ສະຫາຍ ສົມສະອາດ ອຸ່ນສີດາ ກຳມະການພັກແຂວງ ຮອງເຈົ້າແຂວງຄໍາມ່ວນ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງ; ໃນນີ້, ສະຫາຍ ກໍໄດ້ໃຫ້ຮູ້ກ່ຽວກັບວຽກງານຊຸກຍູ້ການເຕີບໂຕເສດຖະກິດ ທີ່ມີຄຸນນະພາບ ແລະ ຍືນຍົງ ຊຶ່ງແມ່ນແຜນວຽກຈຸດສຸມທີ 1 ຂອງເປົ້າໝາຍທີໜຶ່ງ ດ້ານເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ວ່າ: ໃນໄລຍະ 5 ປີຜ່ານມາ, ເຫັນໄດ້ວ່າເສດຖະກິດ ຂອງແຂວງໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນໄລຍະທ້າຍປີຂອງແຜນແມ່ນຢູ່ໃນລະດັບ 6.2% (ແຜນການ 6% ຂຶ້ນໄປ), ລວມຍອດຜະລິດຕະພັນພາຍ ໃນທັງໝົດ 5 ປີ ມູນຄ່າ 96,119 ຕື້ກີບ. ລາຍລະອຽດ ຄື: ປີ 2021 ຂະຫຍາຍຕົວ 2.3%, ລວມຍອດຜະລິດຕະ ພັນພາຍໃນ 12,422 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ ປະຕິບັດໄດ້ 27.9 ລ້ານກີບ (2,994 ໂດລາ); ປີ 2022 ຂະຫຍາຍຕົວ 4.8%, ລວມຍອດຜະລິດຕະພັນພາຍໃນ 14,747 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 32.7 ລ້ານກີບ (1,930 ໂດລາ); ປີ 2023 ຂະຫຍາຍຕົວ 5.7%, ລວມຍອດຜະລິດຕະພັນພາຍໃນ 19,071 ຕື້ ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 42 ລ້ານກີບ (2,275 ໂດລາ); ປີ 2024 ຂະຫຍາຍຕົວ 5.9%, ລວມຍອດຜະລິດຕະພັນພາຍໃນ 23,108 ຕື້ກີບ ໄດ້ 50.8 ລ້ານກີບ (2,355 ໂດລາ) ແລະ ຮອດປີ 2025 ຂະຫຍາຍຕົວ 6.2%, ລວມຍອດຜະລິດຕະພັນພາຍໃນ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 58.10 ລ້ານກີບ ເທົ່າກັບ 2,701 ໂດລາ (ແຜນການ 2,399 ໂດລາ), ອັດຕາແລກປ່ຽນ 21,535 ກີບ/1ໂດລາ.
ອັດຕາຂະຫຍາຍຕົວ ແລະ ໂຄງປະກອບດ້ານເສດຖະກິດ ສະແດງອອກ ດັ່ງນີ້: ຂະແໜງກະສິກໍາ ຂະຫຍາຍຕົວສະເລ່ຍ 3.1%, ກວມ 26.9% ຂອງ GDP (ແຜນການ 4.3% ກວມ 20.6%); ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 7.6%, ກວມ 44.1% ຂອງ GDP (ແຜນການ 6.1% ກວມ 44.8%); + ຂະແໜງການບໍລິການ ຂະຫຍາຍຕົວສະເລ່ຍ 5.9% ກວມ 24.8% ຂອງ GDP (ແຜນການ 5.4% ກວມ 32.2%); ຂະແໜງພາສີ-ອາກອນ ຂະຫຍາຍຕົວສະເລ່ຍ 5.6%, ກວມເອົາ 4.2% ຂອງ GDP (ແຜນການ 2.3% ກວມ 2.4%).
