ໝູ່ບ້ານບູຮານ ເດືອງເລິມ ສະຖານທີ່ສະຫງົບສຸກ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ

ໝູ່ບ້ານບູຮານ ເດືອງເລິມ ສະຖານທີ່ສະຫງົບສຸກ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ

ໝູ່ບ້ານບູຮານ ເດືອງເລິມ ສະຖານທີ່ສະຫງົບສຸກ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ
ເມື່ອກ່າວເຖິງໝູ່ບ້ານບູຮານຢູ່ຫວຽດນາມ ໜຶ່ງໃນບັນດາສົມບັດທາງວັດທະນະທໍາ ແລະ ປະຫວັດສາດຂອງຊາດ; ສຳລັບຄົນຫວຽດນາມແລ້ວ, ຖ້າບໍ່ເອີຍເຖິງ ໝູ່ບ້ານບູຮານ ເດືອງລິມ ແມ່ນບໍ່ໄດ້ ເພາະໝູ່ບ້ານນີ້ ມີອາຍຸຫຼາຍກວ່າ 1,000 ປີ; ປັດຈຸບັນ,ບໍ່ພຽງແຕ່ຮັກສາໄດ້ ຄວາມງາມຂອງບັນດາສະຖາປັດຕະຍະກໍາ ແຕ່ຍັງມີຄຸນຄ່າດ້ານວັດທະນະທໍາ. ພ້ອມນີ້, ໝູ່ບ້ານບູຮານ ເດືອງເລິມ ຍັງມີຄວາມງຽບສະຫງົບ, ມີໂຮມສະເຕ(Homestay) ເພື່ອໃຫ້ນັກທ່ອງທ່ຽວ ໄດ້ສໍາພັດວັດທະນະທໍາ-ວິຖີຊີວິດ ແລະ ຢ້ຽມຊົມດິນແດນທີ່ເປັນບ້ານເກີດຂອງ 2 ກະສັດ ໃນປະຫວັດສາດຫວຽດນາມ.
ໝບານບຮານ ເດອງເລມ ສະຖານທສະຫງບສກ ແລະ ມຄວາມໝາຍດານວດທະນະທາຫວຽດນາມ - image 1
 

 

 

ໝູ່ບ້ານບູຮານເດືອງລິມ ຢູ່ຫ່າງຈາກໃຈກາງນະຄອນຫຼວງຮ່າໂນ້ຍ ໄປທາງຕິດຕາເວັນຕົກ ປະມານ 50 ກິໂລແມັດ, ຢູ່ໃນເມືອງເຊິນເຕິຍ ຊຶ່ງໝູ່ບ້ານແຫ່ງນີ້ມີອາລິຍະທໍາແຫ່ງລຸ່ມແມ່ນໍ້າແດງ ແລະ ເປັນໝູ່ບ້ານບູຮານ ແຫ່ງທໍາອິດໃນຫວຽດນາມ ທີ່ໄດ້ຮັບຮອງເປັນແຫຼ່ງບູຮານສະຖານທາງປະຫວັດສາດ ແລະ ວັດທະນະທໍາແຫ່ງຊາດ ເມື່ອປີ 2005 ເປັນໝູ່ບ້ານໜຶ່ງທີ່ເກົ່າແກ່ທີ່ສຸດໃນຫວຽດນາມ, ທັງເປັນບ້ານເກີດຂອງກະສັດຄື: ກະສັດ ຝຸ່ງ ຮຶງເກີດໃນປີ 760, ສິ້ນພະຊົນປີ 802 ແລະ ກະສັດ ໂງ ກວຽນ ເກີດໃນປີ 898, ສິ້ນພະຊົນໃນປີ 944; ຄວາມພິເສດຂອງໝູ່ບ້ານນີ້ ແມ່ນມີຫຼາຍຢ່າງເປັນຕົ້ນແມ່ນ ເຮືອນທີ່ສ້າງດ້ວຍຫີນໜາມໜໍ່ ຊຶ່ງແມ່ນເຮືອນບູຮານທີ່ເປັນມູນເຊື້ອມີ 956 ຫຼັງ ຊຶ່ງສະທ້ອນໃຫ້ເຫັນຄວາມງົດງາມພິເສດ ແລະ ທົນທານຕໍ່ການເວລາ.

