ເມືອງເກົ່າຕູເຄີຈົງ (Dukezong) ທີ່ມີປະຫວັດສາດຍາວນານກວ່າ 1300 ປີ ທີເຕັ້ມໄປດ້ວຍວັດທະນະທໍາ ແລະ ປະຫວັດສາດອັນຍາວນານ ພ້ອມທັງເປັນແຫຼ່ງທ່ອງທ່ຽວທີ່ຍອດນິຍົມຂອງເມືອງຊາງກຣີລາ (Shangri-la), ປັດຈຸບັນນີ້ເປັນໄລຍະຈາກທ້າຍລະດູໃບໄມ້ຫຼົ່ນ ເຂົ້າສູ່ລະດູໜາວຂອງກິ່ງແຂວງຕີຊິງ (Diqing), ເມືອງເກົ່າຕູເຄີຈົງ ໄດ້ດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທະຍອຍກັນມາທ່ຽວຫຼິ້ນຢ່າງບໍ່ຂາດສາຍ ແລະ ມີນັກທ່ອງທ່ຽວເພີ່ມຂຶ້ນ. ແຫຼ່ງຂ່າວ: ເວັບໄຊຢູນນານ ບັນນາທິການ: Yang Chunmei
ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ຄໍາເຫັນ