ໃນລະຫວ່າງວັນທີ 21-22 ຕຸລາ ນີ້, ເມືອງຫົງສາ ແຂວງໂຊຍະບູລີ ໄດ້ຈັດງານປະເພນີບຸນຊ່ວງເຮືອ ປະຈໍາປີ 2023 ທີ່ ສະຖານທີ່ຊ່ວງເຮືອ ບ້ານສີບຸນເຮືອງ ເມືອງຫົງສາ ໂດຍໃນປີ 2023 ນີ້ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ໃຫ້ການສະໜັບສະໜູນເງິນງົບປະມານໃນການຈັດງານບຸນປະເພນີຊ່ວງເຮືອ ເມືອງຫົງສາ ລວມເປັນເງິນມູນຄ່າ 70 ລ້ານກີບ ແບ່ງອອກເປັນຄື: ງົບປະມານໃນການຈັດງານ 30 ລ້ານກີບ, ເສື້ອສີພາຍ ທັງໝົດຈໍານວນ 14 ບ້ານ ເປັນເງິນ 40 ລ້ານກີບ, ສະໜັບສະໜູນເຮືອກູ້ໄພ ຈໍານວນ 1 ລໍາ ແລະ ເຄື່ອງມືສື່ສານ (Walkie-Talkie) ເພື່ອໃຫ້ເຈົ້າໜ້າທີ່ໆກ່ຽວຂ້ອງໃຊ້ປະສານງານກັນໃນງານໄດ້ຢ່າງສະດວກ ແລະ ວ່ອງໄວ ໂດຍໄດ້ຮັບກຽດຈາກ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະ ເຂົ້າຮ່ວມພິທີເປີດງານ ໃນວັນທີ 22 ຕຸລາ ນີ້ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜິວວັນນາ ເລຂາພັກເມືອງ ເຈົ້າເມືອງຫົງສາ, ມີຄະນະການນໍາແຂວງ, ການນໍາເມືອງ, ເຈົ້າໜ້າທີ່ພາກລັດ, ເອກະຊົນ, ພະນັກງານພາຍໃນໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ແລະ ປະຊາຊົນ ເຂົ້າຮ່ວມງານຢ່າງຫຼວງຫຼາຍ.
(ຂ່າວ: ເມືອງຫົງສາ)
(ຂ່າວ: ເມືອງຫົງສາ)
ຄໍາເຫັນ