![]() |
ຈຸດປະສົງຂອງການຈັດກອງປະຊຸມຝຶກອົບຮົມວຽກງານຫ້ອງການບໍລິຫານໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພຣະສົງ ໃນຄະນະບໍລິຫານງານຫ້ອງການ, ການຄຸ້ມຄອງ, ການຮ່າງເອກະສານທາງລັດຖະການ ໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ກັບບັນດານິຕິກຳຕ່າງໆ ທີ່ປະກາດໃຊ້ໃນແຕ່ລະໄລຍະ, ພ້ອມດຽວກັນນັ້ນກໍໍ່ເພື່ອສ້າງຄວາມເປັນເອກະພາບໃຫ້ແກ່ການເຄື່ອນໄຫວວຽກງານຂອງພຣະສົງ, ການປະສານງານກັບການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ ໃຫ້ມີຄວາມຖືກຕ້ອງ, ສະດວກວ່ອງໄວຫຼາຍຂຶ້ນຕື່ມ.
ພະອາຈານ ວັນເພັນ ໄຊຍະສອນໄດ້ກ່າວຕື່ມອີກວ່າ : ຕະຫຼອດໄລຍະເວລາຂອງການຝຶກອົບຮົມຄັ້ງນີ້ເຊື່ອໝັ້ນຢ່າງຍິ່ງວ່າຄະນະບໍລິຫານງານ ອພສ ແຕ່ລະຂັ້ນຈະໄດ້ຮັບຄວາມຮູ້ທາງດ້ານທິດສະດີ ແລະ ບົດຮຽນອັນລ້ຳຄ່າ ຈາກວິທະຍາກອນຂັ້ນສູນກາງ ຜູ້ທີ່ມີປະສົບການສູງ ເຊິ່ງຈະນຳເອົາເນື້ອໃນສາລະທີ່ເປັນປະໂຫຍດມາເຜີຍແຜ່ ແລະ ແບ່ງປັນໃນຄັ້ງນີ້.
ສ່ວນຫົວຂໍ້ທີ່ນໍາມາສະເໜີປະກອບມີ : ພາບລວມ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ໂຄງສ້າງລວມ ແລະ ຄະນະບໍລິຫານງານ ອພສ, ໂຄງສ້າງ ແລະ ສິດ ແລະ ໜ້າທີ່ຂອງຫ້ອງການບໍລິຫານງານ, ຫຼັກການບໍລິຫານອົງກອນຕາມແບບສາກົນທົ່ວໄປ, ຫຼັກການບໍລິຫານອົງກອນຕາມແບບພຸດທະສາດ , ການຮ່າງ, ການຄຸ້ມຄອງ, ການຈັດສົ່ງ ແລະ ການຈັດເກັບເອກະສານທາງການ , ວຽກງານຂອງຫ້ອງການບໍລິຫານງານ ອພສ ແຕ່ລະຂັ້ນ .ຂ່າວ-ພາບ : ແດງສະຫວັດ ແສນພານິດ .

ຄໍາເຫັນ