ແຂວງໄຊຍະບູລີ ໄດ້ກໍານົດແຜນພັດະນາເສດຖະກິດ-ສັງຄົມ ຄັ້ງທີ VIII

ເມຶອງແກ່ນທ້າວ ກໍານົດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII

ເມຶອງແກ່ນທ້າວ ກໍານົດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII
ໂດຍ: ວັນໄຊ ຕະວິນຍານ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ກໍານົດແຜນພັດະນາເສດຖະກິດ-ສັງຄົມ ຄັ້ງທີ VIII (2025-2029) ໂດຍແນໃສ່ສ້າງບາດລ້ຽວໃໝ່ໃນການພັດທະນາຕາມທິດເສດຖະກິດ-ສັງຄົມ, ພູມປັນຍາສີຂຽວ ແລະ ຍືນຍົງ, ຜະລິດອຸດສາຫະກຳເປັນເສົາຄໍ້າ ແລະ ໂຄງລ່າງພື້ນຖານເສດຖະກິດທີ່ເຂັ້ມແຂງ.

 

ສໍາລັບການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຈະສຸມໃສ່ຈັດຕັ້ງປະຕິບັດຢ່າງເປັນລະບົບຫຼາຍຂຶ້ນ; ສັງຄົມມີຄວາມສະຫງົບສຸກ, ຍຸຕິທຳ, ມີປະຊາທິປະໄຕ ແລະ ສີວິໄລ; ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນ; ຫຼຸດຜ່ອນຄວາມແຕກໂຕນກັນທາງດ້ານການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດ, ຊັ້ນຄົນຕ່າງໆໃນສັງຄົມຫຍັບໃກ້ເຂົ້າກັນ; ເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບສູງຂຶ້ນ; ຊັບພະຍາກອນມະນຸດໄດ້ຮັບການພັດທະນາມີຄຸນນະພາບດີຂຶ້ນ; ປະຊາຊົນສາມາດເຂົ້າເຖິງການບໍລິການທີ່ມີຄຸນນະພາບຢ່າງທົ່ວເຖິງ;ພົນລະເມືອງມີການຮັບປະກັນດ້ວຍການຄຸ້ມຄອງຂອງລັດຕາມກົດໝາຍທີ່ສັກສິດ, ການປົກຄອງຕາມທິດ 3 ສ້າງມີຄວາມເຂັ້ມແຂງ; ສິ່ງແວດລ້ອມທຳມະຊາດໄດ້ຮັບການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິພາບ, ມີເຫດຜົນ ແລະ ຍືນຍົງ; ລະບົບການເມືອງປະຊາທິປະໄຕໄດ້ຮັບການປັບປຸງຕາມທິດ ໜັກແໜ້ນ ແລະ ເຂັ້ມແຂງ; ເສດຖະກິດ-ສັງຄົມສາມາດເຊື່ອມໂຍງ ແລະ ເຊື່ອມຈອດກັບຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດຢ່າງກວ້າງຂວາງ.

