 ປະກອບມີ: ລາວ 2 ຄົນ, ກຳປູເຈຍ 2 ຄົນ, ສປ ຈີນ 2 ຄົນ, ມຽນມາ 2 ຄົນ, ຣາຊະອານາຈັກໄທ 2 ຄົນ ແລະ ສສ ຫວຽດນາມ2 ຄົນລວມທັງໝົດ 12 ຄົນ.
ຂ່າວ,ພາບ:ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