ຂະແໜງກະສິກໍາ: ຜະລິດເຂົ້າລວມທັງໝົດໄດ້ 383,441 ໂຕນ, ສະເລ່ຍຕໍ່ຫົວຄົນໄດ້ 833 ກິໂລກຣາມ/ຄົນ/ປີ (ແຜນ 931 ກິໂລກຣາມ), ທຽບໃສ່ອັດຕາການບໍລິໂພກເຂົ້າ 280 ກິໂລກຣາມເຂົ້າເປືອກ/ຄົນ/ປີ; ການຜະລິດເຂົ້າເປັນ ສິນຄ້າໄດ້ 152,912 ໂຕນ, ຜະລິດພືດເປັນສິນຄ້າໄດ້ 650,795 ໂຕນ ສາມາດຄໍ້າປະກັນສະບຽງອາຫານໄດ້ຢ່າງໜັກແໜ້ນ ແລະ ສົ່ງອອກຈໍານວນໜຶ່ງ.
ຂະແໜງອຸດສາຫະກໍາ ແລະ ບໍ່ແຮ່: ໄດ້ເອົາໃຈໃສ່ປັບປຸງພື້ນຖານ, ວັດຖຸ, ເຕັກນິກ, ລວມທັງການປັບປຸງການຈັດຕັ້ງການຜະລິດຕາມທິດຫັນ ເປັນທັນສະໄໝ, ມູນຄ່າຂອງຜະລິດຕະພັນອຸດສາຫະກໍາປຸງແຕ່ງ ບັນລຸໄດ້ 14,237 ຕື້ກີບ, ເທົ່າກັບ 164% (ແຜນ ການ 8,689 ຕື້ກີບ); ມູນຄ່າການຈໍາໜ່າຍ ບັນລຸໄດ້ 12,517 ຕື້ກີບ, ເທົ່າກັບ 116% (ແຜນການ 10,767 ຕື້ກີບ). ຜະລິດຕະພັນພາຍໃນຕົ້ນຕໍແມ່ນ: ຊີມັງ, ປູນຂາວ, ວັດສະດຸກໍ່ສ້າງ, ທໍ່ຢາງ, ທາດເຄມີ ແລະ ອື່ນໆ.
ວຽກງານການຄ້າ ທີ່ນອນໃນຂະແໜງກະສິກຳ ໂດຍສະເພາະການຄ້າພາຍໃນ ແມ່ນໄດ້ມີການພັດທະນາຕາໜ່າງການຄ້າຢ່າງຕໍ່ເນື່ອງ ແລະ ມີທ່າຂະຫຍາຍຕົວເພີ່ມຂຶ້ນປະຈຸບັນມີຕະຫຼາດທັງໝົດ 64 ແຫ່ງ ເພີ່ມຂຶ້ນ 10,30%; ໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ມີ ການປິດການສັນຈອນເຂົ້າ-ອອກພາຍໃນແຂວງ ແລະ ປິດຕະຫຼາດ, ຮ້ານຄ້າທົ່ວໄປ ພະແນກອຸດສາຫະກໍາ ແລະ ການ ຄ້າໃນນາມກອງເລຂາຊ່ວຍວຽກຄະນະຊື້-ຂາຍຊີ້ນ ແລະ ພືດຜັກ ຢູ່ພາຍໃນ 3 ເຂດເທດສະບານ ເມືອງທ່າແຂກ ໄດ້ລົງເຄື່ອນໄຫວຊື້-ຂາຍຢູ່ 35 ບ້ານ ພາຍໃນເມືອງທ່າແຂກ, ມີຈໍານວນ 28 ຄັ້ງ; ມີການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍການ ໂດຍສໍາເລັດການສ້າງໂຄງປະກອບຄິດໄລ່ລາຄາສິນຄ້າຄວບຄຸມບັນຊີ (ກໍ) ເປັນຕົ້ນ: ເຂົ້າເປືອກ, ເຂົ້າສານທຸກ ຊະນິດ, ຊີ້ນໝູ, ງົວ, ຄວາຍ ແລະ ປາລ້ຽງ ຈໍານວນ 10 ຄັ້ງ; ຈັດກິດຈະກໍາຂາຍສິນຄ້າອຸປະໂພກ-ບໍລິໂພກ ໃນລາຄານະໂຍບາຍ ຫຼື ລາຄາຫຼຸດຈາກລາຄາຕະຫຼາດ ຈໍານວນ 4 ຄັ້ງ ມີບັນດາບໍລິສັດ ແລະ ຜູ້ປະກອບການ 31 ຫົວໜ່ວຍ, ສິນຄ້າທີ່ມາວາງຈໍາຫນ່າຍ ມີຈໍານວນ 276 ລາຍການ ມູນຄ່າ 856 ລ້ານກ່ວາກີບ; ໃນໄລຍະວິກິດການຂາດແຄນ ນໍ້າມັນກໍໄດ້ລົງຕິດຕາມການຂຶ້ນ-ລົງລາຄານໍ້າມັນເຊື້ອໄຟໄດ້ 173 ຄັ້ງ ແລະ ເກັບກໍາຂໍ້ມູນການປິດ-ເປີດນໍ້າມັນ ຈໍານວນ 194 ຄັ້ງ; ຕິດສະຫຼາກສິນຄ້າເປັນພາສາລາວ ຂອງສິນຄ້າຜະລິດພາຍໃນ ແລະ ສິນຄ້າທີ່ນໍາເຂົ້າຈາກ ຕ່າງປະເທດໄດ້ 60% ແລະ ຈັດພິທີທໍາລາຍສິນຄ້າໝົດອາຍຸ ຈໍານວນ 6 ຄັ້ງ, ມີ 118 ລາຍການ, ຄິດເປັນມູນຄ່າທັງໝົດ 490.42 ລ້ານກີບ.
ວຽກງານຕ້ານ ແລະ ສະກັດກັ້ນການຄ້ານອກລະບົບ: ໄດ້ລົງກວດສິນຄ້ານອກລະບົບ, ສິນຄ້າໝົດອາຍຸ, ສິນຄ້າປອມແປງ-ລອກຮຽນແບບໄດ້ 207 ຄັ້ງ, ມີ 1,246 ຮ້ານ, ປະຕິບັດຄະດີຕໍ່ກັບຜູ້ລະເມີດໄດ້ 90 ກໍລະນີ ມູນຄ່າປັບໄໝທັງໝົດ 1,676 ລ້ານກີບ, ຢຶດສິນຄ້າໄດ້ 182 ລາຍການ, ມີມູນຄ່າ 1,114 ລ້ານກີບ ແລະ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸຈໍານວນ 7 ຄັ້ງ, ມີ 126 ລາຍການ, ຄິດເປັນມູນຄ່າທັງໝົດ 1,093 ລ້ານກີບ. ສາມາດມອບເງິນເຂົ້າງົບປະມານລັດ ຈໍານວນ 1,234 ລ້ານກີບ.
ການຄ້າກັບຕ່າງປະເທດ: ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍການຄ້າກັບຕ່າງປະເທດຢ່າງຕັ້ງໜ້າ; ໃນນີ້, ມູນຄ່າການສົ່ງອອກສິນຄ້າໄປຕ່າງປະເທດມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ຊຶ່ງ 5 ປີ ບັນລຸໄດ້ 3,914.22 ລ້ານໂດລາ ເທົ່າກັບ 162.70% (ແຜນການ 2,405.81 ລ້ານໂດລາ) ແລະ ມູນຄ່າການນໍາເຂົ້າ ບັນລຸໄດ້ 1,671.67 ລ້ານໂດລາ ເທົ່າກັບ 128.38% (ແຜນການ 1,302.09 ໂດລາ). ການດຸ່ນດ່ຽງການຄ້າຂາເຂົ້າ-ຂາອອກ ສາມາດເກີນດຸນໃນແຕ່ລະປີ ຄືໃນປີ 2021 ເກີນດຸນ 93.09 ລ້ານໂດລາ, ປີ 2022 ເກີນດຸນ 265.93 ລ້ານໂດລາ, ປີ 2023 ເກີນດຸນ 562.92 ລ້ານໂດລາ, ປີ 2024 ເກີນດຸນ 633.72 ລ້ານໂດລາ, ປີ 2025 ເກີນດຸນ 686.88 ລ້ານໂດລາ ແລະ ລວມ 5 ປີ ເກີນດຸນການຄ້າ 2,242.55 ລ້ານໂດລາ. ສິນຄ້າສົ່ງອອກຫຼາຍກ່ວາໝູ່ແມ່ນ: ເກືອໂປຕາສ, ແຮ່ເຫຼັກ, ຊີມັງ, ນອກນັ້ນແມ່ນສິນຄ້າກະສິກໍາ ເປັນຕົ້ນ: ຢາງພາລາ, ມັນຕົ້ນແຫ້ງ, ເຂົ້າ, ໝາກໄມ້ ແລະ ອື່ນໆ.