ທ່ານ ຄໍາປຸ່ນ ນວນສະບັບ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງແກ່ນທ້າວ ກ່າວຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2025-2029) ແມ່ນເປັນແຜນຈະຕ້ອງໄດ້ສູ້ຊົນສືບຕໍ່ຜັນຂະຫຍາຍ ໄລຍະທ້າຍຂອງວິໄສທັດຮອດປີ 2029 ຊຶ່ງໃນ 5 ປີ ຕໍ່ ໜ້າຕ້ອງໄດ້ສືບຕໍ່ບຸກທະລຸຢ່າງແຂງແຮງໃນການພັດທະນາເສດຖະກິດ-ສັງຄົມ. ສຸມໃສ່ປຸກລະດົມ, ຊຸກຍູ້ກຳລັງແຮງຂອງທຸກພາກສ່ວນເສດຖະກິດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນຂອງເມືອງ ມາຮັບໃຊ້ການພັດທະນາເມືອງ; ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ບັນລຸເປົ້າໝາຍການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ (SDGs) ໃນປີ 2029. ສືບຕໍ່ສ້າງເມືອງແກ່ນທ້າວໃຫ້ເປັນເມືອງບໍລິການດ້ານການຄ້າ-ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ລ້ຽງສັດແບບເປັນຟາມໄດ້ມາດຕະຖານຕາມທິດສີຂຽວ ແລະ ຍືນຍົງ. ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່: ບຸກທະລຸດ້ານຈິນຕະນາການ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງທຸກພາກສ່ວນໃນສັງຄົມຕໍ່ການສ້າງຄວາມເປັນເຈົ້າຕົນເອງໃນການພັດທະນາຢ່າງເລິກເຊິ່ງ ເພື່ອຂຸດຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນຂອງເມືອງໃນສິ່ງທີ່ເຮົາສາມາດເຮັດໄດ້; ວາງແຜນໃນການຂຸດຄົ້ນ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢ່າງມີປະສິດທິຜົນ ໃຫ້ອອກມາເປັນທຶນຮອນດ້ວຍຄວາມຮັບຜິດຊອບ ແລະ ມີປະສິດທິຜົນ, ສ້າງໃຫ້ປະຊົນເປັນເຈົ້າຫຼາຍຂຶ້ນ ໃນການພັດທະນາເສດຖະກິດ; ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ກໍຕ້ອງຮູ້ຜະລິດ ແລະ ຊອກຕະຫຼາດເພື່ອສ້າງລາຍຮັບໃຫ້ສົມຄູ່ກັບທ່າແຮງທີ່ມີ.

ຍູ້ແຮງໃຫ້ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະເລ່ຍບໍ່ໃຫ້ຫຼຸດ 7.7% ຕໍ່ປີ, ລວມຍອດມູນຄ່າຜົນຜະລິດຂອງເມືອງໃຫ້ບັນລຸ 2,054.78 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 44.94 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 2,247 ໂດລາຕໍ່ຄົນຕໍ່ປີ. ໃນນີ້: ຂະແໜງກະສິກໍາ-ປ່າໄມ້ ມີມູນຄ່າການຜະລິດເພີ່ມຂຶ້ນສະເລ່ຍ 3% ຕໍ່ປີ, ກວມເອົາ 27.03%, ຂະແໜງອຸດສາຫະກໍາ-ຫັດຖະກໍາໃຫ້ເພີ່ມຂຶ້ນໃນອັດຕາສະເລ່ຍ 12.4% ຕໍ່ປີ, ກວມເອົາ 31.21%, ຂະແໜງການບໍລິການ ເພີ່ມຂຶ້ນສະເລ່ຍ 9.4% ຕໍ່ປີ; ກວມເອົາ 42.76%.

