ຂ່າວລະບຸວ່າ: ໃນໄລຍະ 5 ປີ ຜ່ານມານີ້, ມູນຄ່າການຄ້າລະຫວ່າງຈີນກັບປະເທດສະມາຊິກ ອື່ນໆ ຂອງອົງການຮ່ວມມືຊຽງໄຮ ໄດ້ບັນລຸຫຼາຍກວ່າ 300 ຕື້, 400 ຕື້ ແລະ 500 ຕື້ໂດລາ ຕາມລຳດັບ, ມາຮອດປີ 2024 ໄດ້ບັນລຸເຖິງ 512 ຕື້ 400 ລ້ານໂດລາ ຊຶ່ງສ້າງສະຖິຕິສູງສຸດໃນປະຫວັດ ສາດ, ເພີ່ມຂຶ້ນ 2.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ພ້ອມດຽວກັນນັ້ນ, ການຮ່ວມມືດ້ານການລົງທຶນ ແລະ ເຕັກໂນໂລຊີເສດຖະກິດ ໄດ້ຮັບການຊຸກຍູ້ໃຫ້ມີການພັດທະນາຢ່າງໝັ້ນທ່ຽງ. ນັບມາຮອດເດືອນກໍລະກົດປີນີ້, ຈີນໄດ້ລົງທຶນໂດຍກົງຕໍ່ຂະແໜງການຕ່າງໆ ຂອງປະເທດສະມາຊິກອື່ນໆໃນອົງການຮ່ວມມືຊຽງໄຮ ຫຼາຍກວ່າ 40 ຕື້ໂດລາ, ໂຄງການລົງທຶນໄດ້ຫັນຈາກຂົງເຂດດັ່ງເດີມ ເຊັ່ນ: ພະລັງງານບໍ່ແຮ່, ການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນຂະຫຍາຍໄປສູ່ຂົງເຂດພັດທະນາໃໝ່ເທື່ອລະກ້າວ ເຊັ່ນ: ເສດຖະກິດດີຈີຕອນ ແລະ ການພັດທະນາສີຂຽວ ເປັນຕົ້ນ.
ຄໍາເຫັນ