ໝບານບຮານ ເດອງເລມ ສະຖານທສະຫງບສກ ແລະ ມຄວາມໝາຍດານວດທະນະທາຫວຽດນາມ - image 2
 

ເດືອງເລິມ ຍັງເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈ ດ້ວຍຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ສະຖາປັດຕະຍະກຳທີ່ເປັນເອກະລັກ ຄື: ໝູ່ບ້ານບູຮານ ເດືອງເລິມ ຕ້ອນຮັບແຂກດ້ວຍຊຸ້ມປະຕູທາງເຂົ້າໝູ່ບ້ານ ທີ່ຖືກສ້າງຂຶ້ນໃນປີ 1833 ດ້ວຍຫີນໜາມໜໍ່ ໃນຮູບແບບປັດຕະຍະກໍາ ໃນຣາຊະວົງ ເລ (Le Dynasty), ຢູ່ດ້ານໜ້າ ຂ້າງຂວາຂອງຊຸ້ມປະຕູມີຕົ້ນໂພ ອາຍຸ 300 ກວ່າປີ ທີ່ໃຫ້ຮົ່ມເງົາແກ່ຜູ້ຄົນທີ່ມາພັກຜ່ອນ ແລະ ອີກຂ້າງກໍມີໜອງປາ ຊຶ່ງເປັນທິວທັດທີ່ສ້າງບັນຍາກາດສະຫງົບ, ເກົ່າແກ່ ແລະ ລຽບງ່າຍຢ່າງແທ້ຈິງ; ເຮືອນຊຸມບູຮານຂອງໝູ່ບ້ານບູຮານແຫ່ງນີ້ ຖືກສ້າງຂຶ້ນໃນປີ 1684 ຊຶ່ງນັກທ່ອງທ່ຽວຈະໄດ້ຊື່ນຊົມກັບໂຄງສ້າງໄມ້ບູຮານ ທີ່ຂະໜານກັນ ແລະ ແຜ່ນໄມ້ເຄືອບເງົາແນວນອນທີ່ມີອາຍຸຫຼາຍຮ້ອຍປີ; ສາລາບ້ານ ທີ່ສ້າງຂຶ້ນໃນປີ 1533, ທີ່ນີ້ບໍ່ພຽງແຕ່ເປັນສູນກາງຊຸມຊົນ ແຕ່ຍັງເປັນສະຖານທີ່ຮັກສາຄຸນຄ່າ ແລະ ປະເພນີຂອງຊາວຫວຽດນາມ ເປັນຕົ້ນແມ່ນຄ້ອງໄມ້ ທີ່ມີລັກສະນະຄືໂຕປາ ທີ່ເມື່ອກ່ອນໃຊ້ໄວ້ເຄາະເອີ້ນປະຊາຊົນມາປະຊຸມ; ດ້ານຂ້າງຂອງສາລາບ້ານ ຍັງມີບໍ່ນໍ້າບູຮານ ທີ່ເປັນຈິດວິນຍານຂອງໝູ່ບ້ານ ຊຶ່ງບໍ່ນໍ້າແຫ່ງນີ້ ຍັງມີນໍ້າໃສສະອາດ ແລະ ຍັງຄົງສົມບູນ. ນອກນີ້, ກໍມີສະຖານທີ່ອື່ນໆ ທີ່ໜ້າປະທັບໃຈອີກຫຼາຍບ່ອນ ທີ່ຢູ່ໃນໝູ່ບ້ານບູຮານ ເດືອງເລິມ.

ໝບານບຮານ ເດອງເລມ ສະຖານທສະຫງບສກ ແລະ ມຄວາມໝາຍດານວດທະນະທາຫວຽດນາມ - image 3
 

ເມື່ອມາໝູ່ບ້ານບູຮານແຫ່ງນີ້, ນັກທ່ອງທ່ຽວຍັງຈະໄດ້ສຳຜັດວິຖີຊີວິດຂອງປະຊາຊົນ ຊຶ່ງໃນໝູ່ບ້ານໄດ້ມີການຜະລິດຂອງທີ່ລະນຶກດ້ວຍຝີມືຂອງຊາວບ້ານເອງ ແລະ ມີຜະລິດຕະພັນຕ່າງໆຂອງໝູ່ບ້ານ; ນອກນີ້, ຍັງມີອາຫານພື້ນເມືອງຄື ຕຸນປາ (ຫວຽດເອີ້ນວ່າ ກາໂຄ່) ແລະ ການເຮັດເຂົ້າໜົມພື້ນເມືອງຄື ຂະໜົມບັງເຕ້, ຂະໜົມແຈ້ລາມ, ກະແລ້ມທີ່ເປັນເອກະລັກພິເສດ ເພາະມີລວດລາຍ ທີ່ສະທ້ອນໃຫ້ເຖິງສະເໜ່ຂອງໝູ່ບ້ານບູຮານແຫ່ງນີ້.

ເວົ້າໄດ້ວ່າ: ໝູ່ບ້ານບູຮານ ເດືອງເລິມ ບໍ່ພຽງແຕ່ເປັນສະຖານທີ່ ທີ່ເກັບຄວາມຊົງຈໍາ, ວັດທະນະທໍາ ແລະ ຮັກສາສະຖາປັດຕະຍາກໍາຂອງຫວຽດນາມໃນອະດີດ ແຕ່ຍັງເປັນສະຖານທີ່ ທີ່ເຊື່ອມໂຍງນັກທ່ອງທ່ຽວພາຍໃນ ກໍຄືຄົນຮຸ່ນໜຸ່ມ, ເຍົາວະຊົນຫວຽດນາມ ກັບຄຸນຄ່າທາງດ້ານວັດທະນະທໍາ ແລະ ມູນເຊື້ອປະຫວັດສາດຂອງຫວຽດນາມ ຊຶ່ງນີ້ກໍລວມທັງນັກທ່ອງທ່ຽວສາກົນ ທີ່ສາມາດມາທ່ຽວຊົມສະຖານທີ່ແຫ່ງນີ້, ມາພັກຜ່ອນໃນສະຖານທີ່ ທີ່ສະຫງົບ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