ທ່ານ ຄໍາປຸ່ນ ນວນສະບັບ ກ່າວຕື່ມວ່າ: ເພື່ອໃຫ້ບັນລຸຕາມຄາດໝາຍດັ່ງກ່າວ ເມືອງຈະຕ້ອງສຸມໃສ່ ສູ້ຊົນຜະລິດເຂົ້າໃຫ້ໄດ້ຫຼາຍກວ່າ 33,210 ໂຕນ, ປູກພືດສະບຽງອາຫານໃນແຕ່ລະປີບໍ່ໃຫ້ຫຼຸດ 14,387.7ໂຕນ, ປູກພືດເປັນສິນຄ້າບໍ່ໃຫ້ລຸດ 562,345 ໂຕນ, ປູກໄມ້ໃຫ້ໝາກບໍ່ໃຫ້ຫຼຸດ 2,850 ໂຕນ;ຫັນການລ້ຽງສັດແບບທຳມະຊາດໄປສູ່ການລ້ຽງແບບເປັນກຸ່ມ, ເປັນຟາມ ເຮັດໃຫ້ຝູງສັດເພີ່ມຂຶ້ນສະເລ່ຍ 9.12% ຕໍ່ປີ; ສະໜອງຜົນຜະລິດຊີ້ນ, ປາ, ໄຂ່ ໃຫ້ໄດ້ 28,668.50 ໂຕນ; ສົ່ງອອກສັດປະເພດງົວ-ຄວາຍ ແລະ ໝູໃຫ້ໄດ້ 47,317 ໂຕຂຶ້ນໄປ; ເອົາໃຈໃສ່ປັບປຸງຫົວງານ, ຄອງເໝືອງ, ປ່ຽນຄອງເໝືອງດິນເປັນຄອງເໝືອງເບຕົງທີ່ຖາວອນສຳລັບບ່ອນທີ່ມີເງື່ອນໄຂ, ຫັນເອົາຈັກສູບນ້ຳໃຫ້ເປັນທັນສະໄໝໂດຍການນຳໃຊ້ພະລັງງານໄຟຟ້າໃຫ້ມີປະສິດຕິຜົນສູງ, ສືບຕໍ່ສ້າງອ່າງເກັບນໍ້າຊົນລະປະທານ. (ໃນນີ້: ຖືເອົາການສ້າງຝາຍນໍ້າລົ້ນ ຫ້ວຍນໍ້າພະນອນ 01, ຫ້ວຍນໍ້າພະນອນ 02 (ບ້ານປົ່ງແດງ) ຝາຍນໍ້າລົ້ມ ຫ້ວຍຄຸງແຮດ (ບ້ານລາດຂາມປ້ອມ) ແລະ ຊົນລະປະທານນໍ້າຊາງ (ບ້ານຫ້ວຍເລິກ) ເປັນບຸລິມະສິດ ໃນການສົ່ງເສີມ ແລະ ລົງທຶນ; ສະໜອງນ້ຳໃຫ້ແກ່ການຜະລິດສະບຽງອາຫານ ແລະ ປູກພືດເປັນສິນຄ້າ ໃນລະດູຝົນໃຫ້ໄດ້ 2,596.41 ເຮັກຕາ/ປີ ແລະ ລະດູແລ້ງ 55.00 ເຮັກຕາ/ປີ, ສູ້ຊົນເຮັດໃຫ້ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາໃຫ້ຂະຫຍາຍຕົວສະເລ່ຍ 12% ຕໍ່ປີ, ມູນຄ່າການສົ່ງອອກສິນຄ້າໃຫ້ຂະຫຍາຍຕົວສະເລ່ຍ 7% ຕໍ່ປີ, ຄຸ້ມຄອງການນຳເຂົ້າສິນຄ້າຂະຫຍາຍຕົວສະເລ່ຍບໍ່ເກີນ 10% ຕໍ່ປີ, ສູ້ຊົນເຮັດໃຫ້ມູນຄ່າຈໍລະຈອນສິນຄ້າໃຫ້ຂະຫຍາຍຕົວສະເລ່ຍບໍ່ຫຼຸດ 10% ຕໍ່ປີ, ປະລິມານການຂົນສົ່ງຜູ້ໂດຍສານຂະຫຍາຍຕົວ 5% ຕໍ່ປີ, ປະລິມານການຂົນສົ່ງສິນຄ້າຂະຫຍາຍຕົວໃຫ້ບໍ່ຫລຸດ 10% ຕໍ່ປີ; ດຶງດູດນັກທ່ອງທ່ຽວເຂົ້າມາເມືອງແກ່ນທ້າວໃຫ້ໄດ້ 1,000 ຄົນ, ໄລຍະການພັກເຊົານັກທ່ອງທ່ຽວສະເລ່ຍ 3 ວັນຕໍ່ຄົນ, ສຳຫຼວດ, ຈັດສັນກໍານົດຂອບເຂດໃຫ້ໄດ້ຂຶ້ນບັນຊີຮອງຮັບເປັນແຫຼ່ງທ່ອງທ່ຽວຂັ້ນທ້ອງຖິ່ນຈຳນວນ 3 ແຫ່ງ, ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ 33,571.03 ລ້ານກີບ (ໂຕເລກຄາດຄະເນ 5 ປີ); ດ້ານລາຍຈ່າຍ ສູ້ຊົນບໍ່ໃຫ້ເກີນ 136,544.92 ລ້ານກີບ.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