![]() |
ເນື້ອໃນເອກະສານຂອງການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃນຄັ້ງນີ້, ປະກອບ ມີ 9 ຫົວຂໍ້ຄື: ຄວາມໝາຍຄວາມສໍາຄັນຂອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຫຼັກການ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ,ຄວາມແຕກຕ່າງລະຫວ່າງການດໍາເນີນການແກ້ໄຂ ລະຫວ່າງ ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ ແລະ ສານປະຊາຊົນ,ວຽກງານການສ້າງນິຕິກຳ, ການໂຄສະນາ, ການພົວພັນຮ່ວມມືກັບຕ່າງປະເທດ ແລະ ການຄຸ້ມຄອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານສັງລວມ ແລະ ຄ່າໃຊ້ຈ່າຍຕ່າງໆໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ທັກສະໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດ້ວຍການໄກ່ເກ່ຍ,ທັກສະໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດ້ວຍການຕັດສີນ, ການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ,ສົນທະນາແລກປ່ຽນບົດຮຽນໃນການຝຶກອົບຮົມໃນແຕ່ລະຫົວຂໍ້,ຈໍາລອງການໄກ່ເກ່ຍ ແລະ ການຕັດສິນ, ຄະນະຮັບຜິດຊອບໃນແຕ່ລະຫົວຂໍ້ ແມ່ນໄດ້ເອົາໃຈໃສ່ໃນການ ບັນລະຍາຍດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຕາມກຳນົດເວລາທີ່ກຳນົດໄວ້, ພ້ອມນັ້ນຜູ້ເຂົ້າຮ່ວມການຝຶກອົບຮົມ ກໍໄດ້ມີຄວາມເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງໃນການຄົ້ນຄວ້າບົດຮຽນໃນແຕ່ລະຫົວຂໍ້ດ້ວຍການຍົກເອົາ ບົດຮຽນ ຫຼື ພຶດຕະກຳຕົວຈິງຂຶ້ນມາສົນທະນາແລກປ່ຽນບົດຮຽນຢ່າງກົງໄປກົງມາ ດ້ວຍບັນຍາກາດຢ່າງຟົດຟື້ນ, ມີການຕັ້ງຄໍາຖາມ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ສາມາດເຮັດໃຫ້ສໍາມະນາກອນມີຄວາມຮັບຮູ້ເຖິງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ລວມໄປເຖິງວິທີການ ແລະ ຂັ້ນຕອນຕ່າງໆ ໃນການດໍາເນີນການໄກ່ເກ່ຍ ແລະ ຕັດສິນຫຼາຍຂຶ້ນເກົ່າ.
(ຂ່າວ-ພາບ: ສາຍສະໝອນ)
ຄໍາເຫັນ