ສຳລັບ, ຂະແໜງບໍລິການ: ໄດ້ເອົາໃຈໃສ່ພັດທະນາຢ່າງຕັ້ງໜ້າ, ມີຈຸດສຸມ ແລະ ມີສ່ວນຮ່ວມທີ່ສໍາຄັນຂອງ ພາກສ່ວນເສດຖະກິດ ເຮັດໃຫ້ມູນຄ່າຈໍລະຈອນສິນຄ້າ ບັນລຸໄດ້ 28,696 ຕື້ກີບ ເທົ່າກັບ 393% (ແຜນການ 7,304 ຕື້ກີບ). ດ້ານທ່ອງທ່ຽວ: ສາມາດດຶງດູດນັກທ່ອງທ່ຽວໄດ້ຈໍານວນ 3,101,544 ເທື່ອຄົນ ເທົ່າກັບ 124% (ແຜນການ 2,500,000 ເທື່ອຄົນ), ສ້າງລາຍຮັບສໍາພັດ ບັນລຸໄດ້ 187 ລ້ານໂດລາ ເທົ່າກັບ 111% (ແຜນການ 168 ລ້ານໂດລາ); ດ້ານການຂົນສົ່ງ ໄດ້ສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະ ມີຈຸດສຸມທັງ ທາງບົກ ແລະ ຜ່ານຂົວ ເຮັດໃຫ້ການຂົນສົ່ງສິນຄ້າ ແລະ ບໍລິການໄດ້ຂະຫຍາຍຕົວດີຂຶ້ນເປັນກ້າວໆ; ແຕ່ເນື່ອງຈາກມີການປັບປຸງເສັ້ນທາງຫຼວງແຫ່ງຊາດຫຼາຍເສັ້ນ ເຮັດໃຫ້ປະລິມານການຂົນສົ່ງໂດຍສານຫຼຸດລົງ ປະຕິບັດໄດ້ພຽງ ແຕ່ 405,312 ເທື່ອຄົນ ເທົ່າກັບ 81% ຂອງແຜນການ ແລະ ປະລິມານການຂົນສົ່ງສິນຄ້າ ສາມາດປະຕິບັດໄດ້ 26.14 ລ້ານໂຕນ ເທົ່າກັບ 73% ຂອງແຜນການ. ດ້ານເຕັກໂນໂລຊີ ແລະ ການສື່ສານ ໄດ້ພະຍາຍາມຫັນເປັນທັນສະໄໝ ແລະ ມີບາດກ້າວຫັນປ່ຽນທີ່ຕັ້ງໜ້າ, ອັນພົ້ນເດັ່ນ ພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ ໄດ້ຮັບການເອົາໃຈໃສ່ພັດທະນາທີ່ມີລັກສະນະບຸກທະລຸຂຶ້ນ; ມາຮອດປັດຈຸບັນ, ມີສະຖານີຮັບສົ່ງສັນຍານໂທລະສັບມືຖື 515 ສະຖານີ, ຄວບຄຸມໄດ້ 93% ຂອງພື້ນທີ່ທົ່ວແຂວງ, ເຮັດໃຫ້ທົ່ວແຂວງມີສັນຍານມືຖື ແຍກຕາມລະບົບ 3G/4G ຄວມຄຸມໄດ້ 62% (ແຜນການ 65%).
ຄໍາເຫັນ