ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ

ມສ ເມືອງໝໍສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ

ມສ ເມືອງໝໍສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ
ໂຮງຮຽນມັດທະຍົມສົມບູນເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7

 ຕຸລາຄົບຮອບ 30 ປີ ຂຶ້ນໃນວັນທີ 1 ຕຸລາ ຜ່ານມານີ້, ຢູ່ທີ່ໂຮງຮຽນດັ່ງກ່າວ. ໂດຍການ ເຂົ້າຮ່ວມຂອງທ່ານ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ອານຸເດດ ພິທັກ ຜູ່ອໍານວຍການໂຮງຮຽນມັດທະຍົມສົມບູນເມືອງໝໍ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ການສະເຫຼີມສະຫຼອງວັນຄູແຫ່ງຊາດຄັ້ງນີ້, ເພື່ອທົບທວນຄືນຄຸນງາມຄວາມດີ ຂອງຄູ-ອາຈານທີ່ມີຕໍ່ປະເທດຊາດ ກໍຄືມວນມະນຸດ, ທັງເປັນການສ້າງເງື່ອນໄຂໃຫ້ທຸກຄົນໃນສັງຄົມ ໄດ້ສະແດງຄວາມກະຕັນຍູ, ກະຕະເວທີ ຕໍ່ຄູທີ່ພວມສິດສອນ ແລະ ຄູອາວຸໂສບຳນານ ດ້ວຍຮູບການ ຕ່າງໆເຊັ່ນ: ໄປຢ້ຽມຢາມຖາມຂ່າວ, ປະກອບສ່ວນວັດຖຸປັດໄຈ, ປະກອບຄໍາເຫັນ ເພື່ອພັດທະນາໂຮງຮຽນທີ່ຕົນເອງເຄີຍສຶກສາຮໍ່າຮຽນ ຕາມເງື່ອນໄຂຕົວຈິງແຕ່ລະບຸກຄົນ ແລະ ແຕ່ລະພາກສ່ວນ. ດັ່ງນັ້ນ, ພັກ ແລະ ລັດຖະບານແຫ່ງ ສປປລາວ ຈຶ່ງກຳນົດໃຫ້ມີວັນຄູແຫ່ງຊາດລາວ ໂດຍກໍານົດເອົາ ວັນເຂົ້າຮັບລາດຖະການຂອງນາຍຄູຄໍາ ຊຶ່ງແມ່ນຄູຜູ້ມີສັນຊາດລາວ ຄົນທໍາອິດໃນປີ 1907 ແລະ ຈັດຕັ້ງສະເຫຼີມສະຫຼອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ.

(ຂ່າວ: ແກ່ນທ້າວ).

ຄໍາເຫັນ

ຂ່າວສືກສາ-ກິລາ

ວີໄອພີ ລາວ ຊະນະ ເອັດພີບີ ໄທແລນ 4-2 ໄດ້ແຊັມເຕະບານ ອາວຸໂສອາຊຽນ 2025

ວີໄອພີ ລາວ ຊະນະ ເອັດພີບີ ໄທແລນ 4-2 ໄດ້ແຊັມເຕະບານ ອາວຸໂສອາຊຽນ 2025

ທີມວີໄອພີ ສປປ ລາວ ຊຶ່ງມີນັກກິລາຂອງສະໂມສອນ ປະສານໃຈ ເອັບຊີ ກວມເອົາ 70 ເປີເຊັນ ນຳໂດຍທ່ານ ບຸນລັບ ເຄນກິຕິສັກ ອະດີດທີມຊາດລາວ ໂຊຟອມເກັ່ງໄລ່ເອົາຊະນະ ເອັດພີບີ ໄທແລນ ຫຼື SPB Thailand ຈາກນະຄອນຫຼວງບາງກອກ 4-2 ປະຕູ ຍາດໄດ້ແຊັມການແຂ່ງຂັນເຕະບານ ອາວຸໂສ ອາຊຽນ ປະຈຳປິ 2025 ຫຼື ລາຍການ Asean Senior Football Championship 2025 ASFC Cup ຮຸ່ນອາຍຸ 50-55 ປີ ທີ່ແຂວງສຸພັນບູລີ ປະເທດໄທ.
ນັກສຶກສາວິທະຍາໄລເຕັກນິກຊັບພະວິຊາ ສຳເລັດການຝຶກງານ ທີ່ ເຂື່ອນໄຟຟ້ານ້ຳລີກ  1-2

ນັກສຶກສາວິທະຍາໄລເຕັກນິກຊັບພະວິຊາ ສຳເລັດການຝຶກງານ ທີ່ ເຂື່ອນໄຟຟ້ານ້ຳລີກ 1-2

ບໍລິສັດ ນໍ້າ ແລະ ໄຟຟ້າ ແຫ່ງປະເທດຈີນ (CWE) ເຂື່ອນໄຟຟ້າ​ນ້ຳ​ລີກ 1-2 ​ໄດ້​ຈັດ​ພິທີມອບໃບຢັ້ງຍືນ​ສຳເລັດການຝຶກງານໃຫ້ແກ່ນັກສຶກສາຂອງ ວິທະຍາໄລ ຊັບພະວິຊາ ຈຳນວນ 5 ຄົນ ຂຶ້ນເມື່ອບໍ່ດົນມານີ້ ທີ່ເຂື່ອນໄຟຟ້ານໍ້າລີກ 1-2 ຊຶ່ງມີ​ຄູ​-ອາຈານ ​ພະນັກງານ​ຂອງບໍລິສັດ​ເຂົ້າ​ຮ່ວມ.
ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ກະກຽມຄວາມພ້ອມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ກະກຽມຄວາມພ້ອມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025

ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄະນະຮັບ ຜິດຊອບລະດັບຊາດ ຄັ້ງທີ II ຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນ ເກມ ເພື່ອກຽມຄວາມພ້ອມຈັດສອງງານດັ່ງກ່າວໃນທ້າຍປີ 2025
ເປີດຊຸດອົບຮົມທິດສະດີການເມືອງໄລຍະສັ້ນໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ

ເປີດຊຸດອົບຮົມທິດສະດີການເມືອງໄລຍະສັ້ນໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ

ພິທີເປີດຊຸດອົບຮົມທິດສະດີການເມືອງໄລຍະສັ້ນໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກ ກົມໃຫຍ່ການເມືອງກອງທັບ ຫົວໜ້າກົມໂຄສະນາອົບຮົມ, ມີບັນດາຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ, ຄະນະຊີ້ນໍາລວມ, ຄະນະຮັບຜິດຊອບຝຶກອົບຮົມ, ຄູ-ອາຈານ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ.
ປະກາດແຕ່ງຕັ້ງອະທິການບໍດີ ແລະ ຄະນະບໍດີ ມຊ

ປະກາດແຕ່ງຕັ້ງອະທິການບໍດີ ແລະ ຄະນະບໍດີ ມຊ

ພິທີປະກາດແຕ່ງຕັ້ງອະທິການບໍດີ ແລະ ຄະນະບໍດີມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພານີ້ ທີ່ ມຊ ເປັນກຽດເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສສກ ຕີລາຄາວຽກງານຜູ້ບໍລິຫານສະຖານການສຶກສາຄູປະຈໍາປີ 2024

ສສກ ຕີລາຄາວຽກງານຜູ້ບໍລິຫານສະຖານການສຶກສາຄູປະຈໍາປີ 2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງ ສສກພາຍໃຕ້ການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ, ມີທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ, ທ່ານ ວົງເດືອນ ໂອໄສ ວ່າການແທນຫົວໜ້າກົມສ້າງຄູ ສສກພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມແບບປົກກະຕິ ແລະ ອອນລາຍ.

ສາລະວັນ ແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ສະຫຼອງວັນກໍາມະກອນສາກົນ

ສາລະວັນ ແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ສະຫຼອງວັນກໍາມະກອນສາກົນ

ສະຫະພັນກິລາກ໊ອບແຂວງ ຮ່ວມກັບ ອົງການປົກຄອງແຂວງສາລະວັນ ຈັດງານແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 139 ປີ ຈັດຂຶ້ນໃນວັນທີ 3 ພຶດສະພາຜ່ານມາ ທີ່ສະໜາມກິລາກ໊ອບ ເຂື່ອນໄຟຟ້າເຊເສັດ 1 - 2, ໂດຍການເຂົ້າຮ່ວມແຂ່ງຂັນຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ປະທານຈັດງານແຂ່ງຂັນ,
ມີ 4 ສາເຫດ ຂອງການຂາດແຄນຄູສອນ ຢູ່ແຂວງອັດຕະປື

ມີ 4 ສາເຫດ ຂອງການຂາດແຄນຄູສອນ ຢູ່ແຂວງອັດຕະປື

ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງອັດຕະປື ປະຈໍາງວດ I ປີ 2025 ທີ່ຫາກໍສໍາເລັດເມື່ອບໍ່ດົນມານີ້ວ່າ: 4 ສາເຫດຕົ້ນຕໍ ຂອງການຂາດແຄ້ນຄູສອນ ຢູ່ແຂວງອັດຕະປື ຄື: ໜຶ່ງ, ຍ້ອນ ອາຍຸກະສຽນຂອງຄູສອນ ຮອດເງື່ອນໄຂເຂົ້າຮັບອຸດໜູນບໍານານ ຊຶ່ງກວມເອົາ 2% ຕໍ່ປີ. ສອງ,
ແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວແຂວງຫຼວງພະບາງ

ແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວແຂວງຫຼວງພະບາງ

ການແຂ່ງຂັນກິລາເຕະບານ ນັກຮຽນມັດທະຍົມສຶກສາ ທົ່ວແຂວງຫຼວງພະບາງ ຄັ້ງທີ 1ປະຈຳປີ 2025 ຊີງຂັນປະທານສະມາຄົມກິລາ-ກາຍຍະກຳແຂວງ ໄດ້ສຳເລັດໃນວັນທີ 4 ພຶດສະພາ ຜ່ານມາ, ພາຍຫຼັງດຳເນີນການແຂ່ງຂັນມາແຕ່ວັນທີ 26 ເມສາຊຶ່ງປະກອບມີ ຮຸ່ນມັດທະຍົມຕອນຕົ້ນ (ຊາຍ) ແລະຮຸ່ນມັດຍົມຕອນປາຍ (ຊາຍ), ໃນນັ້ນ ຮຸ່ນມັດທະຍົມຕອນປາຍ
ເພີ່ມເຕີມ